NAFRI
ແນວພັນຫ້ວຍໂຄດ2 (HK2) ແມ່ນ M10001-B-10-1-2-1-NK-B-B (M6-1) ແມ່ນໄດ້ຈາກການປັບປຸງພັນດ້ວຍເຕັກນິກການຜ້າເຫຼົ່າ (Mutation Breeding) ໂດຍນໍາເອົາແນວພັນ ທ່າດອກຄໍາ 8 (TDK8) ໄປອາບລັງສີກຣາມ ມາ (Gramma ray) ໃນລະດັບຄວາມເຂັ້ມ 200Gy ທີ່ ສະຖາບັນນິວເຄຍ (BATAN) ປະເທດ ອີນໂດເນເຊຍ ໃນປີ 2016 ແລ້ວນໍາມາຄັດເລືອກດ້ວຍ ເຕັກນິກ ການສຶບປະຫວັດ 4 ລະດູ ຄັດໄດ້ສາຍພັນທີ່ມີລັກຊະນະແຕກຕ່າງຈາກ ພັນເດີມ ແລະ ເຫັນວ່າດີ ແລ້ວລະດູຝົນ 2019 ໄດ້ ສົ່ງສາຍພັນດັ່ງກ່າວ. (ຊົ່ວທີ່ 4) ແລ້ວສົ່ງໄປຄັດເລືອກໃນພື້ນທີ່ນາຂອງຊາວກະສິກອນ ທີ່ບ້ານນາຄ່າ, ເມືອງຊຽງເງິນ , ແຂວງຫຼວງພະບາງ. ຄັດເລືອກຕໍ່ໃນລະດູຝົນ 2020 ໂດຍ ທ່ານ ພູ ຊາວນາບ້ານ ຊຽງເງິນ, ເມືອງຊຽງເງິນ, ໄດ້ມີໂອກາດມາຮ່ວມປະເມີນຜົນ ແລະ ຄັດເລືອກ ເອົາ ໄປປູກຂະຫຍາຍ, ທົດສອບການປຸງແຕ່ງ ເຮັດເສັ້ນເຂົ້າຊ່ອຍ ແລະເຂົ້າປຸ້ນ ເຫັນວ່າດີ ແລະ ຈິ່ງປູກຂະຫຍາຍ ພ້ອມແຈກຢາຍພາຍໃນບ້ານ ແລະ ບ້ານອື່ນໆ ເຊັ່ນ: ບ້ານ ຊຽງເງິນ, ບ້ານນາຄ່າ, ເມືອງຊຽງເງີນ, ແຂວງຫຼວງພະບາງ. ໃນປີ 2021 ໄດ້ປູກ ຂະຫຍາຍເມັດ ແລະ ເອົາໄປປູກປຽບທຽບຜົນຜະລິດ ຢູ່ 18 ບ້ານ ໃນ 6 ແຂວງ (ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ວຽງຈັນ, ສາລະວັນ ແລະ ອັດຕະປື) ເຫັນ ວ່າຜົນຜະລິດ ຕັ້ງແຕ່ 3,5 ຫາ 5,6 ໂຕນ/ເຮັກຕາ ສະເລັຍ 18 ບ້ານ ຜົນຜະລິດສະ ເລັຍ 4,84 ໂຕນ/ເຮັກຕາ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ

Types:
ຄູ່ມື

published in 2023., ລາວ language

Image