ບຸນປະສັກໄຊ ຄຳພູມີ (ກົບ)
ບຸນປະສັກໄຊ ຄຳພູມີ ເປັນນັກຄົ້ນຄວ້າດ້ານປ່າໄມ້ຂອງລາວ ແລະ ຜູ້ຊ່ຽວຊານດ້ານວິທະຍາການປ່າໄມ້ ທີ່ມີປະສົບການຫຼາຍກວ່າ 20 ປີ ໃນດ້ານການຈັດການປ່າໄມ້ຢ່າງຍືນຍົງ, ການຟື້ນຟູປ່າ ແລະ ການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນ. ຜ່ານມາ ລາວເຄີຍເຮັດວຽກຢູ່ສູນຄົ້ນຄວ້າປ່າໄມ້ ຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ແລະ ປັດຈຸບັນດຳລົງຕຳແໜ່ງເປັນວິຊາການຢູ່ພະແນກຄຸ້ມຄອງປ່າສະຫງວນ ຂອງກົມປ່າໄມ້, ສປປ ລາວ. ຕະຫຼອດໄລຍະການເຮັດວຽກ, ລາວໄດ້ມີສ່ວນສຳຄັນໃນການຄົ້ນຄວ້າດ້ານປ່າໄມ້, ການພັດທະນານະໂຍບາຍ ແລະ ການນຳໃຊ້ວິທີການທີ່ເໝາະສົມໃນການອະນຸລັກຊັບພະຍາກອນປ່າໄມ້ຂອງປະເທດ. ໜຶ່ງໃນວຽກງານຫຼັກຂອງລາວ ແມ່ນການປັບປຸງການຈັດຫາແຫຼ່ງແນວພັນທີ່ມີຄຸນນະພາບສຳລັບການຟື້ນຟູປ່າ. ມີສ່ວນຮ່ວມໃນການສຳຫຼວດ ແລະ ກຳນົດພື້ນທີ່ແຫຼ່ງແນວພັນໄມ້ 76 ແຫ່ງ ສຳລັບຕົ້ນໄມ້ຊະນິດພື້ນເມືອງ 29 ຊະນິດ ຄອບຄຸມທັງ 18 ແຂວງຂອງ ສປປ ລາວ. ຜົນງານດັ່ງກ່າວໄດ້ຊ່ວຍເສີມສ້າງ ສວນກ້າໄມ້ ແລະ ສະໜັບສະໜູນວຽກງານຟື້ນຟູປ່າໃນລະດັບຊາດ. ທັງນັ້ນ ບຸນປະສັກໄຊ ໄດ້ສຳເລັດການສຶກສາລະດັບປະລິນຍາໂທ ສາຂາວິຊາວິທະຍາການປ່າໄມ້ (ການຈັດການປ່າໄມ້ເຂດຮ້ອນ) ຈາກມະຫາວິທະຍາໄລ Nanjing Forestry […]
ບຸນຈັນ ເມກອາລູນ
ທ່ານ ບຸນຈັນ ເມກອາລູນ, ຮອງຫົວໜ້າສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), ກ່າວວ່າການຄຸ້ມຄອງຊັບພະຍາກອນປ່າໄມ້ໃຫ້ເປັນການປະຕິບັດ ໃນການສົ່ງເສີມ ແລະ ຄຸ້ມຄອງພືດອາຫານຈາກປ່າ ເພື່ອໂພຊະນາການໃຫ້ຊຸມຊົນ. ພາຍທີ່ຫຼັງສຳເລັດການສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາໄລປ່າໄມ້ຊວນມາຍ ສສ ຫວຽດນາມ, ລາວໄດ້ກັບຄືນສູ່ປະເທດລາວ ພ້ອມທັງນຳເອົາຄວາມຮູ້ວິຊາການໃນການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ຄວາມມຸ່ງໝັ້ນອັນແຂງແກ່ນເພື່ອຮັບໃຊ້ຊຸມຊົນໃນຊົນນະບົດ. ປະສົບການໃນຊ່ວງທໍາອິດ ທີ່ໄດ້ເຮັດວຽກໃກ້ຊິດກັບຊາວບ້ານ ໄດ້ຫຼໍ່ຫຼອມໃຫ້ລາວເຊື່ອໝັ້ນວ່າ ການພັດທະນາຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ, ບໍ່ພຽງແຕ່ການອະນຸລັກ; ມັນຕ້ອງຊ່ວຍໃຫ້ຊຸມຊົນເປັນເຈົ້າການໃນການຊຸກຍູ້ສົ່ງເສີມ ແລະ ອະນຸລັກແຫຼ່ງພືດອາຫານຈາກປ່າ ດ້ວຍຕົວຂອງເຂົ້າເອງ ແລະ ເປັນແຫຼ່ງລາຍຮັບອັນສຳຄັນຂອງຊຸມຊົນ ຮັບປະກັນໃນການບໍລິໂພດພືດປ່າ ແລະ ມີໂພຊະນາການໃນຊຸມຊົນ. ທ່ານ ບຸນຈັນ ເມກອາລຸນ ຜູ້ຮັບຜິດຊອບວຽກພືດອາຫານຈາກປ່າ ( ອົງປະກອບ 1a.4) ຂອງໂຄງການ ກະສິກໍາເພື່ອໂພຊະນາການໄລຍະ II (AFN II) ທີ່ຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ສກປພ ແລະ CDE ກ່ຽວກັບແຫຼ່ງອາຫານທ້ອງຖິ່ນ ແລະ […]
ມະນີວັນ ອະລິຍາວົງ
ປັດຈຸບັນ ທ່ານ ນາງ ມະນີວັນ ດຳລົງຕຳແໜ່ງຜູ້ຈັດການທຶນນ້ອຍລະດັບພາກພື້ນ ຢູ່ ALiSEA (Agroecology Learning Alliance in Southeast Asia). ລາວໄດ້ສະໜັບສະໜູນພາກສ່ວນທ້ອງຖິ່ນ ແລະ ພາກພື້ນ ທີ່ກຳລັງຂັບເຄື່ອນການປ່ຽນແປງດ້ານນິເວດວິທະຍາການກະເສດ (agroecology) ບົດບາດດັ່ງກ່າວຂອງມະນີວັນ ໄດ້ເຊື່ອມໂຍງໂຄງການຈາກຊຸມຊົນຮາກຖານເຂົ້າກັບການຮຽນຮູ້ລະດັບພາກພື້ນ ເພື່ອໃຫ້ໄດ້ປະສົບການຈິງແລະ ນຳໄປໃຊ້ໃນການສ້າງຄວາມຮູ້ ແລະ ການດຳເນີນງານຮ່ວມກັນ. ເສັ້ນທາງການເຮັດວຽກຂອງມະນີວັນ ເລີ່ມຕົ້ນໃນປີ 2015 ກັບໂຄງການ The Agro-Biodiversity Initiative (TABI) ເຊິ່ງເປັນໂຄງການຮ່ວມມືສຳຄັນລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ຂອງລາວ ແລະ ອົງການພັດທະນາສະວິດ (SDC). ໃນຊ່ວງປີສຸດທ້າຍຂອງໂຄງການ 10 ປີ ທ່ານມະນີວັນ ໄດ້ມີສ່ວນຮ່ວມໃນວຽກງານທີ່ເຊື່ອມໂຍງການຈັດການດິນຢ່າງຍືນຍົງ ກັບການອະນຸລັກຊີວະນາໆພັນ ແລະ ການປັບປຸງຊີວິດຄວາມເປັນຢູ່ຂອງຊຸມຊົນເຂດພູດອຍ, ຕັ້ງແຕ່ການຮ່ວມມືຈັດການປະມົງ, ການເຮັດກະສິກຳອິນຊີ ຈົນເຖິງຫ່ວງໂສ້ມູນຄ່າຂອງຜະລິດຕະພັນເຄື່ອງປ່າຂອງດົງ (non-timber forest products), TABI ໄດ້ກາຍເປັນພື້ນຖານສຳຄັນໃຫ້ກັບວຽກຂອງມະນີວັນ […]


