ບັນຊາ ທຳມະວົງ
ການຜະລິດປຶ້ມຄູ່ມືສະບັນນີ້ຂຶ້ນແມ່ນມີຄວາມຕັ້ງໃຈຊຸກຍູ້, ສະໜັບສະໜູນ ແລະ ເສີມສ້າງທາງດ້ານເຕັກນິກເຂົ້າໃນການສ້າງສວນກ້າເບ້ຍ ແລະ ປູກຫວາຍ ໂດຍຈະໃຊ້ເວລາສັ້ນໃນການເເຕກງອກໄດ້ປະລິມານຫຼາຍ, ຄຸນນະພາບດີ ແລະ ປະຢັດຄ່າໃຊ້ຈ່າຍໃນການລົງທຶນພ້ອມທັງສາມາດປະຕິບັດກິດຈະກຳທີ່ກ່າວມານີ້ໄດ້ດ້ວຍຕົວເອງ, ຊຸມຊົນ ແລະ ກຸ່ມທຸລະກິດທີ່ຢາກພັດທະນາການປູກຫວາຍໃຫ້ເປັນເສດຖະກິດ, ສິນຄ້າຢູ່ໃນສປປ ລາວ ໃຫ້ນັບມື້ນັບເພີ່ມຂຶ້ນເລື້ອຍໆ, ບໍ່ວ່າຈະເປັນການປູກຫວາຍເພື່ອນໍາໃຊ້ຍອດ ແລະ ການປູກຫວາຍເພື່ອນໍາໃຊ້ຍອດ ແລະ ການປູກຫວາຍເພື່ອນໍາໃຊ້ເສັ້ນກໍ່ຕາມ. ປັດຈຸບັນຈາກການເກັບກຳ ຂໍ້ມູນການຕະຫຼາດທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າການຕະຫຼາດມີຄວາມຕ້ອງການເສັ້ນຫວາຍຫຼາຍ. ສິ່ງດັ່ງກາວທີ່ເຫັນວ່າການຜະລິດຫວາຍໃນອະນາຄົດ ຍັງມີແນວໂນ້ມສູງທີ່ເປັນການສ້າງລາຍຮັບໃຫ້ແກ່ຊາວ້ານໃນໄລຍະຍາວ ທັງເປັນການຮັກສາ ແລະ ຟື້ນຟູປ່າໃຫ້ມີຄວາມອຸດົມສົມບູນ ແລະ ຢືນຍັນໂດຍການນໍາໃຊ້ຕົ້ນທຶນຕໍ່າໃນການພັດທະນາ
Topics:

Types:
ຄູ່ມື

published in 2025, ລາວ language

Image