ບໍລິສັດ ຄຸູນເຂົ້າ ຈໍາກັດ: ການຫຼຸດຜ່ອນຂີ້ເຫຍື້ອ ຜ່ານການນໍາໃຊ້ກ້ວຍທຸກສ່ວນຢ່າງຄຸ້ມຄ່າ

ນາງ ບົວສະນິດ (ນົກ) ເຈົ້າຂອງບໍລິສັດ ຄູນເຂົ້າ ຈໍາກັດ ໄດ້ກໍ່ຕັ້ງຂື້ນໃນປີ 2023 ດ້ວຍພາລະກິດທີ່ຊັດເຈນ ຄື ການຫຼຸດຜ່ອນຂີ້ເຫຍື້ອທາງກະສິກໍາ ໂດຍການນໍາໃຊ້ຊັບພະຍາກອນທ້ອງຖິ່ນໃຫ້ເກີດປະໂຫຍດສູງສຸດ. ໃນຖານະເປັນຜູ້ນໍາເຂົ້າ ແລະ ສົ່ງອອກຜະລິດຕະພັນອາຫານ, ບໍລິສັດໄດ້ກ້າວຂ້າມການຄ້າແບບດັ້ງເດີມ ແລະ ຍັງນໍາເອົາ “ກ້ວຍ” ຊຶ່ງເປັນໝາກໄມ້ທີ່ມີຫຼາຍໃນພາກພື້ນ ມາແປຮູບເປັນຜະລິດຕະພັນເພື່ອເພີ່ມມູນຄ່າໃຫ້ສູງ ແລະ ເປັນມິດກັບສິ່ງແວດລ້ອມ ໃນຫຼາຍຮູບແບບ. ແນວຄິດທາງທຸລະກິດນີ້ເກີດຂຶ້ນຈາກບ້ານເກີດຂອງນົກ ເນື່ອງຈາກວ່າມີຕົ້ນກ້ວຍເປັນຈໍານວນຫຼາຍ ແຕ່ຕົ້ນກ້ວຍສ່ວນຫຼາຍຖືກປະໄວ້ໂດຍບໍ່ໄດ້ນໍາໃຊ້. ຈາກທີ່ເບິ່ງຕົ້ນກ້ວຍທີ່ເຫຼືອ ແລະ ໃບກ້ວຍຕ່າງໆເຄີຍເປັນຂີ້ເຫຍື້ອ, ນົກກັບເຫັນເປັນໂອກາດໃນການອອກແບບ ທຸລະກິດແບບໝຸນວຽນ ແລະ ນໍາໃຊ້ຊັບພະຍາກອນຢ່າງມີປະສິດທິພາບ ເພື່ອໃຫ້ກ້ວຍທຸກສ່ວນມີມູນຄ່າສູງສຸດ. ບໍລິສັດ ຄູນເຂົ້າ ຈໍາກັດ ນໍາໃຊ້ກ້ວຍໃນການຜະລິດອາຫານ ແລະ ຂອງວ່າງເພື່ອສຸຂະພາບ ພ້ອມທັງສະກັດເສັ້ນໃຍຈາກຕົ້ນກ້ວຍເພື່ອນໍາໄປໃຊ້ໃນຜະລິດຕະພັນ ແລະ ເຄື່ອງຈັກ. ສ່ວນທີ່ເຫຼືອຈາກການຜະລິດກໍຖືກນໍາກັບມາໃຊ້ໃໝ່, ນ້ໍາທີ່ໄດ້ຈາກການສະກັດເສັ້ນໃຍ ຖືກນໍາໄປຜະລິດເປັນປຸ໋ຍອິນຊີ ແລະ ຮາກກ້ວຍຖືກນໍາໄປແປຮູບເປັນແປ້ງ ເພື່ອໃຊ້ໃນການເຮັດເສັ້ນເຂົ້າປຽກ. ດ້ວຍການເບິ່ງເຫັນຕົ້ນກ້ວຍເປັນຊັບພະຍາກອນທັງຕົ້ນ ແທນທີ່ຈະເປັນພືດທີ່ນໍາໃຊ້ພຽງຄັ້ງດຽວ, ບໍລິສັດຈຶ່ງສາມາດຫຼຸດຜ່ອນຂີ້ເຫຍື້ອໄດ້ເກືອບຈະເປັນສູນ. ຜົນທີ່ໄດ້ຮັບຄື ລະບົບຫຼຸດຜ່ອນຂີ້ເຫຍື້ອໄດ້ຈິງ […]

ມິມີ່ ພົມມາລີ ອາຍຸ 27 ປີ ຕົວແທນຊາວກະສິກອນລຸ້ນໃໝ່ຈາກ ບ້ານພົງສະຫວັນ ເມືອງປາກອູ ແຂວງຫຼວງພະບາງ

ສວນຄໍາເພັດ (Kham Phet Garden) ກໍ່ຕັ້ງຂຶ້ນໃນປີ 2000 ໂດຍພໍ່ຂອງມີມີ່ ມີເນື້ອທີ່ທັງໝົດ 18 ເຮັກຕາ. ເຊິ່ງໄດ້ຮັບແຮງບັນດານໃຈມາຈາກການໄປຢ້ຽມຢາມປະເທດໄທ ແລະ ເຫັນຄວາມຫຼາກຫຼາຍຂອງໝາກໄມ້. ໃນເວລານັ້ນ ປະເທດລາວນໍາເຂົ້າໝາກໄມ້ຈໍານວນຫຼາຍຈາກປະເທດໄທ, ສິ່ງນີ້ເປັນແຮງຈູງໃຈໃຫ້ລາວນໍາເອົາແນວພັນໝາກໄມ້ຫຼາຍຊະນິດມາປູກໃນສວນຂອງຕົນເອງ ເຊັ່ນ: ໝາກພຸກ, ໝາກເງາະ, ໝາກລະມຸດ, ໝາກລໍາໄຍ ແລະ ອື່ນໆ. ໃນຊ່ວງເລີ່ມຕົ້ນທຸລະກິດ ອຸປະສັກທີ່ໃຫຍ່ທີ່ສຸດຄື ຄວາມຮູ້ທາງເຕັກນິກທີ່ຈໍາກັດ, ໂລກພະຍາດພືດ, ໄພພິບັດທາງທໍາມະຊາດ ແລະ ຕົ້ນທຶນການຜະລິດທີ່ສູງ ເພື່ອສຶບຕໍ່ອາຊີບຫຼັກຂອງຄອບຄົວໃຫ້ເຂັ້ມແຂງ, ມີມີ່ ພົມມະລີ (Mimi Phommaly) ໄດ້ເລືອກຮຽນດ້ານກະສິກໍາ ແລະ ໄດ້ສໍາເລັດການສຶກສາຈາກວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ ໃນປີ 2018. ຫຼັງຈາກຈົບການສຶກສາ ມີມີ່ໄດ້ເຂົ້າມາມີບົດບາດໃນການເຮັດສວນໝາກໄມ້ ເພື່ອຊ່ວຍສະໜັບສະໜູນທຸລະກິດຂອງຄອບຄົວ. ສວນຄໍາເພັດໃຫ້ຄວາມສໍາຄັນຕໍ່ກັບກະສິກໍາຢ່າງຍືນຍົງ ແລະ ບໍ່ໃຊ້ສານເຄມີ ພ້ອມກັບການສົ່ງເສີມພັນພືດທ້ອງຖິ່ນ ແລະ ພືດພື້ນເມືອງ ບໍ່ພຽງແຕ່ສ້າງລາຍຮັບໃຫ້ແກ່ຊາວກະສິກອນ ແຕ່ຍັງມີບົດບາດສໍາຄັນໃນການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນກະສິກໍາ. ດ້ວຍການປູກພືດພັນພື້ນເມືອງຫຼາກຫຼາຍ ແລະ […]

ກາເຟສະຫາຍ: ກາເຟທີ່ມີຈັນຍາບັນຈາກຫຼວງພະບາງ

ໂຮງງານ ຂົ້ວກາເຟສະຫາຍລາວ (Sahai Lao Coffee Roastery) ແມ່ນໂຄງການທີ່ຂັບເຄື່ອນໂດຍຊຸມຊົນ ເພື່ອສົ່ງເສີມ ແລະ ຊຸກຍູ້ໃຫ້ແກ່ຊາວກະສິກອນໃນພາກເໜືອຂອງລາວ. ສະຫາຍ ສົ່ງເສີມແນວທາງການຜະລິດຢ່າງຍືນຍົງ ໂດຍຝຶກອົບຮົມໃຫ້ຊາວສວນກາເຟໃນການເກັບກ່ຽວດ້ວຍມື,ໃນການຄັດເລືອກ (hand-picking) ແລະ ວິທີການແປຮູບທີ່ພິຖີພິຖັນ. ພ້ອມກັນນັ້ນ ຍັງຊ່ວຍເຫຼືອຊຸມຊົນຄູ່ຮ່ວມງານໃຫ້ເຂົາເຈົ້າເຂົ້າໃຈ ແລະ ຊຳນານໃນທຸກຂັ້ນຕອນຂອງການຜະລິດ ພ້ອມກັບປົກປ້ອງຜືນດິນບັນພະບຸລຸດຂອງພວກເຂົາ. ໃນປີ 2012 ທ່ານ Alex Chitdara ໜຶ່ງໃນສອງຜູ້ກໍ່ຕັ້ງຂອງໂຮງຄົ່ວກາເຟສະຫາຍ ໄດ້ຂະຫຍາຍແນວຄິດໄປສູ່ພາກການທ່ອງທ່ຽວ ໂດຍຈັດທົວທ່ອງທ່ຽວ ນຳທ່ຽວໄປໃນເຂດປູກກາເຟໃນຮອບໆເມືອງຫຼວງພະບາງ, ເພື່ອໃຫ້ນັກທ່ອງທ່ຽວໄດ້ຮູ້ຈັກມຸມມອງຂອງຜູ້ຜະລິດໃນຫ່ວງໂຊ່ຄຸນຄ່າຂອງກາເຟ ໂດຍຍຶດຫຼັກການ “ຄວາມຮັບຜິດຊອບຂອງຜູ້ບໍລິໂພກ” ເປັນຫຼັກ ການທ່ອງທ່ຽວເຫຼົ່ານີ້ ເນັ້ນໃສ່ການແລກປ່ຽນວັດທະນະທຳຢ່າງແທ້ຈິງ ແລະ ການມີປະສົບການຮ່ວມກັນຢ່າງມີຄວາມໝາຍກັບຊຸມຊົນທ້ອງຖິ່ນ. ຜ່ານປະສົບການນີ້ ຜູ້ຢ້ຽມຢາມຈະໄດ້ຮຽນຮູ້ກະບວນການປູກ, ເກັບກ່ຽວ ແລະ ແປຮູບກາເຟ ໃນຂະນະທີ່ປະຊາຊົນໃນທ້ອງຖິ່ນກໍໄດ້ຮັບລາຍໄດ້ເພີ່ມເຕີມ ແລະ ການຍອມຮັບຕໍ່ພູມປັນຍາດັ້ງເດີມຂອງພວກເຂົາ. ປັດຊະຍາຂອງ SAHAI ຍັງຍຶດຖືສິນລະປະໃນການສ້າງສັນເຄື່ອງດື່ມຕົ້ນສະບັບ ຢູ່ໃນອາຫານທ້ອງຖິ່ນ ໂດຍຜປະສົມປະສານລົດຊາດທີ່ແທ້ຈິງ ແລະ ຄວາມຍືນຍົງເຂົ້າ,  ເຄື່ອງດື່ມທຸກແກ້ວ ຖືກຜະລິດຈາກວັດຖຸດິບທີ່ຮັບຊື້ໂດຍກົງຈາກຊາວກະສິກອນ, […]