LARREC
ປະເທດລາວເປັນປະເທດໜຶ່ງທີ່ມີເງື່ອນໄຂເໝາະສົມໃນການລ້ຽງສັດນໍ້າ ໂດຍສະເພາະການລ້ຽງປາ. ປາເປັນ ສັດນ ໍ້າທີ່ຄົນລາວເຮົານິຍົມໃຊ້ບໍລິໂພກມາແຕ່ດົນນານແລ້ວຊີ້ນປາມີທາດໂປຼເຕອິນສູງ ແລະ ມີລົດຊາດດີ, ສາມາດປຸງແຕ່ງ ເປັນອາຫານໄດ້ຫຼາຍຊະນິດ.ໃນປະຈຸບັນນີ້ປາຢູ່ໃນແຫຼ່ງນໍ້າທຳມະຊາດອາດຈະຫຼຸດໜ້ອຍຖອຍລົງຍ້ອນວ່າພົນລະເມືອງເພີ້ມຂື້ນ ແລະ ປະລິ ມານ ຜູ້ຫາປາກໍ່ເພີ້ມຂື້ນເຊັ່ນດຽວກັນ. ການຫາປາແມ່ນຫາທຸກຊະນິດ ແລະ ທຸກຂະໜາດບໍ່ວ່າປານ້ອຍ ຫຼື ປາໃຫຍ່. ນອກນັ້ນ ມີບາງທ້ອງຖິ່ນຫາປາໃນລະດູປະສົມພັນ, ດ້ວຍຫຼາຍວິທີການຫາທີ່ບໍ່ຖືກລະບຽບເຊັ່ນ: ການຫາປາໂດຍໃຊ້ລະເບີດ, ຢາເບື່ອ ແລະ ໃຊ້ໄຟຟ້າຊອດ.ໃນປະຈຸບັນການລ້ຽງປາໄດ້ຮັບຄວາມສົນໃຈຈາກປະຊາຊົນຢ່າງຫຼວງຫຼາຍ ຈຶ່ງເຮັດໃຫ້ເນື້ອທີ່ໜອງຂະຫຍາຍ ຕົວຢ່າງໄວວາ. ສາເຫດໜຶ່ງກໍແມ່ນຍ້ອນລະບົບການຂະຫຍາຍວຽກງານຊົນລະປະທານ.ຄູ່ມືແນະນໍາສະບັບນີ້ຈະຊ່ວຍໃຫ້ທ່ານມີຄວາມຮູ້ ແລະ ຄວາມເຂົ້າໃຈເພີ້ມຕື່ມໃນການຜະລິດລູກປາ. ສູນຄົ້ນ ຄວ້າການປະມົງໄດ້ລວບລວມຂໍ້ມູນຈາກປະສົບການ ແລະ ຄວາມຮູ້ທີ່ໄດ້ຈາກການສຶກສາ, ຈາກເອກະສານຕ່າງໆ, ຈາກຜົນ ຂອງການທົດລອງຂອງນັກວິຊາການຕ່າງໆ. ເພື່ອໃຫ້ມີປະສິດທິຜົນສູງໃນການຜະລິດລູກປາຈໍາເປັນຕ້ອງຮູ້ ແລະ ເຂົ້າໃຈ ເຖິງຫຼັກການ ແລະ ເຕັກນິກພື້ນຖານຂອງການປະສົມພັນ ແລະ ການອະນຸບານ ຊຶ່ງມີລາຍລະອຽດໃນຄູ່ມືສະບັບນີ້.
Topics:
ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ

Types:
ຄູ່ມື

published in 2002, ລາວ language

Image