ປອ. ດອກຄຳ ຊົງຢີຄັ້ງຊືທໍ່
ແນວພັນຫ້ວຍໂຄດ1 (HK1) ແມ່ນແນວພັນທີ່ໄດ້ປະສົມຈາກສູນຄົ້ນຄວ້າເຂົ້ານາພອກ ລະຫວ່າງ ແນວພັນເຂົ້າເມືອງງາ (ຕົ້ນແມ່) ກັບ ແນວພັນ TDK7 (ຕົ້ນພໍ່). ໃຊ້ຮູບແບບ ປະສົມພັນແບບດ່ຽວ ໃນລະດູແລ້ງ 2007-08, ປູກຄັດເລືອກທີ່ສູນ ຮອດຊົ່ວທີ 4 ແລ້ວ ສົ່ງໄປຄັດເລືອກທີ່ສູນຄົ້ນຄ້ວາກະສິກຳເຂດເນີນສູງ ບ້ານຫ້ວຍໂຄດ ເມືອງຊຽງເງິນ ແຂວງ ຫຼວງພະບາງ. ຄັດເລືອກຕໍ່ໃນຊົ່ວທີ 5 ແລະ 8 ໃນລະດູ ແລ້ງ 2016-2017 ແມ່ນ ທ່ານ ແຄມ ບ້ານຊຽງເງິນ, ເມືອງຊຽງເງິນ ປູກຂະຫຍາຍ, ທົດສອບການກິນດີ ແລະ ປູກ ຂະຫຍາຍເມັດພັນ, ແລກປ່ຽນ, ແຈກຢາຍ ໃນບ້ານ ແລະ ບ້ານອື່ນໆ ມາເຖິງປະຈຸບັນ ຂະຫຍາຍໄປຫຼາຍບ້ານເຊັ່ນ: ບ້ານຊຽງເງິນ, ບ້ານນາຄ່າ, ບ້ານຫ້ວຍໂຄດ, ບ້ານໂພນໄຊ, ບ້ານຖິ່ນແກ້ວ ເມືອງຊຽງເງິນ. ບ້ານນະຄອນ ເມືອງນໍ້າບາກ, ບ້ານຄົກຢາ ເມືອງຫຼວງພະ ບາງ, ບ້ານສົບຄານ, ບ້ານເມືອງງອຍເກົ່າ, ເມືອງງອຍ ແຂວງຫຼວງພະບາງ (ການແພ່ກະຈາຍ ໃນຮອບທີ່1). ຈາກນັ້ນ ໃນລະດູຝົນປີ 2020 ຈິ່ງໄດ້ນໍາເອົາແນວພັນດັ່ງກ່າວໄປປູກສາທິດ ຄືນ ຢູ່ບ້ານນາຄ່າ, ເມືອງຊຽງເງີນ, ແຂວງຫຼວງພະບາງ, ຈາກການເຊີນຊາວນາທີ່ຢູ່ອ້ອມຂ້າງ ມາຮ່ວມປະເມີນຜົນ ແລ້ວເຫັນວ່າມີຊາວນາຫຼາຍຄົນກໍ່ໃຫ້ຄວາມສົນໃຈ ແຕ່ມີພຽງ ທ່ານ ພູ ຊາວນາຈາກບ້ານຊຽງເງີນ, ເມືອງຊຽງເງີນ, ແຂວງຫຼວງພະບາງ. ຜູ້ດຽວທີ່ນໍາເອົາແນວ ພັນດັ່ງກ່າວໄປປູກ ແລະ ທົດສອບການກິນຄືນໃໝ່ ໃນລະດູແລ້ງ 2021. ກໍ່ເຫັນວ່າໄດ້ຮັບ ຜົນຜະລິດດີ ແລະ ການກີນກໍ່ແຊບ, ຈາກນັ້ນ ຈິ່ງປູກຂະຫຍາຍໃນພື້ນທີ່ກ້ວາງຂອງຕົນເອງ ໃນລະດູຝົນ 2021 ແລະ ແຈກຍາຍໃຫ້ຊາວນາອ້ອມຂ້າງ ຈໍານວນໜຶ່ງ. ຈາກຜົນໄດ້ຮັບ ໃນລະດູຝົນກໍ່ຍີງມີຊາວນາຈໍານວນຫຼາຍມາຈັບຈອງ, ແລກປ່ຽນ ແລະ ຂໍຊື້ ໄປເຮັດແນວ ປູກ ໃນລະດູນາແຊງ 2022 ເປັນຈໍານວນ 600 ກີໂລ ສາມາດປູກໄດ້ໃນເນື້ອທີ່ 15 ເຮັກ ຕ່າ. ຈາກນັ້ນກໍ່ຂະຫຍາຍອອກສູ່ວົງກ້ວາງ ໄປຕ່າງແຂວງຄື: ໄຊຍະບູລີ, ແຂວງວຽງຈັນ, ແຂວງອຸດົມໄຊ ແລະ ແຂວງຫຼວງນໍ້າທາ ເປັນຈຳນວນເມັດພັນ 1200 ກິໂລ ສາມາດປູກ ໄດ້ໃນເນື້ອທີ່ 30 ເຮັກຕາ ພາຍໃນ 2 ປີ ຫຼື 4 ລະດູການຜະລິດເຂົ້ານາ (ການແພ່ກະຈາຍ ໃນຮອບທີ່2). ເຫັນວ່າຜົນຜະລິດ ຕັ້ງແຕ່ 4 ຫາ 6 ໂຕນ/ເຮັກຕາ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ຄູ່ມື
published in 2024, ລາວ language



