ນຸທິກອນ ສີປະເສີດ (ອ້າຍທັອບ)

ເສັ້ນທາງຈາກພະນັກງານສູ່ອາຊີບກະສິກອນ

ການຕັດສິນໃຈລາອອກຈາກວຽກປະຈຳ ເພື່ອຫັນມາເຮັດກະສິກຳຢ່າງເຕັມເວລາ ເປັນການຕັດສິນໃຈຄັ້ງສຳຄັນຂອງ ນຸທິກອນ ສີປະເສີດ (ທັອບ). ການຕັດສິນໃຈນີ້ເກີດຈາກຄວາມສົນໃຈໃນການເຮັດກະສິກຳ ແລະ ຄວາມມັກໃນການເຮັດວຽກກັບພືດ.

ທັອບ ເລີ່ມເຮັດກະສິກຳເປັນອາຊີບເສີມ ໃນຂະນະທີ່ຍັງເຮັດວຽກປະຈຳ. ໃນໄລຍະທຳອິດ ລາວເລີ່ມປູກຕົ້ນອ່ອນດອກຕາເວັນເພື່ອຈຳໜ່າຍ. ເມື່ອກິດຈະການເລີ່ມເຕີບໂຕ ການແບ່ງເວລາລະຫວ່າງວຽກປະຈຳ ແລະ ການເຮັດກະສິກຳກໍເລີ່ມເປັນເລື່ອງຍາກຂຶ້ນ. ດັ່ງນັ້ນ ໃນປີ 2018 ລາວຈຶ່ງຕັດສິນໃຈລາອອກຈາກວຽກ ເພື່ອຫັນມາເຮັດກະສິກຳຢ່າງເຕັມເວລາ.

ຫຼັງຈາກນັ້ນທັອບ ຍັງຄົງຮຽນຮູ້ຢ່າງຕໍ່ເນື່ອງຜ່ານອິນເຕີເນັດ ພ້ອມທັງທົດລອງເຕັກນິກການປູກຜັກຫຼາຍຮູບແບບ. ລາວໄດ້ສະສົມປະສົບການຈາກການລົງມືເຮັດຈິງ ທັງຈາກຄວາມສຳເລັດ ແລະ ຄວາມຜິດພາດ.

ໃນປີ 2019, ທັອບ ໄດ້ກໍ່ຕັ້ງ ບ້ານສວນອາຍອຸ່ນ ຢູ່ແຂວງຫຼວງພະບາງ ໂດຍຜະລິດຜັກຫຼາກຫຼາຍຊະນິດເພື່ອຈຳໜ່າຍໃຫ້ໂຮງແຮມໃນທ້ອງຖິ່ນ. ລາວໃຫ້ຄວາມສຳຄັນກັບການສຶກສາຄວາມຕ້ອງການຂອງຕະຫຼາດ, ລະດູການປູກ ແລະ ຊະນິດຜັກທີ່ໂຮງແຮມຕ້ອງການ ເພື່ອນຳຂໍ້ມູນມາວາງແຜນການຜະລິດໃຫ້ກົງກັບຄວາມຕ້ອງການ.

ປັດຈຸບັນ ສວນອາຍອຸ່ນ ປູກຜັກຫຼາຍກວ່າ 100 ຊະນິດ ເຊັ່ນ: ໝາກເລັ່ນ, ຫົວກະຣົດ, ໝາກບວບ, ໝາກຫຸ່ງ ແລະ ໝາກແຕງ. ທັງນັ້ນສວນຍັງພະຍາຍາມຫຼຸດການນຳໃຊ້ສານເຄມີ ແລະ ຜະລິດປຸ໋ຍອິນຊີ ແລະ ປຸ໋ຍໝັກໄວ້ໃຊ້ເອງພາຍໃນສວນ.

ສຳລັບ ທັອບ, ການເຮັດກະສິກຳໃຫ້ປະສົບຜົນສຳເລັດ ບໍ່ແມ່ນພຽງແຕ່ການຜະລິດຜັກໃຫ້ໄດ້ຫຼາຍ ແຕ່ຕ້ອງເນັ້ນຜັກທີ່ປອດໄພ, ມີຄຸນນະພາບ ແລະ ສ້າງຄວາມໄວ້ວາງໃຈໃຫ້ຜູ້ບໍລິໂພກ ພ້ອມທັງຕອບສະໜອງຄວາມຕ້ອງການຂອງຕະຫຼາດ.

ປະສົບການຈາກການເຮັດກະສິກຳຍັງເຮັດໃຫ້ລາວສາມາດແບ່ງປັນຄວາມຮູ້ໃຫ້ແກ່ຊາວກະສິກອນ ແລະ ຊຸມຊົນອື່ນໆ. ປັດຈຸບັນ ລາວເຮັດວຽກເປັນທີ່ປຶກສາດ້ານກະສິກຳໃຫ້ແກ່ ໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ຄຸ້ມຄອງອ່າງໂຕ່ງແບບຍືນຍົງ (SRIWMSP) ໃນແຂວງໄຊຍະບູລີ ໂດຍໃຫ້ການຝຶກອົບຮົມ ແລະ ຄຳແນະນຳດ້ານເຕັກນິກແກ່ກຸ່ມຊາວກະສິກອນ ແລະ ຄົວເຮືອນໃນທ້ອງຖິ່ນ.

Short Bio

Full name:

ນຸທິກອນ ສີປະເສີດ

Date of Birth:

Place of Birth:

Current Residence:

Education:

Current Profession:

ເຈົ້າຂອງສວນບ້ານສວນອາຍອຸ່ນ

Motto:

ຂ້ອຍທ໋ອບຄົນປູກຜັກ

Share

Recent Champions