ໃນປີ 2009 ໄດ້ມີການຈັດຕັ້ງກຸ່ມເມັດພັນເຂົ້າຂຶ້ນຢູ່ບ້ານແຈ້ງ ໂດຍມີເປົ້າໝາຍເພື່ອສະໜັບສະໜູນຊາວນາໃນທ້ອງຖິ່ນໃຫ້ໄດ້ເມັດພັນເຂົ້າທີ່ມີຄຸນນະພາບດີຂຶ້ນ. ຜ່ານໄລຍະເວລາ ກຸ່ມນີ້ໄດ້ເຕີບໂຕກາຍເປັນສະຫະກອນທີ່ແຂງແຮງ ຕັ້ງຢູ່ບົນພື້ນຖານຂອງຄວາມສາມັກຄີ ແລະ ຄວາມມຸ່ງໝັ້ນຮ່ວມກັນ. ສະຫະກອນບ້ານແຈ້ງໄດ້ຮັບການຈັດຕັ້ງຂື້ນຢ່າງເປັນທາງການໃນປີ 2018. ການຮັບຮອງທາງກົດໝາຍນີ້ເປັນຈຸດໝາຍສຳຄັນ ທີ່ເປີດໂອກາດໃຫ້ກັບຊາວນາແຕ່ລະຄົນ ສາມາດເຮັດໄດ້ດ້ວຍຕົນເອງ.
ສະຫະກອນຊ່ວຍໃຫ້ສະມາຊິກໄດ້ຮັບປະໂຫຍດຈາກການຄວບຄຸມຄຸນນະພາບແບບມືອາຊີບ ແລະ ຄຳແນະນຳໃນການເພີ່ມຜົນຜະລິດ, ການລວມຜົນຜະລິດເພື່ອຂາຍຮ່ວມກັນ ແລະ ການເຂົ້າເຖິງການຮັບຮອງມາດຕະຖານ ເຊັ່ນ: ການຮັບຮອງອິນຊີ ທີ່ອອກໂດຍກະຊວງກະສິກຳ ແລະ ປ່າໄມ້.
ດ້ວຍພື້ນທີ່ການປູກ 15 ເຮັກຕາ ແລະ ຜົນຜະລິດປະຈຳປີ 45 ໂຕນ, ສະຫະກອນໄດ້ສະແດງໃຫ້ເຫັນ ທັງຄວາມມີວິໄນ ແລະ ວິໄສທັດໃນໄລຍະຍາວ. ຜ່ານການປັບປຸງການສີເຂົ້າ ແລະ ການບັນຈຸຫຸ້ມຫໍ່ ຮ່ວມກັບການເຂົ້າເຖິງຜູ້ຊື້ທີ່ໃສ່ໃຈສຸຂະພາບ ແລະ ຕະຫຼາດໃນເມືອງ, ພວກເຂົາເລີ່ມເຫັນການປັບປຸງດ້ານລາຍໄດ້ ແລະ ຄວາມໝັ້ນຄົງທາງການເງິນ.
ປັດຈຸບັນ ສະຫະກອນບ້ານແຈ້ງ ເປັນຕົວຢ່າງທີ່ດີຂອງຄວາມອົດທົນ ແລະ ພະລັງຂອງຊຸມຊົນ, ມັນພິສູດວ່າ: ເມື່ອຊາວນາມີການຈັດຕັ້ງ, ຮຽນຮູ້ຮ່ວມກັນ ແລະ ຊ່ວຍເຫຼືອກັນ ພວກເຂົາສາມາດປ່ຽນຄວາມທ້າທາຍໃຫ້ເປັນການເຕີບໃຫ່ຍໂຕຢ່າງຍືນຍົງ. ສະຫະກອນບ້ານແຈ້ງບໍ່ແມ່ນພຽງແຕ່ການຜະລິດເຂົ້າ ແຕ່ຍັງເປັນການເສີມສ້າງຄວາມຮ່ວມມື, ການຍົກລະດັບຊີວິດຄວາມເປັນຢູ່ ແລະ ການສ້າງອະນາຄົດທີ່ຍືນຍົງໃຫ້ກັບຄົນຮຸ່ນຕໍ່ໄປ.

Full name:
ສະຫຼະກອນບ້ານແຈ້ງ
Date of Birth:
Place of Birth:
Current Residence:
Education:
Current Profession:
Motto:


