JICA
ປື້ມຄູ່ມືສະບັບນີ້ຜູ້ຈັດທໍາໄດ້ສັງລວມ ແລະ ຄັດຈ້ອນເອົາເຕັກນິກຈາກການຄົ້ນຄວ້າທົດລອງຂອງສູນປ້ອງກັນພືດຮ່ວມກັບ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ມູນຄາອາຫານໃນ ສປປລາວ ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ບັນດາເອກະສານ, ຕຳລາຕ່າງໆ ແລະ ປະສົບການ ທີ່ມີຄວາມສໍາເລັດ ແລະ ແທດເໝາະກັບສະພາບການປ່ຽນແປງຂອງດິນຟ້າອາກາດໃນປະຈຸບັນ. ບົດຮຽນເລົ່ານີ້ ຊາວກະສິກອນສາມາດເອົາໃຊ້ ເຂົ້າໃນການປັບຕົວກັບສະພາບການປ່ຽນແປງຂອງດິນຟ້າອາກາດເພື່ອເຮັດໃຫ້ການ ດໍາລົງຊີວິດດີຂຶ້ນ.ເຊິ່ງຜູ້ຈັດທໍາຂໍສະແດງຄວາມຂອບໃຈມາຍັງເຈົ້າຂອງເອກະສານຄູ່ມື ແລະ ຕຳລາທີ່ກ່ຽວຂ້ອງຕ່າງໆ ທີ່ໄດ້ເຜີຍແຜ່ສູ່ສັງຄົມ ແລະ ຫວັງຢ່າງຍິ່ງວ່າຈະເປັນການປະກອບສ່ວນໃນການຄົ້ນຄວ້າຮຽບຮຽງເປັນຄູ່ມືສະບັບນີ້.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ

Types:
ຄູ່ມື

published in 2024, ລາວ language

Image