ທ່ານ ແກ້ວອຸດອນ ສຸວັນນະກຸມມານ (ດອນ) ເປັນນັກສຶກສາປະລິນຍາເອກ, ອາຈານ ແລະ ນັກຈັດຈໍາແນກພືດ (Plant Taxonomist) ຢູ່ມະຫາວິທະຍາໄລແຫ່ງຊາດລາວ (NUoL) ແລະ ຍັງເປັນ ຄະນະທີ່ປຶກສາຂອງໂຄງການ PhaKhaoLao.
ທ່ານ ແກ້ວອຸດອນ ຈົບການສຶກສາປະລິນຍາຕີ ດ້ານຊີວະວິທະຍາຈາກ NUoL ແລະ ເຄີຍເຮັດວຽກຢູ່ສວນພືດສາດ Pha Tad Ke ໃນຊ່ວງປີ 2010 ຫາ 2015. ໃນຊ່ວງປີ 2015 ຫາ 2018ໄດ້ສຳເລັດການສຶກສາປະລິນຍາໂທ ໂດຍໄດ້ຮັບທຶນສະໜັບສະໜູນຈາກໂຄງການ Russell E. Train Education for Nature (EFN) ຂອງ WWF , ຫົວຂໍ້ວິທະຍານິພົນປະລິນຍາໂທ ແມ່ນໄດ້ສຶກສາກ່ຽວກັບກຸ່ມກ້ວຍໄມ້ປ່າ ໃນເມືອງພູກູດ ແຂວງຊຽງຂວາງ.
ວຽກວິໄຈຂອງ ທ່ານ ແກ້ວອຸດອນ ເນັ້ນໃສ່ຕະກູນພືດຕ່າງໆ ເຊັ່ນ: Zingiberaceae, Begoniaceae, Balsaminaceae, Capparidaceae ແລະ Orchidaceae.
ໃນປີ 2016 ທ່ານແກ້ວອຸດອນ ໄດ້ເຮັດວຽກຢູ່ໂຄງການ The Agro – biodiversity Initiative (TABI) ແລະ ຕໍ່ມາໄດ້ດຳລົງຕຳແໜ່ງ ຜູ້ຈັດການຖານຂໍ້ມູນຂອງ Phakhaolao , ປະຈຸບັນ ເປັນປຶກສາອາວຸໂສຂອງໂຄງການ Pha Khao Lao. ແກ້ວອຸດອນ ມີຜົນງານການຄົ້ນຄ້ວາທາງດ້ານວິທະຍາສາດຫຼາຍກວ່າ 70 ບົດ ແລະ ໄດ້ຮັບການຍົກຍ້ອງຢ່າງເປັນທາງການຈາກກະຊວງສຶກສາ ແລະ ກິລາ ຂອງລາວ ໃຫ້ເປັນໜຶ່ງໃນ 10 ນັກຄົ້ນຄ້ວາທີ່ມີຜົນງານດີເດັ່ນ.
ນອກຈາກນັ້ນ ທ່ານ ແກ້ວອຸດອນ ຍັງໄດ້ມີສ່ວນຮ່ວມໃນຜົນງານ “A Checklist of Plants in Laos” ເພື່ອສົ່ງເສີມການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ສາທາລະນະ.

Full name:
ແກ້ວອຸດອນ ສຸວັນນະກຸມມານ (ດອນ)
Date of Birth:
Place of Birth:
Current Residence:
Education:
Current Profession:
ນັກສຶກສາປະລິນຍາເອກ, ອາຈານ ແລະ ນັກຈັດຈໍາແນກພືດ (Plant Taxonomist)
Motto:


