ວຽງສະກຸນ ນາປະເສີດ ແລະ ອໍລະຍາ ດວງພະຈັນ
ປະເທດລາວເປັນປະເທດໜຶ່ງ ທີ ່ມີລັກສະນະພູມສັນຖານເໝາະສົມ ແກ່ການພັດທະນາດ້ານກະສິກຳ ປະຊາກອນ 90 % ແມ່ນຖືເອົາອາຊີບກະສິກຳເຮັດການຜະລິດເຊັ່ນ: ປູກຝັງ ແລະ ລ້ຽງສັດ ເຖິງແມ່ນວ່າການ ລ້ຽງສັດໃຫຍ່ພາຍໃນປະເທດຈະໃຊ້ເວລາມາໄດ້ຫຼາຍສັດຕະວັດມາແລ້ວກໍຕາມແຕ່ບັນຫາທີ່ພົບພໍ້ໃນປັດຈຸບັນກໍຄື ການຂາດແຄນແຫຼ່ງອາຫານສັດໂດຍສະເພາະແມ່ນຊ່ວງລະດູແລ້ງເຖິງແມ່ນວ່າປະເທດເຮົາຈະມີແຫຼ່ງວັດຖຸດິບອາຫານ ສັດທີ່ທົດແທນຢ່າງພຽງພໍກໍຕາມເຊັ່ນ: ເຟືອງເຂົ້າ ແຕ່ວ່າເຟືອງເຂົ້າແມ່ນມີຄຸນຄ່າທາງດ້ານອາຫານຕໍ່າ ເຊິ່ງມີທາດຊີ້ນ ພຽງແຕ່ 3-4% ພ້ອມທັງມີເຍື່ອໃຍສູງ ແລະ ຍາກຕໍ່ການຍ່ອຍຂອງສັດລ້ຽງ. ສະນັ້ນ, ໃນການລ້ຽງງົວເຮົາຕ້ອງໄດ້ນໍາ ໃຊ້ສິ່ງເສດເຫຼືອຈາກໂຮງງານອຸດສາຫະກຳ ແລະ ສິ່ງເສດເຫຼືອຈາກກະສິກຳເຂົ້າມາຊ່ວຍເຊັ່ນ: ໃບມັນຕົ້ນ, ຫົວ ມັນຕົ້ນ, ກາກເບຍ, ກາກປາມ, ກາກປາແດກ, ກາກໝາກເດືອຍ, ກາກມັນສາຄູ ແລະ ອື່ນໆ ເພື່ອນໍາມາໃຊ້ທົດ ແທນເຟືອງ, ຫຍ້າຕາມທຳມະຊາດ ເພື່ອເຮັດໃຫ້ສັດລ້ຽງມີການຈະເລີນເຕີບໂຕໄດ້ດີຂຶ້ນກວ່າເກົ່າ.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
Types:
ຄູ່ມື
published in 2022, ລາວ language



