JICA
ແຂວງເຊກອງກໍ່ແມ່ນແຂວງໜຶ່ງທີນອນຢູ່ໃນສີ່ແຂວງພາກໃຕ້ຂອງລາວ ອຸດົມສົມບູນໄປດ້ວຍດິນປູກຝັງທີ່ມີທ່າແຮງ ແລະ ເໝາະສົມແກ່ການປູກຝັງລ້ຽງສັດນາໆຊະນິດພັນ ໃນການສ້າງອາຊີບ ລາຍຮັບໃຫ້ແກ່ຊາວກະສິກອນລາວເຮົາໃນຂົງດັ່ງກ່າວຢ່າງຫຼວງຫຼາຍ ລວມທັງຜະລິດຮັບໃຊ້ພາຍໃນ ແລະ ສົ່ງອອກຊາຍແດນປະເທດເພື່ອບ້ານໃກ້ຄຽງ ປະເທດໄທ. ເຊິ່ງໃນນັ້ນ, ຖົ່ວລຽນ ກໍ່ແມ່ນໄມ້ໃຫ້ໝາກຊະນິດໜຶ່ງທາງດ້ານກະສິກຳ ທີ່ມີທ່າແຮງໃນການສ້າງເສດຖະກິດຕໍ່ຫົວໜ່ວຍຄອບຄົວຜູ້ຜະລິດເຂັ້ມແຂງ; ໃນຄະນະດຽວກັນກໍ່ ເປັນກໍາລັງແຮງຢູ່ດັນການຂະຫຍາຍຕົວເສດຖະກິດຂອງລາວເຮົາ.ບົນພື້ນຖານການຜະລິດຂອງຊາວກະສິກອນ ທີ່ເຂົ້າເຖິງກົນໄກຕະຫຼາດ ຫຼື ຜູ້ບໍລິໂພກ ຮຽກຮ້ອງເຖິງຄຸນນະພາບຂອງພະລິດຕະພັນ ທາງດ້ານໂພສະນາການ ໂດຍປາດສະຈາກ. ດ້ວງເຈາະໝາກ, ໂລກຣາໃບຕິດ ເກີດຈາກເຊື້ອຣາ, ດ້ວງເຈາະລໍາຕົ້ນ ອື່ນໆເຫຼົ່ານັ້ນຍັງເຫັນ ວ່າ ເປັນສິ່ງທ້າທາຍສໍາລັບຜູ້ທຳການຜະລິດກ່ຽວກັບການປະເຊີນ ແລະ ຊ່ອງທາງອອກແກ້ໄຂບັນຫາຮ່ວມກັນ ເຮັດໃຫ້ໄດ້ຜົນຜະລິດທີດີ. ສະນັ້ນ, ຈຸດປະສົງຂອງເນື້ອໃນເອກະສານນີ້ ເພື່ອນໍາສະເໜີຜົນສໍາເລັດ “ ບົດຮຽນການທົດລອງປູກຖົ່ວລຽນ ແຂວງ ເຊກອງ” ຄະນະ ວິຊາການໄດ້ວາງກອບວຽກ ກຳນົດຈຸດທົດລອງ, ເຮັດວຽກຮ່ວມກັບຄອບຄົວເປົ້າໝາຍ, ຝຶກອົບຮົມ, ປະຕິບັດຕົວຈິງພາກສະໜາມ ໃຫ້ຊາວກະສິກອນເຫັນຕົວຈິງ ແລະ ປະສົບການຮຽນຮູ້ຂອງເຂົາເຈົ້າ ກ່ຽວກັບເຊື້ອພະຍາດຖົ່ວລຽນ ແລະ ວິທີປອ້ງກັນ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ

Types:
ຄູ່ມື

published in 2024, ລາວ language

Image