ແສງພະຈັນ ສອນວິໄຊມ ແລະ ອຸດົງ ແກ້ວມີເພັດ
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 2016-2020 ແລະ ຍຸດທະສາດການພັດທະນາກະສິກຳ ເປັນ ສອງຍຸດທະສາດ ຂອງ ສປປ ລາວ ທີ່ໄດ້ເໜັ້ນໜັກເຖິງຄວາມສຳຄັນຂອງການພັດທະນາການລ້ຽງ ສັດ.ງົວ ແລະ ໝູ ແມ່ນຕ່ອງໂສ້ຜົນຜະລິດສັດ ທີ່ຊ່ວປະກອບສ່ວນເຂົ້າໃນການຄໍ້າປະກັນສະບຽງອາຫານ ແລະ ການສ້າງລາຍຮັບຢູ່ໃນລະດັບຄົວເຮືອນ ແລະ ລະດັບຊາດ. ເຖິງຢ່າງໃດກໍຕາມ, ຊາວກະ ສິກອນກໍ່ຍັງປະເຊີນ ກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ແລະ ຮຽກຮ້ອງເຖິງການສະໜັບສະໜູນ ເພື່ອພັດທະນາການລ້ຽງສັດໃຫ້ປະສົບຜົນສຳເລັດ. ສ່ວນຫຼາຍຊາວກະສິກອນແມ່ນປະເຊີນກັບຄວາມສ່ຽງ ຕ່າງໆເປັນຕົ້ນແມ່ນ ຄວາມສ່ຽງໃນການຂາດອາຫານສັດ ແລະ ການຂາດແຄນນໍ້າໃນຊ່ວງລະດູແລ້ງ ເຊິ່ງມັນເຮັດໃຫ້ເກີດມີຂໍ້ຈຳກັດ ໃນການຜະລິດ. ຄວາມສ່ຽງອື່ນໆແມ່ນກ່ຽວກັບພະຍາດລະບາດ, ຂາດ ຄວາມຮູ້ດ້ານເຕັກນິກວິຊາການ, ການ ປ່ຽນແປງດິນຟ້າອາກາດ ເຊິ່ງເປັນສາເຫດໃຫ້ເກີດມີນໍ້າຖ້ວມໜັກ ໃນຊ່ວງລະດູຝົນ ແລະ ໄພແຫ້ງແລ້ງໃນລະດູ ແລ້ງ. ມາດຕະການໃນການປ້ອງກັນ ແລະ ທາງເລືອກ ຄວນໄດ້ຮັບການສະເໜີ ໃຫ້ຊາວກະສິກອນ ເພື່ອຮັບມື ກັບບັນຫາ ແລະ ສິ່ງທ້າທາຍຕ່າງໆ.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
Types:
ນະໂຍບາຍ ແລະ ບົດສັງລວມໂດຍຫຍໍ້
published in 2019, ລາວ language



