ສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ/Bamboo & NTFP Development Association (BNDA)

ການປ່ຽນໄມ້ໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງ (NTFPs) ໃຫ້ເປັນໂອກາດ

ສຳລັບຫຼາຍຊຸມຊົນໃນແຂວງຫົວພັນ, ໄມ້ໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງ (NTFPs) ບໍ່ແມ່ນພຽງແຕ່ຊັບພະຍາກອນຈາກປ່າໄມ້ເທົ່ານັ້ນ. ແຕ່ຍັງເປັນສ່ວນສຳຄັນຂອງການດຳລົງຊີວິດ, ແຫຼ່ງອາຫານ, ຄວາມຮູ້ພື້ນບ້ານ ແລະ ເສດຖະກິດຂອງຊຸມຊົນ. ແຕ່ການນຳໃຊ້ຊັບພະຍາກອນເຫຼົ່ານີ້ໃຫ້ຍືນຍົງ ຈຳເປັນຕ້ອງອາໄສຄວາມຮູ້ ແລະ ຄວາມຮ່ວມມື.

ໃນປີ 2020ໄດ້ສ້າງຕັ້ງ ສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ/Bamboo & NTFP Development Association (BNDA) ໄດ້ເຮັດວຽກເພື່ອສົ່ງເສີມການນຳໃຊ້ໄມ້ໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງຢ່າງຍືນຍົງ.

ສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ ດຳເນີນການສຳຫຼວດ ແລະ ປະເມີນຜະລິດຕະພັນຈາກໄມ້ໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງພ້ອມທັງໃຫ້ຄຳແນະນຳດ້ານວິຊາການກ່ຽວກັບວິທີເກັບກ່ຽວ ແລະ ນຳໃຊ້ຊັບພະຍາກອນຢ່າງຍືນຍົງ, ລວມເຖິງການກຳນົດປະລິມານທີ່ສາມາດເກັບກ່ຽວໄດ້ ໂດຍບໍ່ສ້າງຜົນກະທົບ ຫຼື ກົດດັນຕໍ່ຊັບພະຍາກອນຫຼາຍເກີນໄປ.

ນອກຈາກນັ້ນ, ສະມາຄົມຍັງສຶກສາ ແລະ ທົບທວນບັນດາລະບຽບ ແລະ ຫຼັກເກນທີ່ກ່ຽວຂ້ອງກັບການຈັດການປ່າໄມ້. ວຽກງານນີ້ຊ່ວຍໃຫ້ຊາວບ້ານມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບການຈັດການ ແລະ ນຳໃຊ້ປ່າໄຜ່ ແລະ ສະໝຸນໄພເຄື່ອງປ່າຂອງດົງຂອງຕົນ.

ສະມາຊິກບາງຄົນຂອງສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ ມີປະສົບການເຮັດວຽກຮ່ວມກັບ GRET ມາເປັນເວລາຫຼາຍປີ. ປະສົບການດັ່ງກ່າວໄດ້ຊ່ວຍເສີມສ້າງຄວາມຮູ້ ແລະ ປະສົບການຂອງສະມາຊິກໃນການເຮັດວຽກກັບຊຸມຊົນທ້ອງຖິ່ນ ແລະ ການຈັດການຊັບພະຍາກອນທຳມະຊາດ.

ດ້ວຍການເຮັດວຽກຮ່ວມກັບຊາວບ້ານ, ໜ່ວຍງານປົກຄອງທ້ອງຖິ່ນ, ກຸ່ມຜູ້ຜະລິດ ແລະ ພາກສ່ວນອື່ນໆ, ສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ ສະໜັບສະໜູນຊຸມຊົນໃນການຕິດຕາມຊັບພະຍາກອນປ່າໄມ້, ປະຕິບັດຕາມລະບຽບທີ່ຮ່ວມກັນກຳນົດ, ປັບປຸງການຜະລິດໜໍ່ໄມ້ແຫ້ງ, ໄມ້ໄຜ່ເສັ້ນ, ຫັດຖະກຳ ແລະ ຜະລິດຕະພັນອື່ນໆ, ພ້ອມທັງຊ່ວຍເຊື່ອມໂຍງຜະລິດຕະພັນເຂົ້າສູ່ຕະຫຼາດ. ຮູບແບບການເຮັດວຽກນີ້ຊ່ວຍໃຫ້ຊຸມຊົນມີສ່ວນຮ່ວມ ແລະ ຮັບຜິດຊອບຫຼາຍຂຶ້ນຕໍ່ຊັບພະຍາກອນທີ່ຕົນເອງເພິ່ງພາອາໄສ.

ຜ່ານການຝຶກອົບຮົມ ແລະ ການສະໜັບສະໜູນ, ກຸ່ມຜູ້ຜະລິດສາມາດປັບປຸງຄຸນນະພາບສິນຄ້າ, ເຮັດວຽກຮ່ວມກັບພໍ່ຄ້າ ແລະ ຊອກຫາໂອກາດໃໝ່ໆໃນຕະຫຼາດ. ການແບ່ງປັນຄວາມຮູ້ກັບຊາວບ້ານແມ່ນອີກໜຶ່ງວຽກງານສຳຄັນຂອງສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ ເປົ້າໝາຍບໍ່ແມ່ນພຽງແຕ່ການເພີ່ມລາຍໄດ້ໃຫ້ແກ່ແຕ່ລະຄອບຄົວເທົ່ານັ້ນ, ແຕ່ຍັງມຸ່ງຫວັງໃຫ້ຊຸມຊົນໂດຍລວມໄດ້ຮັບປະໂຫຍດຈາກຊັບພະຍາກອນທຳມະຊາດຂອງຕົນຢ່າງຍືນຍົງ.

Short Bio

Full name:

ສະມາຄົມພັດທະນາໄມ້ປ່ອງ&ເຄື່ອງປ່າຂອງດົງ

Date of Birth:

Place of Birth:

ແຂວງຫົວພັນ

Current Residence:

ແຂວງຫົວພັນ

Education:

Current Profession:

Motto:

Share

Recent Champions