ບຸນຈັນ ເມກອາລູນ

ປ່ຽນຄວາມຮູ້ໃນການຄຸ້ມຄອງຊັບພະຍາກອນປ່າໄມ້ໃຫ້ເປັນການປະຕິບັດ ໃນການສົ່ງເສີມ ແລະ ຄຸ້ມຄອງພືດອາຫານຈາກປ່າ ເພື່ອໂພຊະນາການຊຸມຊົນ

ທ່ານ ບຸນຈັນ ເມກອາລູນ, ຮອງຫົວໜ້າສູນຄົ້ນຄວ້າປ່າໄມ້,  ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), ກ່າວວ່າການຄຸ້ມຄອງຊັບພະຍາກອນປ່າໄມ້ໃຫ້ເປັນການປະຕິບັດ ໃນການສົ່ງເສີມ ແລະ ຄຸ້ມຄອງພືດອາຫານຈາກປ່າ ເພື່ອໂພຊະນາການໃຫ້ຊຸມຊົນ. ພາຍທີ່ຫຼັງສຳເລັດການສຶກສາລະດັບປະລິນຍາໂທ ຈາກມະຫາວິທະຍາໄລປ່າໄມ້ຊວນມາຍ ສສ ຫວຽດນາມ, ລາວໄດ້ກັບຄືນສູ່ປະເທດລາວ ພ້ອມທັງນຳເອົາຄວາມຮູ້ວິຊາການໃນການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ຄວາມມຸ່ງໝັ້ນອັນແຂງແກ່ນເພື່ອຮັບໃຊ້ຊຸມຊົນໃນຊົນນະບົດ. ປະສົບການໃນຊ່ວງທໍາອິດ ທີ່ໄດ້ເຮັດວຽກໃກ້ຊິດກັບຊາວບ້ານ ໄດ້ຫຼໍ່ຫຼອມໃຫ້ລາວເຊື່ອໝັ້ນວ່າ ການພັດທະນາຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງ, ບໍ່ພຽງແຕ່ການອະນຸລັກ; ມັນຕ້ອງຊ່ວຍໃຫ້ຊຸມຊົນເປັນເຈົ້າການໃນການຊຸກຍູ້ສົ່ງເສີມ ແລະ ອະນຸລັກແຫຼ່ງພືດອາຫານຈາກປ່າ ດ້ວຍຕົວຂອງເຂົ້າເອງ ແລະ ເປັນແຫຼ່ງລາຍຮັບອັນສຳຄັນຂອງຊຸມຊົນ ຮັບປະກັນໃນການບໍລິໂພດພືດປ່າ ແລະ ມີໂພຊະນາການໃນຊຸມຊົນ.

ທ່ານ ບຸນຈັນ ເມກອາລຸນ ຜູ້ຮັບຜິດຊອບວຽກພືດອາຫານຈາກປ່າ ( ອົງປະກອບ 1a.4) ຂອງໂຄງການ ກະສິກໍາເພື່ອໂພຊະນາການໄລຍະ II (AFN II) ທີ່ຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ສກປພ ແລະ CDE ກ່ຽວກັບແຫຼ່ງອາຫານທ້ອງຖິ່ນ ແລະ ການຄຸ້ມຄອງອາຫານທໍາມະຊາດ ແນ່ໃຊ້ບ້ານທີ່ທຸກຍາກທີ່ນຳໃຊ້ຊັບພະຍາກອນປ່າໄມ້ໃນການດຳລົງຊິວິດ ໃນ 500ບ້ານ, 20 ເມືອງ,  6 ແຂວງ ທັງພາກເໜືອ ແລະ ພາກໃຕ້ຂອງລາວ ນັບແຕ່ປີ 2023 ເປັນຕົ້ນມາ,  ທ່ານ ບຸນຈັນໄດ້ນຳພາຊຸມຊົນໃນບ້ານເປົ້າໝາຍຂອງໂຄງການກະສິກຳເພື່ອໂພຊະນາການ ໄລຍະ IIgໃນການສ້າງຄວາມເຂັ້ມແຂງໃນການຊຸກຍູ່ສົ່ງເສີມການນໍາໃຊ້ເຕັກນິກການກ້າ, ປູກທີ່ ແລະ ການຄຸ້ມຄອງພືດອາຫານຈາກປ່າແບບມີຄວາມຮັບຜິດຊອບ, ໂດຍການການລົງພື້ນທີ່ຢ່າງສະໝ່ຳສະເໝີ, ຈັດການຝຶກອົບຮົມແບບປະຕິບັດ ແລະ ສາທິດໃຫ້ເຫັນຈິງ.

ເສັ້ນທາງການເຮັດວຽກຂອງ ທ່ານ ບຸນຈັນ ໄດ້ພິສູດໃຫ້ເຫັນວ່າ ເມື່ອຄວາມຊຳນານ ທາງດ້ານສະເພາະດ້ານນ ແລະ  ຄຽງຄູ່ກັບຄວາມທຸ່ມເທໃນການອະນຸລັກຊັບພະຍາກອນປ່າໄມ້ ແລະ ການມີສ່ວນຮ່ວມກັບຊຸມຊົນຢ່າງແທ້ຈິງ, ການສົ່ງເສີມ ແລະ ຄຸ້ມຄອງຊັບພະຍາກອນປ່າໄມ້ຈະກາຍເປັນເຄື່ອງມືອັນຊົງພະລັງໃນການສ້າງໂພຊະນາການ, ຄວາມຍືນຍົງ ແລະ ການພັດທະນາໄລຍະຍາວ. ການນຳພາຂອງລາວຊ່ວຍໃຫ້ຊຸມຊົນປົກປັກຮັກສາຊັບພະຍາກອນປ່າໄມ້, ສ້າງລາຍຮັບ ແລະ ມີຫານທີ່ມີໂພຊະນາການຈາກພືດປ່າ ທີ່ໝັ່ນຄົງໃຫ້ກັບລູກຫຼານຮຸ່ນຕໍ່ໆໄປ.

ລິ້ງຂໍ້ມູນກິດຈະກຳ Facebook: https://www.facebook.com/share/v/1CNSYkV9gF/

Short Bio

Full name:

ບຸນຈັນ ເມກອາລູນ

Date of Birth:

Place of Birth:

Current Residence:

Education:

ປະລິນຍາໂທ

Current Profession:

ຮອງຫົວໜ້າສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI)

Motto:

Share

Recent Champions