DTEAP, AFN, IFAD, NAFRI
ປຶ້ມຄູ່ມືແນະນໍາເຕັກນິກການຜະລິດເມັດພັນຫຍ້າ ສໍາລັບຊາວກະສິກອນ ໄດຖືກພັດທະນາຂຶ້ນ ໃຫ້ມີລັກສະນະງ່າຍດາຍ ສາມາດເຂົ້າໃຈງ່າຍ ແລະ ນໍາໄປ ປະຕິບັດໄດ້ງ່າຍໃນທ້ອງຖິ່ນຕົນຜູ້ຂຽນໄດ້ພະຍາມເນັ້ນເຖີງ ການນໍາໃຊ້ອຸປະ ກອນ ແລະ ແນວພັນທີ່ສາມາດປູກ ແລະ ຜະລິດແກ່ນໄດ້ງ່າຍໃນບ້ານເຮົາ. ແກ່ນ ຫຍ້າເປັນປັດໃຈຫຼັກໃນສ້າງທົ່ງຫຍ້າລ້ຽງສັດ ເພາະມັນສາມາດຕອບສະໜອງ ຄວາມຕ້ອງການດ້ານໂພຊະນາການໃຫ້ແກ່ສັດລ້ຽງໃຫ້ມີສຸຂະພາບແຂງແຮງ ແລະ ແຜ່ພັນໄດ້ດີ ນອກຈາກນັ້ນແກ່ນຫຍ້າຍັງສາມາດສ້າງລາຍຮັບທີ່ດີໃຫ້ແກ່ຊາວ ກະສິກອນໄດ້ອີກ ຊຶ່ງເປັນການປະກອບສ່ວນໃນການແກ້ໄຂຄວາມທຸກຈົນ ແລະ ຜະລິດເປັນສີນຄ້າປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ແລະ ປັບປຸງໃຫ້ແທດເໝາະໃນການຈັດ ຕັ້ງປະຕິບັດຂອງ ໂຄງການ ກະສິກຳເພື່ອ ໂພຊະນາການ ໂດຍມີການຮ່ວມມືກັບ ນັກວິຊາການສະເພາະດ້ານ ແລະ ພະນັກງານປະສານຂອງໂຄງການ NAFRI/ DAEC ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນທີເປົ້າ ໝາຍໂຄງການ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ຄູ່ມື

published in 2019, ລາວ language

Image