ປອ. ລຳເພີຍ ແກ່ນສົມບັດ
ທ່ານ ປອ. ລຳເພີຍ ແກ່ນສົມບັດ ເປັນນັກວິໄຈດ້ານໂພຊະນາການສັດ ແລະ ການຈັດການຟາມ ຜູ້ທີ່ໄດ້ນຳເອົາຄວາມຮູ້ຂອງຕົນໄປໃຊ້ໃນການສ້າງການປ່ຽນແປງທີ່ມີຄວາມໝາຍໃນຊຸມຊົນຊົນນະບົດຂອງປະເທດລາວ. ປອ. ລຳເພີຍ ເຊື່ອວ່າຄວາມຮູ້ທາງວິຊາການຈະມີຄຸນຄ່າຢ່າງແທ້ຈິງ ຕໍ່ເມື່ອຖືກນຳໄປປັບໃຊ້ໃນທາງປະຕິບັດ ເພື່ອຍົກລະດັບຄຸນນະພາບຊີວິດຂອງຄົນໃນຄວາມເປັນຈິງ. ໃນຊ່ວງປີ 2016 ຫາ 2019 ປອ. ລຳເພີຍ ໄດ້ດຳລົງຕຳແໜ່ງເປັນອາຈານຢູ່ ຄະນະກະເສດສາດມະຫາວິທະຍາໄລແຫ່ງຊາດລາວ (NUoL). ໃນໄລຍະນັ້ນ ທ່ານ ໄດ້ລົງເລິກດ້ານການປະເມີນໂຄງການ, ການວາງແຜນ ແລະ ການຕິດຕາມປະເມີນ ຜ່ານການຝຶກອົບຮົມວິຊາການຫຼາຍຄັ້ງ. ໃນປີ 2020 ປອ. ລຳເພີຍ ກ້າວອອກຈາກຫ້ອງສອນ ໄປເຮັດວຽກກັບສະມາຄົມ Anoulak ໃນໂຄງການພັດທະນາຊຸມຊົນ ເພື່ອຊອກຫາໂອກາດຕະຫຼາດຢ່າງຍືນຍົງໃຫ້ກັບຫັດຖະກຳດັ້ງເດີມ ຜ່ານການຊ່ວຍຈັດລະບຽບການຜະລິດໃຫ້ດີຂຶ້ນ, ການຍົກລະດັບຄຸນນະພາບສິນຄ້າ ແລະ ການເພີ່ມການເຂົ້າເຖິງຜູ້ຊື້ໄດ້ຊ່ວຍປ່ຽນຄວາມຮູ້ດັ້ງເດີມໃຫ້ກາຍເປັນແຫຼ່ງລາຍໄດ້ທີ່ໝັ້ນຄົງ. ສິ່ງນີ້ໄດ້ເສີມສ້າງຄວາມໝັ້ນຄົງທາງເສດຖະກິດ ແລະ ຊ່ວຍຫຼຸດຜ່ອນແຮງກົດດັນຕໍ່ຊັບພະຍາກອນທຳມະຊາດ ແລະ ທັງຍັງມີສ່ວນຮ່ວມໃນການອະນຸລັກຊີວະນາໆພັນ. ກຸ່ມຫັດຖະກຳ “Thaphaiban New Normal Crafting Group” ໄດ້ຖືກຈັດຕັ້ງຂື້ນຢ່າງເປັນທາງການໃນປີ 2023, […]


