ໄພວັນ(ຕູ້ກູດ) ສີໄຊຍະວົງ

ເລື່ອງລາວຂອງຕູ້ກູດ ເຈົ້າຂອງສວນກາໂກ້

ຫຼັງຈາກເຮັດວຽກໃນທຸລະກິດກໍ່ສ້າງໂຄງສ້າງເຫຼັກມາເປັນເວລາຫຼາຍປີ, ທ່ານ ໄພວັນ ສີໄຊຍະວົງ (ຫຼື ທີ່ຫຼາຍຄົນຮູ້ຈັກໃນນາມ “ຕູ້ກູດ”) ໄດ້ຫັນມາປະກອບອາຊີບດ້ານກະສິກຳ ຫຼັງຈາກການລະບາດຂອງໂຄວິດ-19 ສົ່ງຜົນກະທົບຕໍ່ທຸລະກິດຂອງລາວ. ເຖິງແມ່ນວ່າຕູ້ກູດຈະບໍ່ເຄີຍມີປະສົບການດ້ານການປູກຝັງມາກ່ອນ, ແຕ່ລາວໄດ້ສຶກສາຮຽນຮູ້ການປູກໝາກພ້າວດ້ວຍຕົນເອງ ຜ່ານການຄົ້ນຄວ້າທາງອອນລາຍ ແລະ ການລົງມືປະຕິບັດຕົວຈິງ. ແນວໃດກໍຕາມ, ລາວກໍຍັງພົບກັບຄວາມທ້າທາຍໃນການຈຳໜ່າຍຜົນຜະລິດ. ເພື່ອເພີ່ມມູນຄ່າໃຫ້ແກ່ຜົນຜະລິດ ລາວຈຶ່ງເລີ່ມສຶກສາການແປຮູບໝາກພ້າວ ໂດຍເນັ້ນໄປທີ່ຂັ້ນຕອນໃນການເຮັດກະແລັມໝາກພ້າວ.

ໃນຊ່ວງເວລາດຽວກັນ, ໂຄງການພັດທະນາແຫຼ່ງໜຶ່ງໄດ້ມາສົ່ງເສີມໃຫ້ຊາວກະສິກອນປູກໝາກໂກໂກ້ ພາຍໃຕ້ບົດບັນທຶກສັນຍາແບບຊື້-ຂາຍ ໂດຍຮັບປະກັນການຮັບຊື້ຜົນຜະລິດ. ແຕ່ເມື່ອໂຄງການບໍ່ສາມາດດຳເນີນຕໍ່ໄປໄດ້ ແລະ ຊາວກະສິກອນຫຼາຍຄົນກໍໄດ້ຖອນຕົ້ນກາໂກ້ອອກ, ແຕ່ຕູ້ກູດກັບເຫັນໂອກາດໃນສິ່ງທີ່ຄົນອື່ນເຫັນວ່າເປັນຄວາມລົ້ມເຫຼວ. ລາວໄດ້ຮັກສາຕົ້ນໂກໂກ້ໄວ້ ແລະ ທຸ່ມເທສຶກສາຮຽນຮູ້ວິທີການປູກ ແລະ ບຳລຸງຮັກສາຢ່າງຈິງຈັງ. ຕໍ່ມາ, ລາວ ແລະ ລູກຊາຍ ໄດ້ເດີນທາງໄປສຶກສາເຕັກນິກການປູກໂກໂກ້ ແລະ ການຜະລິດຊັອກໂກແລັດຈາກປະເທດເພື່ອນບ້ານ. ຫຼັງຈາກກັບມາ, ພວກເຂົາສາມາດຜະລິດຊັອກໂກແລັດທີ່ມີຄຸນນະພາບສູງໄດ້ສຳເລັດ ໂດຍໃຊ້ເມັດໂກໂກ້ຈາກສວນຂອງຕົນເອງ.

ປັດຈຸບັນ, ຕູ້ກູດຍັງມີຕົ້ນໂກໂກ້ຫຼາຍກວ່າ 800 ຕົ້ນ ແລະ ມີແຜນຈະຮັບຊື້ແກ່ນໂກໂກ້ເພີ່ມຈາກຊາວກະສິກອນໃນພື້ນທີ່ໃກ້ຄຽງ ເພື່ອຊ່ວຍສົ່ງເສີມການຜະລິດໂກໂກ້ພາຍໃນຊຸມຊົນ. ເປົ້າໝາຍສູງສຸດຂອງລາວ ຄື ການພັດທະນາສວນຂອງຕົນໃຫ້ກາຍເປັນສູນການຮຽນຮູ້ ເພື່ອໃຫ້ເດັກນ້ອຍ, ເຍົາວະຊົນ ແລະ ຊາວກະສິກອນ ໄດ້ມີໂອກາດຮຽນຮູ້ຈາກການລົງມືປະຕິບັດຈິງ ທັງໃນດ້ານການປູກກາໂກ້ ແລະ ການແປຮູບເປັນຜະລິດຕະພັນຊັອກໂກແລັດ.

Short Bio

Full name:

ໄພວັນ(ຕູ້ກູດ) ສີໄຊຍະວົງ

Date of Birth:

Place of Birth:

Current Residence:

Education:

Current Profession:

ເຈົ້າຂອງສວນໂກໂກ້ ແລະ ກະແລັມຕູ້ກູດ

Motto:

Share

Recent Champions