ສະໝຸນໄພຊ່ວຍບັນເທົາອາການຄັນ ແລະ ຜື່ນ
1. ຕຳນິນ
- ເກັບໃບສົດ 1 ກຳມື
- ລ້າງໃຫ້ສະອາດ
- ຕຳໃຫ້ລະອຽດ ແລະ ປະສົມນ້ຳສະອາດເລັກໜ້ອຍ
- ຄັ້ນເອົານ້ຳ ແລ້ວນຳມາທາບໍລິເວນທີ່ຄັນ
2. ໃບພູ
- ລ້າງໃບສົດໃຫ້ສະອາດ
- ຕຳໃຫ້ລະອຽດ
- ນຳມາທາບໍລິເວນທີ່ມີຜື່ນ ຫຼື ຄັນ
3. ຫວ້ານຫາງແຂ້
- ຕັດໃບຫວ້ານຫາງແຂ້ ແລະ ປອກເປືອກສີຂຽວອອກ
- ລ້າງຢາງສີເຫຼືອງອອກໃຫ້ໝົດ
- ນຳເນື້ອວຸ້ນໃສມາຝານເປັນຕອນບາງໆ
- ນຳມາທາ ຫຼື ປະໄວ້ບໍລິເວນຜິວທີ່ລະຄາຍເຄືອງ ຫຼື ແຫ້ງ
ໝາຍເຫດ: ຄວນທົດລອງທາໃນບໍລິເວນນ້ອຍໆກ່ອນ. ຖ້າອາການຄັນ ຫຼື ຜື່ນຮຸນແຮງຂຶ້ນ ຄວນຢຸດໃຊ້.