ຂົ້ວເຫັດນ້ຳມັນຫອຍ

ລອງກິນຂົ້ວເຫັດນ້ຳມັນຫອຍແລ້ວບໍ?

ວິທີເຮັດຂົ້ວເຫັດນ້ຳມັນຫອຍ

ສ່ວນປະກອບ

  • ເຫັດລວມ 300 ກຣາມ
  • ກະທຽມ 3-4 ກີບ
  • ນ້ຳມັນຫອຍ 1-2 ບ່ວງແກງ
  • ນ້ຳມັນພືດ 1 ບ່ວງຊາ
  • ນ້ຳປາ 1/2 ບ່ວງ
  • ນ້ຳຕານ 1/2 ບ່ວງຊາ
  • ຜົງປຸງລົດ 1 ບ່ວງຊາ
  • ໝາກເຜັດ 1-2 ໜ່ວຍ (ຕາມມັກ)
  • ຫອມປ້ອມ 2 ຕົ້ນ

ວິທີເຮັດ

  1. ລ້າງເຫັດໃຫ້ສະອາດ ແລ້ວຕັດເປັນຕ່ອນພໍດີຄໍາ.
  2. ຕັ້ງໝໍ້ ໃສ່ນ້ຳມັນ ແລ້ວໃສ່ກະທຽມ, ໝາກເຜັດດິບ ຂົ້ວໃຫ້ຫອມ.
  3. ຈາກນັ້ນໃສ່ເຫັດລົງໄປຂົ້ວດ້ວຍໄຟກາງ ຈົນເຫັດເລີ່ມສຸກ.
  4. ໃສ່ນ້ຳມັນຫອຍ, ນ້ຳປາ ແລະ ນ້ຳຕານ, ຜົງປຸງລົດ ແລ້ວຂົ້ວອີກປະມານ 1-2 ນາທີ.
  5. ໃສ່ຫອມປ້ອມທີ່ຊອຍໄວ້ນັ້ນລົງໄປແລ້ວຄົນໃຫ້ເຂົາກັນ.
  6. ຊີມລົດຕາມມັກ ແລ້ວຕັກໃສ່ຈານ.
Share

Recent Stories