DTEAP, AFN, IFAD, NAFRI
ປຶ້ມຄູ່ມືເຫລັ້ມນີ້ ຈັດພິມຂຶ້ນເພື່ອເປັນເຄື່ອງມືທາງດ້ານວິຊາການໃນການ ນໍາໄປຈັດຕັ້ງປະຕິບັດ ຂອງຊາວກະສິກອນໃນສະພາບການປ່ຽນແປງດິນຟ້າ ອາກາດທີ່ເກີດຂຶ້ນໃນປະຈຸບັນ ຊຶ່ງເປັນສາຍເຫດເຮັດໃຫ້ມີການສູນເສຍແນວ ພັນໄກ່ໄປໃນແຕ່ລະປີເປັນຈໍານວນບໍ່ໜ້ອຍ. ຊາວກະສິກອນບາງຄອບຄົວເກີດ ເສຍກຳລັງໃຈຍ້ອນວ່າໄກ່ທີ່ລ້ຽງເກີດການລະບາດຂອງພະຍາດ ເຮັດໃຫ້ໄກ່ຕາຍ ແລະ ຂາດການຈັດການ-ຄຸ້ມຄອງທີ່ດີ. ສະນັ້ນ ການຕອບໂຕ້ ແລະ ຮັບມືກັບ ສະພາບດັ່ງກ່າວ ແມ່ນເປັນບັນຫາທີ່ສໍາຄັນ ແລະ ຮີບດ່ວນ ເພື່ອເຮັດໃຫ້ການສູນ ເສຍໜ້ອຍລົງ ແລະ ກຽມຄວາມພ້ອມສໍາລັບການແກ້ໄຂບັນຫາໃນສະເພາະໜ້າ, ຍາວນານ ແລະ ໝັ້ນຄົງ.ປຶ້ມຄູ່ມືດັ່ງກ່າວນີ້ ແມ່ນໄດ້ພັດທະນາໂດຍທິມງານຂອງສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບ ທິມງານຂອງ ໂຄງການກະສິກຳເພື່ອໂພຊະນາການ ໂດຍມີຈຸດປະສົງ ເພື່ອເປັນບ່ອນອີງໃຫ້ແກ່ ພະນັກງານວິຊາການ ໃນການນໍາໄປຊຸກຍູ້ສົ່ງເສີມການລ້ຽງໄກ່ຂອງຄອບຄົວຊາວ ກະສິກອນໃຫ້ໄດ້ຮັບປະສິດທິຜົນສູງ ໃນສະພາບການທີ່ມີການປ່ຽນແປງຂອງດິນ ຟ້າອາກາດ.
Topics:
ສຸຂະພາບ ແລະ ໂພຊະນາການ
ສຸຂະພາບ ແລະ ໂພຊະນາການ
Types:
ຄູ່ມື
published in 2019, ລາວ language



