​ບໍລິສັດ ຂ້ອຍຮັກກະສິກໍາ I Love Agriculture

ທ່ານ ນາງ ວິໄລພອນ ສົມສະນິດ ໄດ້ເລີ່ມຜະລິດຝຸ່ນຊີວະພາບໃຫ້ແກ່ຊາວກະສິກອນທ້ອງຖິ່ນ ເພື່ອເປັນທາງເລືອກໃຫ້ແກ່ຜູ້ທີ່ສົນໃຈໃນການສ້າງທາງເລືອກກະສິກຳທີ່ດີຕໍ່ສຸຂະພາບ. ການລິເລີ່ມນີ້ເຮັດໃຫ້ຄົນທົ່ວໄປສາມາດເພີດເພີນກັບອາຫານແຊບ ຄຽງຄູ່ກັບການຮັບປະກັນຄວາມປອດໄພສໍາລັບການບໍລິໂພກ. ​ເພື່ອ​ສະໜັບສະໜູນ​​ພາລະກິດດັ່ງກ່າວ, ທ່ານ ວິໄລພອນ ຈຶ່ງໄດ້ກໍ່​ຕັ້ງ​ບໍລິສັດ ຂ້ອຍຮັກກະສິກໍາ I Love Agriculture, ​ເປັນ​ບໍລິສັດ​ທີ່​ມີເປົ້າໝາຍເພື່ອການ ​ຜະລິດ​ຝຸ່ນ​ຊີວະ​ພາບ​ເພື່ອ​ການ​ປູກຝັງ​ແບບ​ຍືນ​ຍົງ. ສຳລັບການຜະລິດແມ່ນໄດ້ນໍາໃຊ້ວັດຖຸດິບໃນທ້ອງຖິ່ນ ນັບຕັ້ງແຕ່ຊ່ວງ ທ້າຍປີ 2019ເປັນຕົ້ນມາ ເຊິ່ງເນັ້ນໝັກໃສ່ຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ. ຝຸ່ນຊີວະພາບຂອງ I Love Agriculture ເໝາະກັບພືດພັນຕ່າງໆ ລວມທັງພືດຜັກທຸກຊະນິດ, ໄມ້ກິນໝາກ, ຕົ້ນໄມ້ປະດັບ ແລະ ຍັງຊ່ວຍບຳລຸງດິນທີ່ເສື່ອມໂຊມ. ດ້ວຍເຫດຜົນດັ່ງກ່າວໃນປີ 2023, ຜະລິດຕະພັນດັ່ງກ່າວໄດ້ຮັບການຢັ້ງຢືນມາດຕະຖານກະສິກຳອິນຊີຂອງລາວ ຈາກກົມ ປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້. ເຖິງແມ່ນວ່າບໍລິສັດ ຂ້ອຍຮັກກະສິກໍາໄດ້ບັນລຸຜົນສຳເລັດດັ່ງທີ່ກ່າວມາ, ແຕ່ກໍຍັງປະເຊີນກັບສິ່ງທ້າທາຍທາງທຸລະກິດຫຼາຍດ້ານ, ລວມທັງການຂາດແຄນວັດຖຸດິບ, ໂດຍສະເພາະແມ່ນແກບດໍາ ເນື່ອງຈາກ ວັດຖຸດິບມີຈຳກັດ ແລະ ມີຄວາມຕ້ອງການສູງ. ນອກ​ນີ້, ຍັງ​ຂາດ​ກຳລັງ​​ແຮງງານທີ່​ຍັງບໍ່ພຽງພໍ​ໃນ​ການ​ຜະລິດ.

ສາດສະດາຈານ ປອ ວິຈິດ ລຳໄຊ

ໃນປີ 2016 ແລະ 2020, ສາດສະດາຈານ ປອ ວິຈິດ ລຳໄຊ ໄດ້ຮັບລາງວັນນັກຄົ້ນຄວ້າດີເດັ່ນ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄະນະວິທະຍາສາດທຳມະຊາດ ໄດ້ກາຍເປັນແບບຢ່າງໃຫ້ກັບຫຼາຍໆທ່ານໃນສາຂາອະນຸກົມວິຖານພືດ ແລະ ຊີວະນາໆພັນ. ທ່ານ ສາດສະດາຈານ ປອ ວິຈິດ ລໍາໄຊ ເປັນນັກຄົ້ນຄ້ວາທີ່ມີຊື່ສຽງທາງດ້ານຊີວະນາໆພັນ ແລະ ໄດ້ຮັບການຍອມຮັບຈາກການຜົນງານການປະກອບສ່ວນເຂົ້າໃນວຽກງານການກະສິກຳປ່າໄມ້, ການຄຸ້ມຄອງລະບົບນິເວດ ແລະ ຊີວະນາໆພັນກະສິກຳ ໂດຍໄດ້ສຸມໃສ່ການອະນຸລັກຄວາມຫຼາກຫຼາຍຂອງຊະນິດພັນພືດ, ການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງກັບລະບົບນິເວດແບບດັ້ງເດີມ, ແລະ ການພັດທະນາຍຸດທະສາດຂອງຊຸມຊົນໃນການຄຸ້ມຄອງແນວພັນທ້ອງຖິ່ນ. ຫນຶ່ງໃນຂົງເຂດການຄົ້ນຄວ້າທີ່ໂດດເດັ່ນ ແມ່ນການເຊື່ອມສານລະຫວ່າງຄວາມຫຼາກຫຼາຍຂອງຊະນິດພັນພືດ ແລະ ລະບົບນິເວດກະສິກໍາ, ເນັ້ນຫນັກໃສ່ບົດບາດຂອງຄວາມຫຼາກຫຼາຍທາງພັນທຸກໍາເພື່ອການປັບຕົວ ແລະ ຄວາມອ່ອນໄຫວຂອງຊະນິດ. ນອກນັ້ນ,ຍັງໄດ້ປະກອບສ່ວນເຂົ້າໃນທະນາຄານແນວພັນຂອງຊຸມຊົນ ເພື່ອເກັບຮັກສາແນວພັນພືດໃນທ້ອງຖິ່ນ ແລະ ຄໍ້າປະກັນສະບຽງອາຫານ. ຫຼາຍໆຜົນງານການສຶກສາຄົ້ນຄ້ວາຂອງ ສາດສະດາຈານ ປອ ວິຈິດ ລຳໄຊ https://www.researchgate.net/profile/Vichith-Lamxay ໄດ້ຊີ້ໃຫ້ເຫັນຄວາມສໍາຄັນຂອງພູມປັນຍາທ້ອງຖິ່ນໃນການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ, ການເຊື່ອມໂຍງລະຫວ່າງພູມປັນຍາພື້ນບ້ານ ແລະ ຂໍ້ມູນວິທະຍາສາດເພື່ອຄຸ້ມຄອງຊີວະນາໆພັນໃຫ້ເກີດປະສິດທິຜົນ. ເພື່ອທີ່ແກ້ໄຂບັນຫາ ແລະ ສິ່ງທ້າທາຍທາງດ້ານຊີວະນາໆພັນ ອາຈານວິຈິດໄດ້ຊີ້ໃຫ້ເຫັນເຖິງບົດບາດຄວາມສຳຄັນ […]

ພອນໄພລິນ (ນ້ອຍ) ແກ້ວດວງດີ, ເຈົ້າຂອງຮ້ານ ແລະ ນັກສິລະປະທາງດ້ານການປຸງແຕ່ງອາຫານ ທີ່ຮ້ານອາຫານໂດຍຂະນ້ອຍ

ພອນໄພລິນ ແກ້ວດວງດີ ຫຼື ເຈົ້າຂອງຮ້ານອາຫານໂດຍຂະນ້ອຍ ທີ່ນະຄອນຫຼວງວຽງຈັນ ປະເທດລາວ ຖືໄດ້ວ່າເປັນນັກສິລະປະທາງດ້ານການປຸງແຕ່ງອາຫານ ທີ່ອຸທິດຕົນເພື່ອອະນຸລັກ ແລະ ສົ່ງເສີມອາຫານລາວ. ນ້ອຍ ມາຈາກຊຸມຊົນທີ່ເຮັດການກະເສດທີ່ແຂວງຄໍາມ່ວນ ສະຖານທີ່ ທີ່ເຮັດໃຫ້ມີໂອກາດໄດ້ສຶກສາວິທີການປຸງແຕ່ງ ແລະ ຄວາມສຳຄັນຂອງວັດຖຸດິບທີ່ສົດໃໝ່ ແລະ ມີຄຸນນະພາບນໍາແມ່ຕູ້ ທີ່ຮ້ານອາຫານ ໂດຍຂະນ້ອຍ ໄດ້ເອົາໃຈໃສ່ເຖິງ​ການ​ນຳ​ໃຊ້​ວັດ​ຖຸ​ດິບ​ທີ່ສົດໃໝ່ ແລະ ມາຈາກ​ທ້ອງ​ຖິ່ນ ເຊິ່ງເປັນການສະໜັບສະໜູນຊາວກະສິກອນທ້ອງຖິ່ນ ແລະ ຍັງສົ່ງເສີມການປຸງແຕ່ງອາຫານແບບຍືນຍົງອີກດ້ວຍ ເຊິ່ງລາຍການອາຫານຂອງຮ້ານອາຫານໂດຍຂະນ້ອຍຈະມີການປ່ຽນແປງເປັນປະຈໍາທຸກໆອາທິດ ໂດຍຈະເນັ້ນໃສ່ວັດຖຸດິບຕາມລະດູການ ແລະ ລົດຊາດແບບດັ່ງເດີມ. ວິທີການປຸງແຕ່ງນີ້ ບໍ່ພຽງແຕ່ເປັນການສົ່ງເສີມເສດຖະກິດທ້ອງຖິ່ນເທົ່ານັ້ນ ແຕ່ເປັນການຮັບປະກັນວ່າອາຫານທຸກຢ່າງຄວນມີລົດຊາດທີ່ໂດດເດັ່ນເປັນເອກະລັກ ແລະ ສົດໃໝ່ສະເໝີ. ນ້ອຍໄດ້ນໍາສະເໜີ ຕໍ່ກັບການອະນຸລັກທາງດ້ານການປຸງແຕ່ງອາຫານ ແລະ ວິທີສ້າງສັນຂອງລາວ ຈົນເຮັດໃຫ້ຮ້ານອາຫານໂດຍຂະນ້ອຍ ກາຍເປັນໜຶ່ງໃນຮ້ານອາຫານທີ່ໜ້າຊື່ນຊົມທີ່ສຸດອີກໜຶ່ງຮ້ານໃນນະຄອນຫຼວງວຽງຈັນ ແລະ ຍັງໄດ້ເປັນໜຶ່ງໃນ 50 ຮ້ານອາຫານທີ່ດີທີ່ສຸດໃນອາຊີ ໂດຍໄດ້ຮັບລາວງວັນ “Essence of Asia”.