ສະຫະກອນບ້ານແຈ້ງ
ໃນປີ 2009 ໄດ້ມີການຈັດຕັ້ງກຸ່ມເມັດພັນເຂົ້າຂຶ້ນຢູ່ບ້ານແຈ້ງ ໂດຍມີເປົ້າໝາຍເພື່ອສະໜັບສະໜູນຊາວນາໃນທ້ອງຖິ່ນໃຫ້ໄດ້ເມັດພັນເຂົ້າທີ່ມີຄຸນນະພາບດີຂຶ້ນ. ຜ່ານໄລຍະເວລາ ກຸ່ມນີ້ໄດ້ເຕີບໂຕກາຍເປັນສະຫະກອນທີ່ແຂງແຮງ ຕັ້ງຢູ່ບົນພື້ນຖານຂອງຄວາມສາມັກຄີ ແລະ ຄວາມມຸ່ງໝັ້ນຮ່ວມກັນ. ສະຫະກອນບ້ານແຈ້ງໄດ້ຮັບການຈັດຕັ້ງຂື້ນຢ່າງເປັນທາງການໃນປີ 2018. ການຮັບຮອງທາງກົດໝາຍນີ້ເປັນຈຸດໝາຍສຳຄັນ ທີ່ເປີດໂອກາດໃຫ້ກັບຊາວນາແຕ່ລະຄົນ ສາມາດເຮັດໄດ້ດ້ວຍຕົນເອງ. ສະຫະກອນຊ່ວຍໃຫ້ສະມາຊິກໄດ້ຮັບປະໂຫຍດຈາກການຄວບຄຸມຄຸນນະພາບແບບມືອາຊີບ ແລະ ຄຳແນະນຳໃນການເພີ່ມຜົນຜະລິດ, ການລວມຜົນຜະລິດເພື່ອຂາຍຮ່ວມກັນ ແລະ ການເຂົ້າເຖິງການຮັບຮອງມາດຕະຖານ ເຊັ່ນ: ການຮັບຮອງອິນຊີ ທີ່ອອກໂດຍກະຊວງກະສິກຳ ແລະ ປ່າໄມ້. ດ້ວຍພື້ນທີ່ການປູກ 15 ເຮັກຕາ ແລະ ຜົນຜະລິດປະຈຳປີ 45 ໂຕນ, ສະຫະກອນໄດ້ສະແດງໃຫ້ເຫັນ ທັງຄວາມມີວິໄນ ແລະ ວິໄສທັດໃນໄລຍະຍາວ. ຜ່ານການປັບປຸງການສີເຂົ້າ ແລະ ການບັນຈຸຫຸ້ມຫໍ່ ຮ່ວມກັບການເຂົ້າເຖິງຜູ້ຊື້ທີ່ໃສ່ໃຈສຸຂະພາບ ແລະ ຕະຫຼາດໃນເມືອງ, ພວກເຂົາເລີ່ມເຫັນການປັບປຸງດ້ານລາຍໄດ້ ແລະ ຄວາມໝັ້ນຄົງທາງການເງິນ. ປັດຈຸບັນ ສະຫະກອນບ້ານແຈ້ງ ເປັນຕົວຢ່າງທີ່ດີຂອງຄວາມອົດທົນ ແລະ ພະລັງຂອງຊຸມຊົນ, ມັນພິສູດວ່າ: ເມື່ອຊາວນາມີການຈັດຕັ້ງ, ຮຽນຮູ້ຮ່ວມກັນ ແລະ ຊ່ວຍເຫຼືອກັນ […]
ປອ. ລຳເພີຍ ແກ່ນສົມບັດ
ທ່ານ ປອ. ລຳເພີຍ ແກ່ນສົມບັດ ເປັນນັກວິໄຈດ້ານໂພຊະນາການສັດ ແລະ ການຈັດການຟາມ ຜູ້ທີ່ໄດ້ນຳເອົາຄວາມຮູ້ຂອງຕົນໄປໃຊ້ໃນການສ້າງການປ່ຽນແປງທີ່ມີຄວາມໝາຍໃນຊຸມຊົນຊົນນະບົດຂອງປະເທດລາວ. ປອ. ລຳເພີຍ ເຊື່ອວ່າຄວາມຮູ້ທາງວິຊາການຈະມີຄຸນຄ່າຢ່າງແທ້ຈິງ ຕໍ່ເມື່ອຖືກນຳໄປປັບໃຊ້ໃນທາງປະຕິບັດ ເພື່ອຍົກລະດັບຄຸນນະພາບຊີວິດຂອງຄົນໃນຄວາມເປັນຈິງ. ໃນຊ່ວງປີ 2016 ຫາ 2019 ປອ. ລຳເພີຍ ໄດ້ດຳລົງຕຳແໜ່ງເປັນອາຈານຢູ່ ຄະນະກະເສດສາດມະຫາວິທະຍາໄລແຫ່ງຊາດລາວ (NUoL). ໃນໄລຍະນັ້ນ ທ່ານ ໄດ້ລົງເລິກດ້ານການປະເມີນໂຄງການ, ການວາງແຜນ ແລະ ການຕິດຕາມປະເມີນ ຜ່ານການຝຶກອົບຮົມວິຊາການຫຼາຍຄັ້ງ. ໃນປີ 2020 ປອ. ລຳເພີຍ ກ້າວອອກຈາກຫ້ອງສອນ ໄປເຮັດວຽກກັບສະມາຄົມ Anoulak ໃນໂຄງການພັດທະນາຊຸມຊົນ ເພື່ອຊອກຫາໂອກາດຕະຫຼາດຢ່າງຍືນຍົງໃຫ້ກັບຫັດຖະກຳດັ້ງເດີມ ຜ່ານການຊ່ວຍຈັດລະບຽບການຜະລິດໃຫ້ດີຂຶ້ນ, ການຍົກລະດັບຄຸນນະພາບສິນຄ້າ ແລະ ການເພີ່ມການເຂົ້າເຖິງຜູ້ຊື້ໄດ້ຊ່ວຍປ່ຽນຄວາມຮູ້ດັ້ງເດີມໃຫ້ກາຍເປັນແຫຼ່ງລາຍໄດ້ທີ່ໝັ້ນຄົງ. ສິ່ງນີ້ໄດ້ເສີມສ້າງຄວາມໝັ້ນຄົງທາງເສດຖະກິດ ແລະ ຊ່ວຍຫຼຸດຜ່ອນແຮງກົດດັນຕໍ່ຊັບພະຍາກອນທຳມະຊາດ ແລະ ທັງຍັງມີສ່ວນຮ່ວມໃນການອະນຸລັກຊີວະນາໆພັນ. ກຸ່ມຫັດຖະກຳ “Thaphaiban New Normal Crafting Group” ໄດ້ຖືກຈັດຕັ້ງຂື້ນຢ່າງເປັນທາງການໃນປີ 2023, […]
ສູນວາງສະແດງ ແລະ ຈັດຈຳໜ່າຍຜະລິດຕະພັນເຜິ້ງ
ສູນດັ່ງກ່າວ ສ້າງຕັ້ງຂຶ້ນໃນປີ 2019ຜ່ານການຮ່ວມມືລະຫວ່າງຫ້ອງການກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ ແລະ ອົງການ Terra Renaissance, ເປົ້າໝາຍຂອງສູນແມ່ນເພື່ອສົ່ງເສີມການສ້າງລາຍຮັບໃຫ້ແກ່ຊຸມຊົນທ້ອງຖິ່ນ ຄຽງຄູ່ໄປກັບປົກປັກຮັກສາລະບົບນິເວດ. ໂດຍການສົ່ງເສີມການຈັດຕັ້ງປະຕິບັດການລ້ຽງເຜິ້ງໂກນແບບຍືນຍົງ ເຊິ່ງຈະຊ່ວຍຮັກສາປ່າໄມ້ໃຫ້ອຸດົມສົມບູນ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ເຊື່ອມສານກັບການປົກປັກຮັກສາສິ່ງແວດລ້ອມ. ເອົາຊະນະສິ່ງທ້າທາຍດ້ວຍການຮ່ວມມືຈາກຫຼາຍພາກສ່ວນ ເຖິງວ່າຈະມີສິ່ງທ້າທາຍຕ່າງໆບໍ່ວ່າຈະເປັນການເຂົ້າເຖິງຕະຫຼາດທີ່ຈໍາກັດ, ການຂາດທຶນ, ແລະ ຄວາມຊໍານານດ້ານວິຊາການບໍ່ພຽງພໍ ສູນດັ່ງກ່າວຍັງຄົງມີການເຄື່ອນໄຫວມາຫຼາຍກວ່າຫ້າປີ. ໃນໄລຍະນີ້, ໄດ້ສຸມໃສ່ການຜະລິດນ້ຳເຜິ້ງທີ່ມີຄຸນນະພາບສູງ, ມີການຝຶກອົບຮົມໃຫ້ຜູ້ລ້ຽງເຜິ້ງ, ແລະ ດຳເນີນການຄົ້ນຄວ້າຕະຫຼາດເພື່ອຂະຫຍາຍໂອກາດ ເຊິ່ງຄວາມພະຍາຍາມເຫຼົ່ານີ້ໄດ້ນໍາໄປສູ່ຄວາມສຳເລັດໃນປະຈຸບັນ. ນອກນັ້ນ, ສູນດັ່ງກ່າວໄດ້ຊ່ວຍໃຫ້ປະຊາຊົນທ້ອງຖິ່ນມີລາຍຮັບແບບຍືນຍົງ ພ້ອມທັງປະກອບສ່ວນອະນຸລັກສິ່ງແວດລ້ອມ. ນ້ຳເຜີ້ງແຂວງຊຽງຂວາງ ມີເອກະລັກສະເພາະທາງດ້ານລົດຊາດ ແລະ ມີກິ່ນຫອມຈາກແຫຼ່ງດອກໄມ້ຫຼາກຫຼາຍຊະນິດໃນພາກພື້ນ ເຊິ່ງໄດ້ຮັບຄວາມສົນໃຈທັງພາຍໃນ ແລະ ຕ່າງປະເທດ. ການບໍລິການສໍາລັບຜູ້ທີ່ສົນໃຈລ້ຽງເຜິ້ງໃນອະນາຄົດ ສໍາລັບຜູ້ທີ່ສົນໃຈໃນການເລີ່ມຕົ້ນທຸລະກິດລ້ຽງເຜິ້ງໂກນເປັນຂອງຕົນເອງ, ສູນກໍຍິນດີທີ່ຈະສະຫນອງຄໍາແນະນໍາ ແລະ ການສະຫນັບສະຫນູນທີ່ມີຄຸນຄ່າ.ດ້ວຍການກະກຽມ ແລະ ຄວາມມຸ່ງຫມັ້ນ ເຊື່ອວ່າເຫຼົ່າຜູເລິເລີ່ມລ້ຽງເຜິ້ງໂກນ ຈະສາມາດຊ່ວຍປົກປັກຮັກສາສິ່ງແວດລ້ອມຄຽງຄຸ່ໄປກັບຄວາມເພີດເພີນ ແລະ ຄວາມສຸກຈາກຜົນປະໂຫຍດຂອງກິດຈະກຳເຫຼົ່ານີ້ໄດ້. ພວກເຮົາເຊີນທ່ານໄປຢ້ຽມຢາມສູນເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຜະລິດຕະພັນ້ໍາເຜີ້ງຂອງພວກເຮົາ ແລະ ລິເລີ່ມລ້ຽງເຜິ້ງໂກນໄປນໍາກັນ.


