ບໍລິສັດ ຂ້ອຍຮັກກະສິກໍາ I Love Agriculture
ທ່ານ ນາງ ວິໄລພອນ ສົມສະນິດ ໄດ້ເລີ່ມຜະລິດຝຸ່ນຊີວະພາບໃຫ້ແກ່ຊາວກະສິກອນທ້ອງຖິ່ນ ເພື່ອເປັນທາງເລືອກໃຫ້ແກ່ຜູ້ທີ່ສົນໃຈໃນການສ້າງທາງເລືອກກະສິກຳທີ່ດີຕໍ່ສຸຂະພາບ. ການລິເລີ່ມນີ້ເຮັດໃຫ້ຄົນທົ່ວໄປສາມາດເພີດເພີນກັບອາຫານແຊບ ຄຽງຄູ່ກັບການຮັບປະກັນຄວາມປອດໄພສໍາລັບການບໍລິໂພກ. ເພື່ອສະໜັບສະໜູນພາລະກິດດັ່ງກ່າວ, ທ່ານ ວິໄລພອນ ຈຶ່ງໄດ້ກໍ່ຕັ້ງບໍລິສັດ ຂ້ອຍຮັກກະສິກໍາ I Love Agriculture, ເປັນບໍລິສັດທີ່ມີເປົ້າໝາຍເພື່ອການ ຜະລິດຝຸ່ນຊີວະພາບເພື່ອການປູກຝັງແບບຍືນຍົງ. ສຳລັບການຜະລິດແມ່ນໄດ້ນໍາໃຊ້ວັດຖຸດິບໃນທ້ອງຖິ່ນ ນັບຕັ້ງແຕ່ຊ່ວງ ທ້າຍປີ 2019ເປັນຕົ້ນມາ ເຊິ່ງເນັ້ນໝັກໃສ່ຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ. ຝຸ່ນຊີວະພາບຂອງ I Love Agriculture ເໝາະກັບພືດພັນຕ່າງໆ ລວມທັງພືດຜັກທຸກຊະນິດ, ໄມ້ກິນໝາກ, ຕົ້ນໄມ້ປະດັບ ແລະ ຍັງຊ່ວຍບຳລຸງດິນທີ່ເສື່ອມໂຊມ. ດ້ວຍເຫດຜົນດັ່ງກ່າວໃນປີ 2023, ຜະລິດຕະພັນດັ່ງກ່າວໄດ້ຮັບການຢັ້ງຢືນມາດຕະຖານກະສິກຳອິນຊີຂອງລາວ ຈາກກົມ ປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້. ເຖິງແມ່ນວ່າບໍລິສັດ ຂ້ອຍຮັກກະສິກໍາໄດ້ບັນລຸຜົນສຳເລັດດັ່ງທີ່ກ່າວມາ, ແຕ່ກໍຍັງປະເຊີນກັບສິ່ງທ້າທາຍທາງທຸລະກິດຫຼາຍດ້ານ, ລວມທັງການຂາດແຄນວັດຖຸດິບ, ໂດຍສະເພາະແມ່ນແກບດໍາ ເນື່ອງຈາກ ວັດຖຸດິບມີຈຳກັດ ແລະ ມີຄວາມຕ້ອງການສູງ. ນອກນີ້, ຍັງຂາດກຳລັງແຮງງານທີ່ຍັງບໍ່ພຽງພໍໃນການຜະລິດ.
ມະນີລາ ຈູນລະມູນຕີ
ມະນີລາ ຈູນລະມູນຕີ ສິລະປິນຜູ້ທີ່ຢູ່ເບື້ອງຫຼັງຂອງ ‘The Vientianist’ ຜູ້ທີ່ນໍາສະເໜີເຖິງຄວາມສຳຄັນຂອງວັດທະນະທຳລາວຜ່ານງານສິລິປະ. ມະນີລາເປັນນັກອອກແບບ ແລະ ນັກແຕ້ມຮູບອິດສະຫຼະ ຢູ່ນະຄອນຫຼວງວຽງຈັນ ເຊິ່ງໄດ້ສ້າງສັນຜົນງານຮູບແຕ້ມທີ່ມີຄວາມລະອຽດສວຍງາມໃຫ້ກັບຖານຂໍ້ມູນຂອງພາເຂົ້າລາວ ໂດຍເນັ້ນນໍາສະເໜີເຖິງຄວາມຫຼາກຫຼາຍທາງດ້ານກະສິກໍາ ແລະ ປະເພນີທາງດ້ານການເຮັດອາຫານ. ຜົນງານຂອງລາວສະທ້ອນໃຫ້ເຫັນເຖິງການປະສົມປະສານແບບຕາເວັນຕົກ ແລະ ແບບວັດທະນະທຳລາວດັ່ງເດີມ, ສ້າງສັນເລື່ອງເລົ່າທີ່ໜ້າສົນໃຈເພື່ອເປັນການສະເຫຼີມສະຫຼອງມໍລະດົກລາວ. ມະນີລາ ໜຶ່ງໃນບຸກຄົນຕົວແບບທາງດ້ານຄວາມຫຼາກຫຼາຍທາງດ້ານຊີວະນາໆພັນກະສິກຳໃນຖານຂໍ້ມູນ ເນື່ອງຈາກຜົນງານສິລະປະຂອງລາວໄດ້ໃຫ້ທັດສະນະໃໝ່ໆຕໍ່ກັບຄວາມສໍາຄັນຕໍ່ການອະນຸລັກ ແລະ ສົ່ງເສີມຊີວະນາໆພັນຂອງລາວ ໂດຍສະເພາະແມ່ນດ້ານການເຮັດອາຫານ. ຮູບແຕ້ມຂອງມະນີລາບໍ່ພຽງແຕ່ໃຫ້ຄວາມງາມທາງຮູບພາບ ແຕ່ມັນຍັງເປັນການເລົ່າເລື່ອງທາງດ້ານວັດທະນະທໍາ ແລະ ການເຊື່ອມຕໍ່ລະຫວ່າງອາຫານ, ກະສິກໍາ ແລະ ປະເພນີ. ວຽກງານຂອງມະນີລາ ເປັນຈຸດເຊື່ອມສານລະຫວ່າງອະດີດ ແລະ ປັດຈຸບັນ, ເຊິ່ງປະສົມປະສານຄວາມງົດງາ ແບບດັ່ງເດີມ ແລະ ການອອກແບບຮ່ວມສະໄໝໄວ້ນຳກັນ ເພື່ອເພີ່ມຄວາມສົນໃຈຕໍ່ກັບຊີວະນາໆພັນຂອງລາວ ໂດຍການນໍາເອົາອົງປະກອບທາງດ້ານວັດທະນະທໍາ ແລະ ລະບົບນິເວດ ເຂົ້າໃນການສ້າງສັນຜົນງານ ເຊິ່ງມີບົດບາດສຳຄັນໃນການສົ່ງເສີມ, ປົກປັກຮັກສາ ແລະ ສະເຫຼີມສະຫຼອງຮີດຄອງປະເພນີ ທີ່ເປັນເອກະລັກຂອງລາວ.


