ທ່ານ ແກ້ວອຸດອນ ສຸວັນນະກຸມມານ (ດອນ)

ທ່ານ ແກ້ວອຸດອນ ສຸວັນນະກຸມມານ (ດອນ) ເປັນນັກສຶກສາປະລິນຍາເອກ, ອາຈານ ແລະ ນັກຈັດຈໍາແນກພືດ (Plant Taxonomist) ຢູ່ມະຫາວິທະຍາໄລແຫ່ງຊາດລາວ (NUoL) ແລະ ຍັງເປັນ ຄະນະທີ່ປຶກສາຂອງໂຄງການ PhaKhaoLao. ທ່ານ ແກ້ວອຸດອນ ຈົບການສຶກສາປະລິນຍາຕີ ດ້ານຊີວະວິທະຍາຈາກ NUoL ແລະ ເຄີຍເຮັດວຽກຢູ່ສວນພືດສາດ Pha Tad Ke ໃນຊ່ວງປີ 2010 ຫາ 2015. ໃນຊ່ວງປີ 2015 ຫາ 2018ໄດ້ສຳເລັດການສຶກສາປະລິນຍາໂທ ໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການ Russell E. Train Education for Nature (EFN) ຂອງ WWF , ຫົວຂໍ້ວິທະຍານິພົນປະລິນຍາໂທ ແມ່ນໄດ້ສຶກສາກ່ຽວກັບກຸ່ມກ້ວຍໄມ້ປ່າ ໃນເມືອງພູກູດ ແຂວງຊຽງຂວາງ. ວຽກວິໄຈຂອງ ທ່ານ ແກ້ວອຸດອນ ເນັ້ນໃສ່ຕະກູນພືດຕ່າງໆ ເຊັ່ນ:  Zingiberaceae, […]

ນັກຄົ້ນຄວ້າ: ຈັນທະວອນ ພົມພັກດີ

ຈັນທະວອນ ພົມພັກດີ ແມ່ນນັກຄົ້ນຄວ້າລະດັບປະລິນຍາໂທ (PhD) ທີ່ ສູນເພື່ອການພັດທະນາແລະສິ່ງແວດລ້ອມ (CDE), ມະຫາວິທະຍາໄລເບີນ, ໃນສາຍວິທະຍາສາດພື້ນຖານ ແລະ ການພັດທະນາຢ່າງຍືນຍົງ. ຜ່ານການຮ່ວມງານກັບໂຄງການ ຊີວິດຈາກດິນ ໃນປະເທດລາວ (LFL), ໂດຍສະໜັບສະໜູນການຄຸ້ມຄອງທີ່ດິນ ແບບຍືນຍົງ ໂດຍການສ້າງຫຼັກຖານທາງດ້ານວິທະຍາສາດ ທີ່ສາມາດການຕັດສິນໃຈໃນຄວາມເປັນຈິງ. ຫົວໃຈສໍາຄັນຂອງການຄົ້ນຄວ້າຂອງຈັນທະວອນ ຄືຄຳຖາມສຳຄັນທີ່ວ່າ: ເຮົາຈະປະເມີນຄຸນຄ່າຂອງສິ່ງທີ່ທໍາມະຊາດໃຫ້ໄດ້ແນວໃດ? ແລະ ອັນໃດແດ່ທີ່ຖືກເບິ່ງຂ້າມໄປເມື່ອຄຸນຄ່າຖືກກຳນົດແບບແຄບ? ຈັນທະວອນເນັ້ນການປະເມີນຄຸນຄ່າບໍລິການທາງດ້ານນິເວດວິທະຍາ, ໂດຍແບ່ງອອກເປັນກຸ່ມທີ່ຊັດເຈນເຊັ່ນ: ຄຸນຄ່າໃນການນໍາໃຊ້ (utilitarian values): ເຊັ່ນ: ອາຫານ, ລາຍໄດ້, ອາຊີບ. ຄຸນຄ່າທາງວັດທະນະທຳ (cultural values) ລວມທັງເຖິງລັກສະນະ, ການປະຕິບັດທາງຈິດວິທະຍາ ແລະ ຄວາມສຳພັນຂອງຊຸມຊົນຕໍ່ພື້ນທີ່ເຊັ່ນ: ປ່າສັກສິດ ແລະ ຄຸນຄ່າພາຍໃນທີ່ແທ້ຈິງ (intrinsic values): ຄຸນຄ່າຂອງລະບົບນິເວດທີ່ນອກເໜືອໄປຈາກການໃຊ້ປະໂຫຍດຂອງມະນຸດ. ແນວທາງນີ້ຊ່ວຍເຮັດໃຫ້ສາມາດສະແດງຜົນປະໂຫຍດທີ່ມັກຖືກເບີ່ງຂ້າມໃນການປະເມີນເສດຖະກິດດັ້ງເດີມ, ໂດຍຊ່ວຍປົກປ້ອງປ່າໄມ້ ແລະ ຊັບພະຍາກອນທາງທໍາມະຊາດອື່ນໆ ມາຢ່າງຍາວນານ. ຜົນງານຂອງຈັນທະວອນມີຄວາມສໍາຄັນຢ່າງຍິ່ງຕໍ່ກັບປະເທດລາວ ເນື່ອງຈາກວ່າການເຕີບໂຕທາງດ້ານເສດຖະກິດຢ່າງວ່ອງໄວ ແລະ ການຫຼຸດພົ້ນອອກຈາກຄວາມທຸກຍາກນັ້ນມາພ້ອມກັບຄວາມກົດດັນທີ່ເພີ່ມຂຶ້ນຕໍ່ທີ່ດິນ […]

ປອ. ສົມພູທອນ ພິມມະຈັກ ນັກຄົ້ນຄວ້າສັດເລືອຄານ, ສັດເຄິ່ງບົກ-ເຄິ່ງນໍ້າຄົນທຳອິດຂອງລາວ

ປອ. ສົມພູທອນ ເປັນນັກວິໄຈທາງດ້ານຄວາມຫຼາກຫຼາຍ, ການອະນຸລັກສັດເຄິ່ງບົກເຄິ່ງນໍ້າ ແລະ ສັດເລືອຄານໃນລາວ, ຕັ້ງແຕ່ຍັງນ້ອຍ ລາວມີຄວາມສົນໃຈດ້ານການກະສິກຳ, ເຮັດໃຫ້ລາວເລືອກສຶກສາດ້ານກະສິກຳຢູ່ມະຫາວິທະຍາໄລແຫ່ງຊາດລາວ (NUoL). ແຕ່ພາຍຫຼັງລາວໄດ້ຄົ້ນພົບວ່າ ຕົນເອງມີຄວາມສົນໃຈຕໍ່ສັດຫຼາຍກວ່າພືດ. ດັ່ງນັ້ນ ໃນປີ 2002 ລາວຈຶ່ງຈົບການສຶກສາດ້ານວິທະຍາສາດສັດ ໂດຍມີຄວາມຊຳນານສະເພາະດ້ານສັດ. ໃນປີ 2006 ໃນຂະນະທີ່ລາວເຮັດວຽກຢູ່ສູນຄົ້ນຄວ້າຊັບພະຍາກອນນ້ຳ (Living Aquatic Resource Research Center – LARReC) ພາຍໃຕ້ກົົົົົມລ້ຽງສັດ ແລະ ການປະມົງ ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້, ລາວໄດ້ຮັບໂອກາດຂຽນວິທະຍານິພົນປະລິນຍາໂທດ້ານຄວາມຫຼາກຫຼາຍທາງຊີວະນາໆພັນ ໂດຍມຸ່ງເນັ້ນໃສ່ “ປາຕີນ” (Lao Warty Newt – Laotriton laoensis) ຊຶ່ງເປັນຊະນິດພັນທີ່ກຳລັງຖືກຄຸກຄາມ. ອາຈານເປັນນັກສຶກສາຄົນທຳອິດທີ່ອຸທິດວິທະຍານິພົນເພື່ອສຶກສາປະຫວັດຊີວິດຕາມທຳມະຊາດ, ການແຜ່ກະຈາຍ ແລະ ການອະນຸລັກຂອງຊະນິດພັນນີ້ ດ້ວຍຜົນງານວິໄຈຂອງລາວຕໍໍກັບປາຕີນ ຈຶ່ງກາຍເປັນສັດເຄິ່ງບົກເຄິ່ງນໍ້າຊະນິດທຳອິດທີ່ໄດ້ຮັບການຄຸ້ມຄອງຢ່າງເປັນທາງການໂດຍລັດຖະບານລາວ (ຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາບັນຊີ ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ […]

ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ

ຮສ. ສຸລິວັນ ຫຼ້າໜໍ່ສະຫວັນ ອາຈານສອນ ແລະ ຮອງຫົວໜ້າພາກວິຊາຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ທີ່ອຸທິດຕົນໃຫ້ກັບການສຶກສາດ້ານສັນຖານວິທະຍາຂອງພືດ ແລະ ພືດທີ່ມີທໍ່ລໍາລຽງໃນ ສປປ ລາວ, ເຊິ່ງມີຈຸດເລີ່ມຕົ້ນຈາກການເຮັດຄົ້ນຄ້ວາທີ່ຕົນເອງມັກ ແລະ ຢາກສຶກສາການນໍາໃຊ້ພືດຕ່າງໆໂດຍສະເພາະວຽກງານການຄົ້ນຄວ້າທາງດ້ານພືດສາດ ຫຼື ທາງດ້ານຊີວະນາໆພັນ ບໍ່ວ່າຈະເປັນການຄົ້ນຄວ້າທາງດ້ານຄວາມຫຼາກຫຼາຍຂອງພືດ, ການນໍາໃຊ້ພືດຊົນເຜົ່າ, ການນໍາໃຊ້ພືດເປັນຢາ ລວມເຖິງການປະເມີນສະຖານະພາບຄວາມຢູ່ລອດ ຫຼື ຄວາມຍືນຍົງຂອງພືດບາງຊະນິດທີ່ຫາຍາກ ແລະ ມີຄຸນຄ່າທາງເສດຖະກິດ-ສັງຄົມ. ຫຼັງຈາກທີ່ຈົບປະລິນຍາຕີ, ທ່ານ ສຸລິວັນ ໄດ້ເລີ່ມຕົ້ນສະໝັກເປັນອາຈານສອນຢູ່ພາກວິຊາຊີວະວິທະຍາ, ເຊິ່ງເປັນສະຖານທີ່ດຽວກັນທີ່ໄດ້ປະສົບການໃນການຄົ້ນຄວ້າ. ຈຸດປ່ຽນໃນໜ້າທີ່ວຽກງານແມ່ນໄດ້ຮັບໂອກາດອອກສໍາຫຼວດຄວາມຫຼາກຫຼາຍຂອງພືດກັບນັກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ໂດຍເລີ່ມຈາກທີ່ມີໂອກາດເຂົ້າຮ່ວມໂຄງການ ດາວິນ (Darwin) ຈາກປະເທດອັງກິດ ຮ່ວມກັບສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຄະນະວິທະຍາສາດທໍາມະຊາດ ກໍ່ຄືພາກວິຊາຊີວະວິທະຍາ ເຊິ່ງຈາກຈຸດດັ່ງກ່າວເຮັດໃຫ້ເປັນແຮງບັນດານໃຈ ເຮັດໃຫ້ ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ ໄດ້ສືບຕໍ່ຄົ້ນຄວ້າໃນສະເພາະດ້ານໃຫ້ຫຼາຍຂຶ້ນ. ຜົນງານ ແມ່ນໄດ້ຖືກບັນທຶກໄວ້ໃນວາລະສານລະດັບຊາດ ແລະ […]

ປອ.ເພັດລາສີ ສຸລະເດດ

ຜູ້ຊ່ວຍສາດສະດາຈານ ປອ.ເພັດລາສີ ສຸລະເດດ,  ຫົວໜ້າຝ່າຍຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ອາຈານເພັດລາສີໄດ້ອຸທິດຕົນເພື່ອສຸມໃສ່ເສີມຂະຍາຍວຽກງານດ້ານຊີວະນາໆພັນ ໂດຍເນັ້ນສຶກສາກ່ຽວກັບຊະນິດພັນພືດ. ໂດຍເລີ່ມຈາກທີ່ມີໂອກາດໄດ້ຮັບທຶນດາວິນ (Darwin Scholarship) ສະໜັບສະໜູນໃນຊ່ວງຝຶກງານ ທີ່ຮຽນປະລິນຍາຕີ ແລະ ເຮັດການຄົ້ນຄ້ວາ ຝຶກງານຢູ່ປະເທດອັງກິດ  ໃນການເປັນນັກຄົ້ນຄວ້າທາງດ້ານການນໍາໃຊ້ພືດແບບພູມປັນຍາພື້ນບ້ານ. ໃນຊ່ວງໄລຍະທີ່ຜ່ານມານີ້, ອາຈານໄດ້ມີໂອກາດເປັນທີ່ປຶກສາຮ່ວມ ໃຫ້ກັບນັກສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາ ມາຫາສາລະຄາມ ປະເທດໄທ ທີ່ມີຄວາມສົນໃຈເຊີງເລິກສຶກສາພືດພື້ນເມືອງຊົນເຜົ່າ ໂດຍສະເພາະຄວາມແຕກແຕ່າງຂອງການນໍາໃຊ້ພືດຂອງ ຊົນເຜົ່າມົ້ງ ແລະ ຊົນເຜົ່າລາວ ທີ່ແຂວງບໍລິຄໍາໄຊ ປະເທດລາວ, ຈຶ່ງເກີດເປັນໂຄງການໄລຍະສັ້ນຂອງການສຶກສາຄົ້ນຄ້ວາໃນຄັ້ງນີ້ ໂດຍໄດ້ຮວບຮວມເອົາການນຳໃຊ້ແບບພື້ນເມືອງ, ນັບຕັ້ງແຕ່ການໃຊ້ເປັນອາຫານຈົນເຖິງເປັນຢາສະໝຸນໄພ. ເຊິ່ງການຄົ້ນຄ້ວານີ້ຍັງເປັນສ່ວນໜຶ່ງຂອງການລິເລີ່ມສ້າງປື້ມບັນຊີລາຍຊື່ພືດໃນ ສປປ ລາວ ໂດຍແນໃສ່ການອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສໍານຶກເຖິງຄວາມສຳຄັນຂອງພືດ. ເປົ້າໝາຍລິເລີ່ມຂອງອາຈານ ແມ່ນເພື່ອສ້າງບັນຊີລາຍການພືດທີ່ສົມບູນແບບໃນລາວ ແນໃສ່ອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສຳນຶກເຖິງຄວາມສຳຄັນທາງດ້ານນິເວດວິທະຍາ ແລະ ວັດທະນະທຳ, ນໍາສະເໜີການມີສ່ວນຮ່ວມຂອງບຸກຄົນ ແລະ ຊຸມຊົນໃນການອະນຸລັກຮັກສາມໍລະດົກທາງທຳມະຊາດ.