July 24, 2026
ບຸນປະສັກໄຊ ຄຳພູມີ ເປັນນັກຄົ້ນຄວ້າດ້ານປ່າໄມ້ຂອງລາວ ແລະ ຜູ້ຊ່ຽວຊານດ້ານວິທະຍາການປ່າໄມ້ ທີ່ມີປະສົບການຫຼາຍກວ່າ 20 ປີ ໃນດ້ານການຈັດການປ່າໄມ້ຢ່າງຍືນຍົງ, ການຟື້ນຟູປ່າ ແລະ ການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນ. ຜ່ານມາ ລາວເຄີຍເຮັດວຽກຢູ່ສູນຄົ້ນຄວ້າປ່າໄມ້ ຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ (NAFRI) ແລະ ປັດຈຸບັນດຳລົງຕຳແໜ່ງເປັນວິຊາການຢູ່ພະແນກຄຸ້ມຄອງປ່າສະຫງວນ ຂອງກົມປ່າໄມ້, ສປປ ລາວ. ຕະຫຼອດໄລຍະການເຮັດວຽກ, ລາວໄດ້ມີສ່ວນສຳຄັນໃນການຄົ້ນຄວ້າດ້ານປ່າໄມ້, ການພັດທະນານະໂຍບາຍ ແລະ ການນຳໃຊ້ວິທີການທີ່ເໝາະສົມໃນການອະນຸລັກຊັບພະຍາກອນປ່າໄມ້ຂອງປະເທດ.
ໜຶ່ງໃນວຽກງານຫຼັກຂອງລາວ ແມ່ນການປັບປຸງການຈັດຫາແຫຼ່ງແນວພັນທີ່ມີຄຸນນະພາບສຳລັບການຟື້ນຟູປ່າ. ມີສ່ວນຮ່ວມໃນການສຳຫຼວດ ແລະ ກຳນົດພື້ນທີ່ແຫຼ່ງແນວພັນໄມ້ 76 ແຫ່ງ ສຳລັບຕົ້ນໄມ້ຊະນິດພື້ນເມືອງ 29 ຊະນິດ ຄອບຄຸມທັງ 18 ແຂວງຂອງ ສປປ ລາວ. ຜົນງານດັ່ງກ່າວໄດ້ຊ່ວຍເສີມສ້າງ ສວນກ້າໄມ້ ແລະ ສະໜັບສະໜູນວຽກງານຟື້ນຟູປ່າໃນລະດັບຊາດ. ທັງນັ້ນ ບຸນປະສັກໄຊ ໄດ້ສຳເລັດການສຶກສາລະດັບປະລິນຍາໂທ ສາຂາວິຊາວິທະຍາການປ່າໄມ້ (ການຈັດການປ່າໄມ້ເຂດຮ້ອນ) ຈາກມະຫາວິທະຍາໄລ Nanjing Forestry University ປະເທດຈີນ ເຊິ່ງການຄົ້ນຄວ້າຂອງລາວໄດ້ປະກອບສ່ວນໃນການເພີ່ມພູນຄວາມຮູ້ກ່ຽວກັບການປູກໄມ້ພື້ນເມືອງ, ການຟື້ນຟູປ່າ ແລະ ການອະນຸລັກຄວາມຫຼາກຫຼາຍທາງຊີວະນາໆພັນ.
ບຸນປະສັກໄຊ ໄດ້ເຜີຍແຜ່ຜົນງານຄົ້ນຄວ້າທາງວິຊາການຫຼາຍດ້ານ ເຊັ່ນ: ນິເວດວິທະຍາປ່າໄມ້, ຊະນິດພັນໄມ້ພື້ນເມືອງ, ລະບົບປ່າໄມ້ກະສິກຳ ແລະ ການຈັດການປ່າໄມ້ຢ່າງຍືນຍົງ. ທັງຍັງເປັນຕົວແທນຂອງ ສປປ ລາວ ໃນຫຼາຍກິດຈະກຳດ້ານປ່າໄມ້ລະດັບພາກພື້ນ ເຊັ່ນ: Asia-Pacific Network for Sustainable Forest Management and Rehabilitation (APFNet) ແລະ Sino-ASEAN Network of Forestry Research Institutes (SANFRI). ນອກຈາກນີ້ ລາວຍັງມີສ່ວນຮ່ວມໃນຖານຂໍ້ມູນຊະນິດພັນຂອງພັນພືດ ພາຍໃຕ້ໂຄງການ ພາເຂົ້າລາວ ແລະ ເປັນສະມາຊິກຂອງຄະນະເຮັດວຽກອາຊຽນດ້ານການອະນຸລັກທຳມະຊາດ ແລະ ຄວາມຫຼາກຫຼາຍທາງຊີວະນາໆພັນ (AWGNCB).
ຜ່ານການຄົ້ນຄວ້າ, ການຮ່ວມມື ແລະ ການເຊື່ອມສານກັບພາກພື້ນ, ລາວຍັງຄົງສືບຕໍ່ສະໜັບສະໜູນການຈັດການປ່າໄມ້ ແລະ ຊັບພະຍາກອນທຳມະຊາດຂອງລາວຢ່າງຍືນຍົງ ເພື່ອປະໂຫຍດແກ່ຄົນຮຸ່ນຕໍ່ໄປ.
ສຳລັບ ບຸນປະສັກໄຊ, ວຽກງານດ້ານປ່າໄມ້ບໍ່ແມ່ນພຽງແຕ່ເປັນອາຊີບ ແຕ່ເປັນໂອກາດທີ່ຈະຮ່ວມປົກປ້ອງປ່າໄມ້ອັນມີຄຸນຄ່າ ແລະ ຄວາມຫຼາກຫຼາຍທາງຊີວະນາໆພັນອັນເປັນເອກະລັກຂອງລາວ ພ້ອມທັງສ້າງແຮງບັນດານໃຈໃຫ້ຄົນອື່ນເຫັນຄຸນຄ່າ ແລະ ຮ່ວມກັນອະນຸລັກມໍລະດົກທາງທຳມະຊາດຂອງປະເທດ.

Full name:
ບຸນປະສັກໄຊ ຄຳພູມີ (ກົບ)
Date of Birth:
Place of Birth:
Current Residence:
Education:
Current Profession:
ວິຊາການຂອງພະແນກຄຸ້ມຄອງປ່າສະຫງວນ ຂອງກົມປ່າໄມ້, ສປປ ລາວ
Motto:


