ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ

ຮສ. ສຸລິວັນ ຫຼ້າໜໍ່ສະຫວັນ ອາຈານສອນ ແລະ ຮອງຫົວໜ້າພາກວິຊາຊີວະວິທະຍາ ຄະນະວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ທີ່ອຸທິດຕົນໃຫ້ກັບການສຶກສາດ້ານສັນຖານວິທະຍາຂອງພືດ ແລະ ພືດທີ່ມີທໍ່ລໍາລຽງໃນ ສປປ ລາວ, ເຊິ່ງມີຈຸດເລີ່ມຕົ້ນຈາກການເຮັດຄົ້ນຄ້ວາທີ່ຕົນເອງມັກ ແລະ ຢາກສຶກສາການນໍາໃຊ້ພືດຕ່າງໆໂດຍສະເພາະວຽກງານການຄົ້ນຄວ້າທາງດ້ານພືດສາດ ຫຼື ທາງດ້ານຊີວະນາໆພັນ ບໍ່ວ່າຈະເປັນການຄົ້ນຄວ້າທາງດ້ານຄວາມຫຼາກຫຼາຍຂອງພືດ, ການນໍາໃຊ້ພືດຊົນເຜົ່າ, ການນໍາໃຊ້ພືດເປັນຢາ ລວມເຖິງການປະເມີນສະຖານະພາບຄວາມຢູ່ລອດ ຫຼື ຄວາມຍືນຍົງຂອງພືດບາງຊະນິດທີ່ຫາຍາກ ແລະ ມີຄຸນຄ່າທາງເສດຖະກິດ-ສັງຄົມ. ຫຼັງຈາກທີ່ຈົບປະລິນຍາຕີ, ທ່ານ ສຸລິວັນ ໄດ້ເລີ່ມຕົ້ນສະໝັກເປັນອາຈານສອນຢູ່ພາກວິຊາຊີວະວິທະຍາ, ເຊິ່ງເປັນສະຖານທີ່ດຽວກັນທີ່ໄດ້ປະສົບການໃນການຄົ້ນຄວ້າ. ຈຸດປ່ຽນໃນໜ້າທີ່ວຽກງານແມ່ນໄດ້ຮັບໂອກາດອອກສໍາຫຼວດຄວາມຫຼາກຫຼາຍຂອງພືດກັບນັກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ໂດຍເລີ່ມຈາກທີ່ມີໂອກາດເຂົ້າຮ່ວມໂຄງການ ດາວິນ (Darwin) ຈາກປະເທດອັງກິດ ຮ່ວມກັບສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຄະນະວິທະຍາສາດທໍາມະຊາດ ກໍ່ຄືພາກວິຊາຊີວະວິທະຍາ ເຊິ່ງຈາກຈຸດດັ່ງກ່າວເຮັດໃຫ້ເປັນແຮງບັນດານໃຈ ເຮັດໃຫ້ ຮອງສາດສະດາຈານ ສຸລິວັນ ຫຼ້າໜໍ່ສະຫວັນ ໄດ້ສືບຕໍ່ຄົ້ນຄວ້າໃນສະເພາະດ້ານໃຫ້ຫຼາຍຂຶ້ນ. ຜົນງານ ແມ່ນໄດ້ຖືກບັນທຶກໄວ້ໃນວາລະສານລະດັບຊາດ ແລະ […]