August 21, 2026
ທ່ານ ສົມຫວັງ ຄູນສົມເຮືອງ ເລີ່ມສົນໃຈການຕໍ່ ຫຼັງຈາກສັງເກດເຫັນວ່າ ຕໍ່ໃນທຳມະຊາດເລີ່ມຫາໄດ້ຍາກຂຶ້ນ. ລາວໄດ້ຕັ້ງຄຳຖາມກັບຕົນເອງວ່າ: ຖ້າປະຊາຊົນຍັງຄົງຫາຕໍ່ຈາກປ່າຢ່າງຕໍ່ເນື່ອງ ໂດຍບໍ່ມີການອະນຸລັກ ແລ້ວໃນອະນາຄົດ ຕໍ່ຈະເປັນແນວໃດ?
ຄຳຖາມນີ້ໄດ້ກາຍເປັນແຮງບັນດານໃຈໃຫ້ລາວກໍ່ຕັ້ງ ຟາມ ກໍາຊີເຮີເຮີ ໃນປີ 2017. ດ້ວຍຄວາມເປັນຫ່ວງຕໍ່ກັບການຫາຕໍ່ຈາກປ່າຢ່າງຕໍ່ເນື່ອງ ລາວຈຶ່ງຊອກຫາວິທີລ້ຽງ ແລະ ຂະຫຍາຍພັນຕໍ່ຢ່າງເປັນລະບົບ ພ້ອມທັງຕອບສະໜອງຄວາມຕ້ອງການຂອງຕະຫຼາດ.
ເພື່ອເພີ່ມພູນຄວາມຮູ້ ທ່ານ ສົມຫວັງ ໄດ້ສຶກສາວິທີການລ້ຽງຕໍ່ດ້ວຍຕົນເອງ. ຕໍ່ມາໃນປີ 2020 ລາວໄດ້ເຂົ້າຮ່ວມຫຼັກສູດຝຶກອົບຮົມກັບຊ່ຽວຊານຈາກປະເທດຈີນ ເພື່ອຮຽນຮູ້ເຕັກນິກການລ້ຽງຕໍ່. ຫຼັງຈາກນັ້ນ ລາວໄດ້ນຳຄວາມຮູ້ທີ່ໄດ້ຮຽນມາມາປັບໃຊ້ ແລະ ພັດທະນາວິທີການລ້ຽງ ແລະ ຂະຫຍາຍພັນຕໍ່ຂອງຟາມຕົນເອງ.
ປັດຈຸບັນ ຟາມ ກໍາຊີເຮີເຮີ ເນັ້ນການຂະຫຍາຍພັນ ແລະ ລ້ຽງຕໍ່ ລວມເຖິງການຜະລິດຮັງຕໍ່ສຳລັບເປັນພັນພໍ່-ແມ່ ໃຫ້ແກ່ຜູ້ທີ່ສົນໃຈເລີ່ມຕົ້ນລ້ຽງຕໍ່. ຟາມສາມາດລ້ຽງ ແລະ ຈຳໜ່າຍຮັງຕໍ່ໄດ້ສູງເຖິງ 1,000 ຮັງຕໍ່ປີ.
ໃນອະນາຄົດ ທ່ານ ສົມຫວັງ ມີຄວາມຫວັງຢາກພັດທະນາຟາມໃຫ້ເປັນສູນຮຽນຮູ້ ເພື່ອແບ່ງປັນຄວາມຮູ້ ແລະ ປະສົບການຈາກການລ້ຽງຕໍ່ໃຫ້ແກ່ຜູ້ອື່ນ.
ເສັ້ນທາງຂອງທ່ານ ສົມຫວັງ ສະທ້ອນໃຫ້ເຫັນວ່າ ຄວາມເປັນຫ່ວງຕໍ່ການຫຼຸດລົງຂອງຊັບພະຍາກອນໃນທຳມະຊາດ ສາມາດກາຍເປັນແຮງບັນດານໃຈໃຫ້ເກີດການລົງມືອະນຸລັກຢ່າງເປັນຮູບປະທຳ ພ້ອມທັງສ້າງໂອກາດດ້ານອາຊີບ ແລະ ລາຍໄດ້ໃຫ້ແກ່ຊຸມຊົນ.

Full name:
ສົມຫວັງ ຄູນສົມເຮືອງ
Date of Birth:
Place of Birth:
Current Residence:
Education:
Current Profession:
ເຈົ້າຂອງຟາມ ກໍາຊີເຮີເຮີ
Motto:


