ສະໝຸນໄພທີ່ມີສານຕ້ານເຊື້ອ (antimicrobial) ມີຫຼາຍຊະນິດ ເຊັ່ນ:
- ຂີງ – ມີລົດຊາດເຜັດເລັກນ້ອຍ, ຖືກນໍາໃຊ້ທົ່ວໄປໃນຮູບແບບແຫ້ງ ແລະ ດິບ ມີຄວາມສໍາຄັນໃນການຍ່ອຍອາຫານ ເປັນຢາຂັບລົມ, ຫຼຸດແກ໊ດໃນກະເພາະ ແລະ ທ້ອງອືດ. ຂີງຍັງມີນ້າທີໃນການຕ້ານອາການເຈັບປວດຂໍ້ ແລະ ໂລກຂໍ້ອັກເສບແລະ ຍັງມີສານທີ່ອາດຊ່ວຍຕ້ານແບັກທີເຣຍ ແລະການອັກເສບ
- ຂີ້ໝິ້ນ – ເຫງົ້າຂີ້ມິ້ນມີລົດເຜັດ, ຂົມ ແລະ ເຜັດຮ້ອນ. ໂດຍລວມແລ້ວເຫງົ້າຂີ້ໝິ້ນໃຊ້ເຮັດຢາທາ ແລະ ຢາດົມສຳຫຼັບແກ້ອາການຕ່າງໆ ເຊັ່ນ ການຍ່ອຍອາຫານ, ໄຂ້ສູງ, ພະຍາດກ່ຽວກັບຕາ, ອາການໄອ, ຫອບຫືດ, ຫຼອດລົມອັກເສບ ແລະ ທ້ອງອືດ. ຂີ້ໝິ້ນຊ່ວຍຫຼຸດໄຂ້ມີ ສານເຄີຄູມິນ (curcumin) ທີ່ມີລິດຕ້ານການອັກເສບ.
- ກະທຽມ – ໃນການຢາພື້ນເມືອງ ກະທຽມໄດ້ຮັບການຍົກຍ້ອງໃນຖານະເປັນຢາປ້ອງກັນ ແລະ ຮັກສາພະຍາດ, ກະທຽມມີຊື່ສຽງດ້ານຄຸນສົມບັດໃນການບຳລຸງຮ່າງກາຍ ແລະ ຮູ້ຈັກດ້ານຄຸນສົມບັດໃນການຂ້າເຊື້ອ.
- ຫອມບົ່ວ – ຊ່ວຍບັນເທົາອາການປວດຕາມຂໍ້, ຊ່ວຍຮັກສາພົກຊໍ້າດຳຂຽວ, ແກ້ຝີ, ຊ່ວຍຮັກສາພູມແພ້, ຊ່ຍຮັກສາຫອບຫືດ, ຊ່ວຍປ້ອງກັນພະຍາດມະເຮັງໃນຕັບ, ແກ້ທ້ອງອືດ, ທ້ອງເຟີ້, ຊ່ວຍຂັບປັດສະວະ, ຊ່ວຍຫຼຸດອາການປວດອັບເສບ, ຊ່ວຍຂ້າເຊື່ອພະຍາດ, ຊ່ວຍຂ້າເຊື່ອແບດທີເຮຍ, ຊ່ວຍຮັກສາຜີວໜັງນໍ້າຮ້ອນລວກ ແລະ ຍັງມີສານ sulfur compounds ທີ່ມີລິດຕ້ານຈຸລິນຊີ
- ໝາກສີດາ – ແກ້ເຈັບທ້ອງ, ຖອກທ້ອງ ແລະ ຍ່ຽວຝືດ. ສ່ວນທີ່ໃຊ້: ຮາກ ແລະ ໃບ. ວິທີການນຳໃຊ້: ໃຊ້ໃບປະມານ 1 ກຳມື ລ້າງນ້ຳໃຫ້ສະອາດຕົ້ມກັບນ້ຳ 1 ລິດ ແລ້ວດື່ມແກ້ເຈັບທ້ອງ ແລະ ຖອກທ້ອງ. ສ່ວນຮາກແມ່ນນຳມາລ້າງນ້ຳໃຫ້ສະອາດແລ້ວຕົ້ມນ້ຳດື່ມເຮັດບໍ່ໃຫ້ຍ່ຽວຝືດ. ນອກນັ້ນມີສານ polyphenols ແລະ tannins ທີ່ສຶກສາດ້ານການຕ້ານຈຸລິນຊີ
ສະໝຸນໄພເຫຼົ່ານີ້ບໍ່ຄວນໃຊ້ແທນຢາຂ້າເຊື້ອ (antibiotics/antifungals) ເມື່ອມີການຕິດເຊື້ອຈິງ. ເພາະປະສິດທິຜົນໃນຄົນອາດບໍ່ເທົ່າການທົດລອງໃນຫ້ອງທົດລອງ.