ແສງປະເສີດ ຣາຊະບັນດິດ,
ການທົດລອງ ຄວາມອາດສາມາດປັບຕົວ ກັບສະພາບແວດລ້ອມ ຂອງ ແນວພັນເຂົ້າໜຽວພື້ນເມືອງ 22 ແນວພັນ ໄດ້ເຮັດຢູ່ 9 ຈຸດທົດລອງ ໃນ 3 ພາກ ເຊັ່ນ: ພາກເໜືອ, ພາກກາງ ແລະ ພາກໃຕ້, ໃນລະດູ ຝົນ ປີ 2004. ແນວພັນພື້ນເມືອງເຂົ້າໜຽວເຫຼົ່ານີ້ ໄດ້ຄັດເລືອກມາຈາກແຫຼ່ງເຊື້ອພັນເຂົ້າລາວ ຊຶ່ງມີລັກສະນະປັບຕົວດີ ແລະ ສາມາດໃຫ້ຜົນຜະລິດສູງ ໃນເງື່ອນໄຂນານໍ້າຝົນ ໂດຍນໍາໃຊ້ ແນວພັນ ເຂົ້າໜຽວ ທ່າດອກຄໍາ 4 (TDK 4) ເປັນຕົວປຽບທຽບ. ໄດ້ວາງແປງທົດລອງແບບແປງຄົບຖ້ວນ ແລະ ຈັດວາງແບບບັງເອີນ (RCB) ມີ 4 ຊ້ຳ ແລະ ຂະໜາດແປງ 1 ມ x 5 ມ. ການເລືອກສະຖານທີ່ທົດລອງ ແມ່ນອີງໃສ່ ດິນທີ່ເປັນຕົວແທນ ຂອງການປູກເຂົ້ານານໍ້າຝົນ ເປັນສ່ວນໃຫຍ່. ຂັ້ນຕອນການປະຕິບັດ ການປູກທົດລອງ ແມ່ນມີຄວາມຄ້າຍຄືກັນ ກັບເງື່ອນໄຂຂອງຊາວນາ, ໂດຍປັກດໍາ 3-5 ກີບກ້າ ຕໍ່ສຸມ ໃນໄລຍະຫ່າງ 20 x 20 ຊຕມ ແລະ ໃຊ້ຝຸ່ນ ໃນອັດຕາ 60-30-30 ກລ/ຮຕ ຂອງຝຸ່ນ N: P₂O₃:K,O.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ, ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ

Types:
ບົດລາຍງານ ແລະ ກໍລະນີສຶກສາ

published in 2016, ລາວ language

Image