ເຮວວີຕັດ
ຄູ່ມືແນະນໍາຄວາມຮູ້ພື້ນຖານສະບັບນີ້ສ້າງຂຶ້ນມາໂດຍມີຈຸດປະສົງ ເພື່ອໃຫ້ກຸ່ມຊາວກະສິກອນຜູ້ທີ່ຖືເອົາການ ປູກຊາເປັນອາຊີບພາຍໃນແຂວງຜົ້ງສາລີ ເວົ້າລວມເວົ້າສະເພາະ ກຸ່ມຊາວກະສິກອນຜູ້ປູກຊາທີ່ນອນຢູ່ໃນບ້ານເປົ້າໝາຍ ຂອງໂຄງການສາມາດຮຽນຮູ້ເຕັກນິກໃໝ່ໆກ່ຽວກັບ ການນໍາໃຊ້ພຶດຕະກຸນຖົ່ວເຂົ້າໃນການປັບປຸງຄຸນນະພາບຂອງດິນ ໂດຍສະເພາະການນໍາເອົາຖົ່ວສະໄຕໂລມາປູກປະສົມປະສານ ຫຼື ປູກສັບວ່າງຕົ້ນຊາ ເພື່ອຍົກສູງສະມັດຕະພາບທາງດ້ານ ປະລິດມານ ແລະ ຄຸນນະພາບຂອງຜົນຜະລິດຊາ.ຄູ່ມືແນະນໍາສະບັບນີ້ແມ່ນໄດ້ຄັດຈ້ອນ ແລະ ສັງລວມເອົາຂໍ້ມູນຕ່າງໆຈາກບັນດາເອກກະສານທາງດ້ານເຕັກ ນິກວິຊາການ, ບົດຮຽນປະສົບການຈາກການສຶກສາທົດລອງ ແລະ ປະຕິບັດຕົວຈິງຂອງຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະໄດ້ມາຈາກການສຶກສາທົດລອງຕົວຈິງຢູ່ໃນບາງບ້ານເປົ້າໝາຍຂອງໂຄງການ.
Topics:
ການຈັດການກ່ຽວກັບກະສິກຳປ່າໄມ້ ແລະ ລະບົບນິເວດ, ຂີດຄວາມສາມາດກ່ຽວກັບການສຶກສາທາງດ້ານກະສິກຳແບບຍືນຍົງ, ຍຸດທະສາດການປັບຕົວກ່ຽວກັບການປ່ຽນແປງທາງດ້ານດິນຟ້າອາກາດ

Types:
ຄູ່ມື

published in 2020, ລາວ language

Image