ສະໝຸນໄພຊ່ວຍບັນເທົາອາການມື-ຕີນຊາ

ສະໝຸນໄພຊ່ວຍບັນເທົາອາການມື-ຕີນຊາ

ອາການມື-ຕີນຊາ ອາດເກີດຈາກຫຼາຍສາເຫດ ເຊິ່ງສາເຫດທີ່ພົບເຫັນໄດ້ຫຼາຍແມ່ນ:

  • ການກົດທັບເສັ້ນປະສາດ (Nerve Compression): ເກີດຈາກການຢູ່ໃນທ່າເດີມດົນເກີນໄປ ເຊັ່ນ: ນັ່ງທັບຂາ, ຫຼື ນອນທັບແຂນ. ເມື່ອຂະຫຍັບຕົວ ເລືອດໄຫຼວຽນສະດວກ ອາການກໍຈະຄ່ອຍໆດີຂຶ້ນ.
  • ໂລກເບົາຫວານ (Diabetes): ເປັນສາເຫດອັນດັບຕົ້ນໆ. ລະດັບນໍ້າຕານໃນເລືອດທີ່ສູງເປັນເວລາດົນຈະໄປທໍາລາຍເສັ້ນປະສາດ ເຮັດໃຫ້ມີອາການຊາ, ຮູ້ສຶກຊ້າໆ ຫຼື ແສບຮ້ອນຢູ່ປາຍມື ແລະ ປາຍຕີນ.
  • ການຂາດວິຕາມິນ (Vitamin Deficiencies): ໂດຍສະເພາະ ວິຕາມິນ B1, B6, ແລະ B12 ເຊິ່ງມີສ່ວນສໍາຄັນໃນການບໍາລຸງ ແລະ ຊ່ອມແຊມລະບົບປະສາດ.
  • ພຶດຕິກໍາການໃຊ້ຊີວິດ: ເຊັ່ນ ການດື່ມແອລກໍຮໍຫຼາຍເກີນໄປ (ສົ່ງຜົນໃຫ້ເສັ້ນປະສາດອັກເສບ) ຫຼື ພະຍາດຈາກການເຮັດວຽກ (Office Syndrome) ທີ່ຕ້ອງໃຊ້ຂໍ້ມື ຫຼື ນັ່ງທ່າເດີມຊໍ້າໆ.
  • ໂລກກະດູກຄໍ ຫຼື ກະດູກສັນຫຼັງ: ພາວະໝອນຮອງກະດູກເຄື່ອນ ຫຼື ກະດູກເສື່ອມໄປກົດທັບຮາກເສັ້ນປະສາດ.

ສະໝຸນໄພທີ່ບັນເທົາອາການດັ່ງກ່າວ:

  1.  ຂີງ ຍັງມີປະໂຫຍດທາງການແພດຢ່າງຫຼວງຫຼາຍ ແລະ ມີຄວາມສໍາຄັນໃນການຍ່ອຍອາຫານ ເປັນຢາຂັບລົມ, ຫຼຸດແກ໊ດໃນກະເພາະ ແລະ ທ້ອງອືດ. ຂີງຍັງມີນ້າທີໃນການຕ້ານອາການເຈັບປວດຂໍ້ ແລະ ໂລກຂໍ້ອັກເສບແຕ່ລວມທັງການອັກເສບທີ່ເກີດຈາກລັງສີ ມີລາຍງານວ່າມີຂີງມີປະສິດຕິພາບໃນການຕ້ານເນື້ອງອກ ແລະ ຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ ແລະອາດຊ່ວຍໃຫ້ເລືອດໄຫຼວຽນໄປຫາປາຍເສັ້ນປະສາດໄດ້ດີຂຶ້ນ ເຊິ່ງອາດຊ່ວຍບັນເທົາອາການຊາ.
  2. ຫົວສີໄຄ ນຳໃຊ້ເຫງົ້າ ຫຼື ລຳຕົ້ນແກ່ມາຕົ້ມດື່ມຈະຊ່ວຍໄລ່ລົມໃນລຳໄສ້ ຫຼື ມີອາການເຈັບທ້ອງກໍ່ຈະເຮັດໃຫ້ດີຂຶ້ນ. ນອກນັ້ນຍັງຊ່ວຍຂະຫຍາຍຫຼອດເລືອດ ແລະບຳລຸງທາດ ນິຍົມນຳມາຕົ້ມດື່ມຮ່ວມກັບຂີງ.
Share

Recent Stories