ເຂົ້າຈີ່ໂຮຍເກືອ

ສືບສານບຸນເຂົ້າຈີ່: ຈາກຮຸ່ນສູ່ຮຸ່ນ

ບຸນເຂົ້າຈີ່ແມ່ນປະເພນີໃນເດືອນສາມ ທີ່ຊາວບ້ານຮ່ວມແຮງກັນເຮັດເຂົ້າຈີ່ ແລະ ນຳໄປຖວາຍພຣະສົງ ພ້ອມທັງຮ່ວມເຮັດບຸນ ຟັງເທດ ແລະ ສືບສານປະເພນີຮ່ວມກັນ

ວິທີເຮັດເຂົ້າຈີ່

  1. ກຽມ ເຂົ້າໜຽວສຸກ ໃຫ້ພ້ອມ ແລະ ປັ້ນເປັນກ້ອນຕາມຂະໜາດທີ່ຕ້ອງການ.
  2. ໂຮຍ ເກືອ ໃສ່ເຂົ້າໜຽວເລັກໜ້ອຍ ແລ້ວປັ້ນໃຫ້ເປັນຮູບຮ່າງພໍດີ.
  3. ກຽມ ໄມ້ສຽບເຂົ້າຈີ່ ແລ້ວນຳກ້ອນເຂົ້າໜຽວສຽບໃສ່ໄມ້.
  4. ກໍ່ໄຟ ແລະ ລໍຖ້າໃຫ້ໄຟອ່ອນລົງ ຈົນເຫຼືອເປັນ ຖ່ານຮ້ອນ.
  5. ນຳເຂົ້າໜຽວທີ່ສຽບໄມ້ໄວ້ໄປ ຂາງໄຟ ແລະ ຄ່ອຍໆໝູນໄມ້ໃຫ້ເຂົ້າສຸກທົ່ວກັນ.
  6. ເມື່ອເຂົ້າໃກ້ຈະສຸກ ໃຫ້ ທາໄຂ່ໄກ່ ໃຫ້ທົ່ວຜິວເຂົ້າຈີ່.
  7. ນຳໄປຂາງໄຟຕໍ່ ແລະ ໝູນໄປມາ ຈົນໄຂ່ສຸກ ແລະ ມີສີເຫຼືອງງາມ.
  8. ເມື່ອສຸກດີແລ້ວ ຍົກອອກຈາກໄຟ ແລະ ພ້ອມຖວາຍພຣະສົງ ຫຼື ນຳໄປກິນ.

ໝາຍເຫດ: ບາງທ້ອງຖິ່ນຈະເອົານໍ້າອ້ອຍໃສ່ດ້ານໃນຂອງເຂົ້າຈີ່ ເພື່ອເພີ່ມລົດຊາດຫວານ.

Share

Recent Stories