ແສງທອງ ວົງສະກົດ
ລະບົບປູກເຂົ້າແບບສຸມທ່າແຮງຂອງຕົ້ນເຂົ້າ (SRI) ໄດ້ຖືກພັດທະນາແຕ່ຊຸມປີ 1980 ຢູ່ປະເທດ ມາດາຄາດສະກາ (Madagascar), ທະວີບອາຟິກາ. ຕົກມາຮອດຊຸມປີ 1990 ໄດ້ມີການທົດລອງ ແລະ ນໍາ ໃຊ້ເຂົ້າໃນການຜະລິດເຂົ້າຂອງຊາວນາໃນປະເທດມາດາຄາດສະກາຢ່າງກວ້າງຂວາງ. ໃນປະຈຸບັນເຕັກນິກການປູກເຂົ້າດັ່ງກ່າວນີ້ໄດ້ຂະຫຍາຍໄປຫລາຍປະເທດຂອງຂົງເຂດອາຊີ ເຊັ່ນ: ປະເທດ ຈີນ, ສີລັງກາ, ໄທ, ກຳປູເຈຍ, ຟີລິບປິນ. ການປູກເຂົ້າສຸມທ່າແຮງຂອງຕົ້ນເຂົ້າ ສາມາດຊ່ວຍຍົກສະມັດຕະ ພາບຜົນຜະລິດເຂົ້າແຕ່ຣໂຕນຕໍ່ເຮັກຕາຮອດ 10 ກ່ວາໂຕນຕໍ່ເຮັກຕາໂດຍບໍ່ຈໍາຕ້ອງໃຊ້ແນວພັນເຂົ້າປັບປຸງ, ປຸຍເຄມີ, ຢາຂ້າສັດຕູພືດ.
Topics:
ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ

Types:
ຄູ່ມື

published in 2001, ລາວ language

Image