ວຸ້ນເຄືອໝໍນ້ອຍ

ການເຮັດວຸ້ນຈາກໃບໝໍນ້ອຍດ້ວຍຂັ້ນຕອນງ່າຍໆ

ວິທີເຮັດນ້ຳ ຫຼື ວຸ້ນຈາກໃບໝໍນ້ອຍ (ເຄືອໝານ້ອຍ)
ການເຮັດນ້ຳ ຫຼື ວຸ້ນໃບໝໍນ້ອຍ ເປັນວິທີນຳໃຊ້ພືດພື້ນບ້ານມາປຸງແຕ່ງ. ຕາມພູມປັນຍາພື້ນບ້ານ ພືດຊະນິດນີ້ມີລັກສະນະເຢັນ ແລະ ນິຍົມນຳມາປຸງເປັນອາຫານຫຼາຍຮູບແບບ. ການເຮັດວຸ້ນຈາກໃບໝໍນ້ອຍບໍ່ຈຳເປັນຕ້ອງໃຊ້ຜົງວຸ້ນ ຫຼື ແປ້ງ ໂດຍມີຂັ້ນຕອນງ່າຍໆ ດັ່ງນີ້.
ວັດຖຸດິບ

  • ໃບໝໍນ້ອຍສົດ ປະມານ 1–2 ກຳມື

  • ນ້ຳສະອາດ  3-5 ຈອກ

  • ຜ້າຂາວບາງສຳລັບກອງ

  • ນ້ຳຕານ, ນ້ຳກະທິ ຕາມຄວາມມັກ

ວິທີເຮັດ: 

  1. ເກັບໃບໝໍນ້ອຍທີ່ສົດ, ສະອາດ ແລະ ແກ່ພໍດີ ໂດຍເລືອກໃບທີ່ມີສີຂຽວເຂັ້ມ.

  2. ນຳໃບມາລ້າງນ້ຳໃຫ້ສະອາດ ແລ້ວປະໃຫ້ສະເດັດນ້ຳ.

  3. ນຳໃບໝໍນ້ອຍໃສ່ໃນຊາມ ຫຼື ພາຊະນະທີ່ສະອາດ.

  4. ເຕີມນ້ຳສະອາດລົງໄປເລັກນ້ອຍ.

  5. ໃຊ້ມືຄັ່ນໃບໝໍນ້ອຍໃຫ້ຕໍ່ເນື່ອງ ຄ້າຍກັບການຄັ້ນກະທິ ຈົນເຮັດໃຫ້ນ້ຳມີສີຂຽວເຂັ້ມ.

  6. ນຳນ້ຳທີ່ຄັ້ນໄດ້ມາກອງຜ່ານຜ້າຂາວບາງ ເພື່ອແຍກກາກໃບ ແລະ ເສດໃບອອກ.

  7. ບີບນ້ຳທີ່ຍັງເຫຼືອໃນຜ້າອອກໃຫ້ໝົດ.

  8. ຖອກນ້ຳທີ່ກອງແລ້ວໃສ່ພາຊະນະທີ່ສະອາດ.

  9. ປະໄວ້ໃນອຸນຫະພູມຫ້ອງປະມານ 15-30 ນາທີ ເພື່ອລໍຖ້າໃຫ້ມັນຈັບຕົວກັນ.

  10. ເມື່ອເຊັດຕົວດີແລ້ວ ຈະໄດ້ວຸ້ນສີຂຽວທີ່ສາມາດນຳໄປປຸງເປັນນໍ້າຫວານໄດ້.

Share

Recent Stories