ມະນີວັນ ດຳລົງຕຳແໜ່ງຜູ້ຈັດການທຶນນ້ອຍລະດັບພາກພື້ນ ຢູ່ ALiSEA

ປັດຈຸບັນ ທ່ານ ນາງ ມະນີວັນ ດຳລົງຕຳແໜ່ງຜູ້ຈັດການທຶນນ້ອຍລະດັບພາກພື້ນ ຢູ່ ALiSEA (Agroecology Learning Alliance in Southeast Asia). ລາວໄດ້ສະໜັບສະໜູນພາກສ່ວນທ້ອງຖິ່ນ ແລະ ພາກພື້ນ ທີ່ກຳລັງຂັບເຄື່ອນການປ່ຽນແປງດ້ານນິເວດວິທະຍາການກະເສດ (agroecology) ບົດບາດດັ່ງກ່າວຂອງມະນີວັນ ໄດ້ເຊື່ອມໂຍງໂຄງການຈາກຊຸມຊົນຮາກຖານເຂົ້າກັບການຮຽນຮູ້ລະດັບພາກພື້ນ ເພື່ອໃຫ້ໄດ້ປະສົບການຈິງແລະ ນຳໄປໃຊ້ໃນການສ້າງຄວາມຮູ້ ແລະ ການດຳເນີນງານຮ່ວມກັນ.

ເສັ້ນທາງການເຮັດວຽກຂອງມະນີວັນ ເລີ່ມຕົ້ນໃນປີ 2015 ກັບໂຄງການ The Agro-Biodiversity Initiative (TABI) ເຊິ່ງເປັນໂຄງການຮ່ວມມືສຳຄັນລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ຂອງລາວ ແລະ ອົງການພັດທະນາສະວິດ (SDC). ໃນຊ່ວງປີສຸດທ້າຍຂອງໂຄງການ 10 ປີ ທ່ານມະນີວັນ ໄດ້ມີສ່ວນຮ່ວມໃນວຽກງານທີ່ເຊື່ອມໂຍງການຈັດການດິນຢ່າງຍືນຍົງ ກັບການອະນຸລັກຊີວະນາໆພັນ ແລະ ການປັບປຸງຊີວິດຄວາມເປັນຢູ່ຂອງຊຸມຊົນເຂດພູດອຍ, ຕັ້ງແຕ່ການຮ່ວມມືຈັດການປະມົງ, ການເຮັດກະສິກຳອິນຊີ ຈົນເຖິງຫ່ວງໂສ້ມູນຄ່າຂອງຜະລິດຕະພັນເຄື່ອງປ່າຂອງດົງ (non-timber forest products), TABI ໄດ້ກາຍເປັນພື້ນຖານສຳຄັນໃຫ້ກັບວຽກຂອງມະນີວັນ ໃນການເຊື່ອມໂຍງຄົນ, ທີ່ດິນ ແລະ ຊີວະນາໆພັນ.

ຫຼັງຈາກໂຄງການ TABI ສິ້ນສຸດລົງ ມະນີວັນ ຍັງສືບຕໍ່ເສັ້ນທາງນີ້ ຜ່ານ ALiSEA ເຊິ່ງເປັນເຄືອຂ່າຍພາກພື້ນທີ່ບໍ່ເປັນທາງການ ແຕ່ມີຄວາມຄືບໜ້າສູງ ແລະ ມີການເຄື່ອນໄຫວ ທີ່ອຸທິດຕົນໃຫ້ກັບການນິເວດວິທະຍາການກະເສດ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຜ່ານການສ້າງຄວາມຮ່ວມມື, ການສົ່ງເສີມການຮຽນຮູ້ຈາກຫຼັກຖານ ແລະ ການສ້າງພື້ນທີ່ປອດໄພໃນການແລກປ່ຽນຄວາມຮູ້, ALiSEA ເຮັດໃຫ້ພາກສ່ວນຕ່າງໆສາມາດຮຽນຮູ້ຈາກກັນ ແລະ ກັນ ແລະ ຊ່ວຍສົ່ງເສີມການປ່ຽນລະບົບນິເວດວິທະຍາການກະເສດ ຢ່າງຍືນຍົງໃນພາກພື້ນ.

Short Bio

Full name:

ມະນີວັນ

Date of Birth:

Place of Birth:

Current Residence:

Education:

Current Profession:

ຜູ້ຈັດການທຶນນ້ອຍລະດັບພາກພື້ນ ຢູ່ ALiSEA

Motto:

Share

Recent Champions