ມອນແກ້ວ ມະນີວັນ

ສຳລັບ ມອນແກ້ວ ມະນີວັນ, ການເຮັດກະສິກຳບໍ່ແມ່ນພຽງແຕ່ວິທີຫາລາຍໄດ້ເທົ່ານັ້ນ. ແຕ່ມັນເປັນວຽກທີ່ມັກ ແລະ ເປັນເສັ້ນທາງໃຫ້ໄດ້ຮຽນຮູ້ ແລະ ພັດທະນາຕົນເອງ. ມອນແກ້ວ ມະນີວັນ ຊອກຫາພືດທີ່ສາມາດສ້າງລາຍໄດ້ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ຫຼັງຈາກຄົ້ນຄວ້າຂໍ້ມູນພືດຫຼາຍຊະນິດຜ່ານອິນເຕີເນັດ ຈຶ່ງໄດ້ຮູ້ຈັກຕົ້ນໂກໂກ້. ລາວເລືອກປູກໂກໂກ້ ເພາະເຫັນວ່າປູກງ່າຍ, ໃຫ້ຜົນໄວ, ສາມາດໃຫ້ໝາກໄດ້ຕະຫຼອດປີ ແລະ ສາມາດໃຫ້ຜົນຜະລິດໄດ້ຫຼາຍປີ. ໃນປີ 2022, ບໍລິສັດແຫ່ງໜຶ່ງໄດ້ຊຸກຍູ້ໃຫ້ຊາວກະສິກອນໃນເມືອງແກ້ວອຸດົມ, ແຂວງວຽງຈັນ ຫັນມາປູກໂກໂກ້ແບບມີສັນຍາຮັບຊື້ໝາກໂກໂກ້ທີ່ຜະລິດໄດ້. ມອນແກ້ວເຫັນວ່ານີ້ເປັນໂອກາດທີ່ດີ ຈຶ່ງໄດ້ຊື້ເບ້ຍໂກໂກ້ຈໍານວນ 600 ຕົ້ນຈາກບໍລິສັດ ເພື່ອເລີ່ມສ້າງສວນຂອງຕົນເອງ. ແຕ່ການເລີ່ມຕົ້ນບໍ່ໄດ້ງ່າຍ. ເນື່ອງຈາກລາວບໍ່ເຄີຍຜ່ານການຝຶກອົບຮົມດ້ານກະສິກຳຢ່າງເປັນທາງການ, ລາວຈຶ່ງຕ້ອງຮຽນຮູ້ຈາກປະສົບການຈິງ ແລະ ຍັງພົບກັບຫຼາຍບັນຫາ ທັງການດູແລຕົ້ນໂກໂກ້, ການຄວບຄຸມແມງໄມ້ ແລະ ພະຍາດ, ລວມເຖິງການຈັດການໝາກໂກໂກ້ຫຼັງການເກັບກ່ຽວ ເຊັ່ນ ການໝັກ, ການຕາກແຫ້ງ ແລະ ການເກັບຮັກສາ. ນອກນັ້ນ, ລາວຍັງຕ້ອງຮັບມືກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ. ຕໍ່ມາ, ມອນແກ້ວໄດ້ຮັບຂ່າວວ່າ ບໍລິສັດທີ່ເຄີຍຮັບປາກວ່າຈະຮັບຊື້ໂກໂກ້ໄດ້ປະກາດລົ້ມລະລາຍ. ນີ້ເຮັດໃຫ້ບໍ່ສາມາດຂາຍໂກໂກ້ຄືນໃຫ້ບໍລິສັດໄດ້. ແຕ່ລາວບໍ່ຍອມແພ້. ລາວເລືອກທີ່ຈະຮັກສາຕົ້ນໂກໂກ້ໄວ້ […]

ສະຫະກອນບ້ານແຈ້ງ

ໃນປີ 2009 ໄດ້ມີການຈັດຕັ້ງກຸ່ມເມັດພັນເຂົ້າຂຶ້ນຢູ່ບ້ານແຈ້ງ ໂດຍມີເປົ້າໝາຍເພື່ອສະໜັບສະໜູນຊາວນາໃນທ້ອງຖິ່ນໃຫ້ໄດ້ເມັດພັນເຂົ້າທີ່ມີຄຸນນະພາບດີຂຶ້ນ. ຜ່ານໄລຍະເວລາ ກຸ່ມນີ້ໄດ້ເຕີບໂຕກາຍເປັນສະຫະກອນທີ່ແຂງແຮງ ຕັ້ງຢູ່ບົນພື້ນຖານຂອງຄວາມສາມັກຄີ ແລະ ຄວາມມຸ່ງໝັ້ນຮ່ວມກັນ. ສະຫະກອນບ້ານແຈ້ງໄດ້ຮັບການຈັດຕັ້ງຂື້ນຢ່າງເປັນທາງການໃນປີ 2018. ການຮັບຮອງທາງກົດໝາຍນີ້ເປັນຈຸດໝາຍສຳຄັນ ທີ່ເປີດໂອກາດໃຫ້ກັບຊາວນາແຕ່ລະຄົນ ສາມາດເຮັດໄດ້ດ້ວຍຕົນເອງ. ສະຫະກອນຊ່ວຍໃຫ້ສະມາຊິກໄດ້ຮັບປະໂຫຍດຈາກການຄວບຄຸມຄຸນນະພາບແບບມືອາຊີບ ແລະ ຄຳແນະນຳໃນການເພີ່ມຜົນຜະລິດ, ການລວມຜົນຜະລິດເພື່ອຂາຍຮ່ວມກັນ ແລະ ການເຂົ້າເຖິງການຮັບຮອງມາດຕະຖານ ເຊັ່ນ: ການຮັບຮອງອິນຊີ ທີ່ອອກໂດຍກະຊວງກະສິກຳ ແລະ ປ່າໄມ້. ດ້ວຍພື້ນທີ່ການປູກ 15 ເຮັກຕາ ແລະ ຜົນຜະລິດປະຈຳປີ 45 ໂຕນ, ສະຫະກອນໄດ້ສະແດງໃຫ້ເຫັນ  ທັງຄວາມມີວິໄນ ແລະ ວິໄສທັດໃນໄລຍະຍາວ. ຜ່ານການປັບປຸງການສີເຂົ້າ ແລະ ການບັນຈຸຫຸ້ມຫໍ່ ຮ່ວມກັບການເຂົ້າເຖິງຜູ້ຊື້ທີ່ໃສ່ໃຈສຸຂະພາບ ແລະ ຕະຫຼາດໃນເມືອງ, ພວກເຂົາເລີ່ມເຫັນການປັບປຸງດ້ານລາຍໄດ້ ແລະ ຄວາມໝັ້ນຄົງທາງການເງິນ. ປັດຈຸບັນ ສະຫະກອນບ້ານແຈ້ງ ເປັນຕົວຢ່າງທີ່ດີຂອງຄວາມອົດທົນ ແລະ ພະລັງຂອງຊຸມຊົນ, ມັນພິສູດວ່າ: ເມື່ອຊາວນາມີການຈັດຕັ້ງ, ຮຽນຮູ້ຮ່ວມກັນ ແລະ ຊ່ວຍເຫຼືອກັນ […]