6 ພືດຜັກທີ່ມີທາດເຫຼັກສູງ ຊ່ວຍບຳລຸງເລືອດ

ຜັກພື້ນບ້ານທີ່ມີທາດເຫຼັກສູງ ຊ່ວຍບຳລຸງເລືອດ

ຜັກພື້ນບ້ານທີ່ມີທາດເຫຼັກສູງ ຊ່ວຍບຳລຸງເລືອດ

  1.  ຜັກກູດ
    ຜັກກູດເປັນຜັກທີ່ອຸດົມດ້ວຍທາດເຫຼັກ, ຟອສຟໍຣັດ ແລະ ວິຕາມິນເອ, ຊີ ແລະ ອີ. ມີສ່ວນຊ່ວຍບຳລຸງລະບົບໄຫຼວຽນເລືອດ, ສົ່ງເສີມການເຮັດວຽກຂອງລະບົບພູມຄຸ້ມກັນ ແລະ ມີເສັ້ນໃຍອາຫານສູງ ຊ່ວຍກະຕຸ້ນການຂັບຖ່າຍ.
    ແນະນຳໃຫ້ກິນຜັກກູດຮ່ວມກັບຊີ້ນສັດ ເພື່ອຊ່ວຍໃຫ້ຮ່າງກາຍນຳທາດເຫຼັກໄປໃຊ້ໄດ້ດີຂຶ້ນ.
  2.  ຜັກຕຳນິນ
    ຜັກຕຳນິນມີທາດເຫຼັກ, ແຄລຊຽມ ແລະ ເບຕາແຄໂຣທີນສູງ. ນອກຈາກນີ້ ຍັງມີໂປຣຕີນ, ຟອສຟໍຣັດ ແລະວິຕາມິນບີ, ວິຕາມິນຊີ ແລະ ມີສ່ວນຊ່ວຍຫຼຸດຄວາມສ່ຽງຕໍ່ພາວະເລືອດຈາງ, ບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ, ຊ່ວຍໃນການແຂງຕົວຂອງເລືອດ ແລະ ການເຮັດວຽກຂອງລະບົບປະສາດ. ທັງຍັງຊ່ວຍບຳລຸງສາຍຕາ ແລະ  ກະຕຸ້ນການຂັບຖ່າຍ ເນື່ອງຈາກມີເສັ້ນໃຍອາຫານສູງ.
  3. ຜັກອີ່ເລີດ
    ຜັກອີເລີດມີແຄລຊຽມສູງ ແລະ ອຸດົມດ້ວຍທາດເຫຼັກ, ວິຕາມິນເອ ແລະ ຟອສຟໍຣັດ. ຊ່ວຍບຳລຸງກະດູກ ແລະ ແຂ້ວ, ບຳລຸງເລືອດ, ສົ່ງເສີມການໄຫຼວຽນຂອງເລືອດ ແລະ ບຳລຸງສາຍຕາ.
    ນອກຈາກນີ້ ຍັງມີສານຕ້ານອະນຸມູນອິດສະຫຼະ ແລະ ມີສ່ວນຊ່ວຍໃນລະບົບຍ່ອຍອາຫານ. ໃບຜັກອີເລີດມີກິ່ນຫອມເຢັນເປັນເອກະລັກ ສາມາດກິນໄດ້ທັງໃບອ່ອນ ແລະ ໃບແກ່.
  4. ດອກແຄຂາວ
    ດອກແຄອຸດົມດ້ວຍວິຕາມິນເອ, ວິຕາມິນຊີ, ທາດເຫຼັກ ແລະ ເສັ້ນໃຍອາຫານ ລວມທັງວິຕາມິນ ແລະ ແຮ່ທາດຫຼາຍຊະນິດ. ຊ່ວຍບຳລຸງເລືອດ, ຊ່ວຍລະບົບຂັບຖ່າຍ ແລະ ບຳລຸງສາຍຕາ, ກະດູກ ແລະ ແຂ້ວ.
  5. ຜັກຫົມ
    ຜັກຫົມເປັນແຫຼ່ງສານອາຫານຫຼາຍຊະນິດ. ນອກຈາກມີທາດເຫຼັກແລ້ວ ຍັງມີວິຕາມິນຊີ ແລະ ເສັ້ນໃຍອາຫານສູງ ແຕ່ມີໄຂມັນ ແລະ ພະລັງງານຕ່ຳ. ມີສ່ວນຊ່ວຍໃນການຍ່ອຍອາຫານ ແລະ ຄວບຄຸມນ້ຳໜັກ. ສານອາຫານໃນຜັກຫົມຍັງຊ່ວຍຫຼອດເລືອດ ພ້ອມທັງຊ່ວຍຕ້ານອະນຸມູນອິດສະຫຼະ.
  6. ໝາກແຄ້ງ
    ໝາກແຄ້ງມີສານອາຫານທີ່ຈຳເປັນຕໍ່ຮ່າງກາຍຫຼາຍຊະນິດ ລວມທັງທາດເຫຼັກ, ແຄລຊຽມ ແລະ ຟອສຟໍຣັດ. ນອກຈາກນີ້ ຍັງມີເສັ້ນໃຍອາຫານເຊິ່ງເປັນເສັ້ນໃຍທີ່ລະລາຍໃນນ້ຳ ຊ່ວຍສົ່ງເສີມລະບົບຍ່ອຍອາຫານ ແລະ ການຂັບຖ່າຍ.
    ໝາກແຄ້ງຍັງມີສານຕ້ານອະນຸມູນອິດສະຫຼະ ທີ່ຊ່ວຍປົກປ້ອງເຊວຈາກຄວາມເສຍຫາຍ.
Share

Recent Stories