Skip to content
ລາວ
English
Facebook-f
Youtube
X-twitter
Envelope
Home
Discover
Stories
Lao Kitchen
News
About
X
Home
Discover
Species
Champions
Library
Stories
Lao Kitchen
News
About
About Pha Khao Lao
What is Agrobiodiversity?
Our Team
Partners and Contributors
Get Involved
X
Home
»
Stories
»
ລາບຈີ່ນາຍ
ລາບຈີ່ນາຍ
Last updated on October 23, 2026
(first published: October 23, 2026)
by bouavone thipphavanh
Meals
ຈີ່ນາຍ ຫຼື ຈີ່ຫຼໍ່ (ພາກໃຕ້ຂອງລາວ) ເປັນແມງໄມ້ທີ່ຢູ່ໃນຕະກຸນຂອງແມງຈິງຫຼີດ ແຕ່ມີລຳໂຕຂະໜາດໃຫຍ່, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຊົນເຜົ່າ ກີຣ (ສະລາງ) ບ້ານວັງມะເນີ ເມືອງບົວລະພາ ແຂວງຄໍາມ່ວນ ນິຍົມນໍາມາປຸງແຕ່ງເປັນອາຫານເຊັ່ນ ລາບຈີ່ນາຍ.
ສ່ວນປະກອບ:
ຈີ່ນາຍ 45-50 ໂຕ
ຜັກຫອມເຊັ່ນ: ຫອມເປ, ຜັກຫອມບົ່ວ, ຜັກແພວ ປະລິມານຕາມຕ້ອງການ
ໝາກເຜັດປົ່ນ 1 ບ່ວງ
ເກືອ 1/2 ບ່ວງກາເຟ
ການກະກຽມ:
ເອົາຈີ່ນາຍໄປລ້າງນໍ້າໃຫ້ສະອາດ, ຫຼັງຈາກນັ້ນປິດເອົາປີກອອກ ແລ້ວນໍາໄປຟັກໃຫ້ລະອຽດ
ນໍາເອົາຜັກຫອມໄປລ້າງນໍ້າໃຫ້ສະອາດ ແລ້ວຊອຍໃຫ້ເປັນຂະໜາດນ້ອຍ ຫຼື ຂະໜາດຕາມທີ່ຕ້ອງການ
ການປຸງແຕ່ງ:
ຄ້າງໝໍ້ໃສ່ນໍ້າ 1 ຖ້ວຍນ້ອຍ
ນຳຈີ່ນາຍທີ່ກຽມໄວ້ແລ້ວນັ້ນໃສ່ໝໍ້ແລ້ວ ແລ້ວຂົ້ວຈົນກວ່ານໍ້າຈະແຫ້ງ
ຈາກນັ້ນປົງໝໍ້ ປະໄວ້ໃຫ້ເຢັນແລ້ວໃສ່ຫອມ ຄົນໃຫ້ເຂົ້າກັນ
ປຸງດ້ວຍເກືອ ແລະ ໝາກເຜັດ ແລ້ວຄົນໃຫ້ເຂົ້າກັນ
ຊິມ ແລະ ພ້ອມຮັບປະທານ
Share
Prev
Previous
ອຸປາ ຫຼື ໂອະປາ
Next
ມອກໄກ່ ( ໝົກໄກ່ )
Next
See also
ลาบจี่โป่ม ป่นแจ่วจี่โป่ม
ป่นจิโป่ม
Recent Stories
Duck Stew with Rocket Greens
October 21, 2026
Stir-Fried Melientha with Eggs
October 20, 2026
Fish Soup with Soap Pod Leaves
October 20, 2026
Galangal Dipping Sauce (Jeow Kha)
October 20, 2026
Clear Paddy Straw Mushroom Soup with Melientha Vegetables
October 19, 2026