ປອ.ເພັດລາສີ ສຸລະເດດ
ຜູ້ຊ່ວຍສາດສະດາຈານ ປອ.ເພັດລາສີ ສຸລະເດດ, ຫົວໜ້າຝ່າຍຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ອາຈານເພັດລາສີໄດ້ອຸທິດຕົນເພື່ອສຸມໃສ່ເສີມຂະຍາຍວຽກງານດ້ານຊີວະນາໆພັນ ໂດຍເນັ້ນສຶກສາກ່ຽວກັບຊະນິດພັນພືດ. ໂດຍເລີ່ມຈາກທີ່ມີໂອກາດໄດ້ຮັບທຶນດາວິນ (Darwin Scholarship) ສະໜັບສະໜູນໃນຊ່ວງຝຶກງານ ທີ່ຮຽນປະລິນຍາຕີ ແລະ ເຮັດການຄົ້ນຄ້ວາ ຝຶກງານຢູ່ປະເທດອັງກິດ ໃນການເປັນນັກຄົ້ນຄວ້າທາງດ້ານການນໍາໃຊ້ພືດແບບພູມປັນຍາພື້ນບ້ານ. ໃນຊ່ວງໄລຍະທີ່ຜ່ານມານີ້, ອາຈານໄດ້ມີໂອກາດເປັນທີ່ປຶກສາຮ່ວມ ໃຫ້ກັບນັກສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາ ມາຫາສາລະຄາມ ປະເທດໄທ ທີ່ມີຄວາມສົນໃຈເຊີງເລິກສຶກສາພືດພື້ນເມືອງຊົນເຜົ່າ ໂດຍສະເພາະຄວາມແຕກແຕ່າງຂອງການນໍາໃຊ້ພືດຂອງ ຊົນເຜົ່າມົ້ງ ແລະ ຊົນເຜົ່າລາວ ທີ່ແຂວງບໍລິຄໍາໄຊ ປະເທດລາວ, ຈຶ່ງເກີດເປັນໂຄງການໄລຍະສັ້ນຂອງການສຶກສາຄົ້ນຄ້ວາໃນຄັ້ງນີ້ ໂດຍໄດ້ຮວບຮວມເອົາການນຳໃຊ້ແບບພື້ນເມືອງ, ນັບຕັ້ງແຕ່ການໃຊ້ເປັນອາຫານຈົນເຖິງເປັນຢາສະໝຸນໄພ. ເຊິ່ງການຄົ້ນຄ້ວານີ້ຍັງເປັນສ່ວນໜຶ່ງຂອງການລິເລີ່ມສ້າງປື້ມບັນຊີລາຍຊື່ພືດໃນ ສປປ ລາວ ໂດຍແນໃສ່ການອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສໍານຶກເຖິງຄວາມສຳຄັນຂອງພືດ. ເປົ້າໝາຍລິເລີ່ມຂອງອາຈານ ແມ່ນເພື່ອສ້າງບັນຊີລາຍການພືດທີ່ສົມບູນແບບໃນລາວ ແນໃສ່ອະນຸລັກຊີວະນາໆພັນ ແລະ ສົ່ງເສີມປູກຈິດສຳນຶກເຖິງຄວາມສຳຄັນທາງດ້ານນິເວດວິທະຍາ ແລະ ວັດທະນະທຳ, ນໍາສະເໜີການມີສ່ວນຮ່ວມຂອງບຸກຄົນ ແລະ ຊຸມຊົນໃນການອະນຸລັກຮັກສາມໍລະດົກທາງທຳມະຊາດ.