ໃຈ ບຸນພະນຸໄຊ, ວຽງພອນ ບຸນພະນຸໄຊ, ກົງ ປັນຍາວົງ ແລະ ພູມີ ອິນທະປັນຍາ
ເຂົ້າໄກ່ນ້ອຍ ທີ່ນ ຳມາສຶກສານີ້ ມີ 3 ກຸ່ມໃຫຍ່ທີ່ແຕກຕ່າງກັນ ຄື: ໄກ່ນ້ອຍແດງ, ໄກ່ນ້ອຍ ລາຍ ແລະ ໄກ່ນ້ອຍເຫຼືອງ. ວິທີການສຶກສາ ແມ່ນໄດ້ສ ຳຫຼວດແຫຼ່ງກ ຳເນີດ, ພູມສັນຖານ ແລະ ເກັບ ຕົວຢ່າງແນວພັນ ແລະ ດິນນາ, ທົດສອບຄຸນລັກສະນະທາງດ້ານຮູບຮ່າງພາຍນອກ, ດ້ານການສີ, ຄວາມບໍລິສຸດ, ຄຸນນະພາບການກີນ, ຄວາມຫອມ ແລະ ວິໄຈອົງປະກອບທາງດ້ານເຄມີ ຂອງ ຕົວ ຢ່າງດິນນາທີ່ປູກເຂົ້າໄກ່ນ້ອຍ. ຮູບຮ່າງຂອງເມັດ ເປັນເຂົ້າເມັດປ້ອມເໝືອນກັນ ທັງສາມກຸ່ມແນວພັນ ໄດ້ລັກສະນະຂອງ Tropical Japonica ຈະແຕກຕ່າງພຽງແຕ່ສີຂອງເປືອກ ແລະ ສີກົ້ນ ຂອງເມັດ ຈາກແຊກແດງເຂັ້ມໆ ຫາ ມ້ວງແກ່ໆ ແລະ ນໍ້າຕານດ ຳໆ ຕາມລ ຳດັບ. ຄຸນນະພາບດ້ານການສີ ເຫັນວ່າ ເປີເຊັນການສີສູງກວ່າເຂົ້າທ ຳມະດາໜ້ອຍນຶ່ງ ແຕ່ເຫັນວ່າ ມີເມັດຫັກໜ້ອຍກວ່າ ເຂົ້າແນວ ພັນທົ່ວໆໄປ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ການປູກພືດແບບພື້ນເມືອງ ແລະ ຊີວະນາໆພັນກະສິກຳ
Types:
ບົດຄົ້ນຄວ້າວິທະຍານິພົນ
published in 2016, ລາວ language



