ການສຶກສາແບບມີສ່ວນຮ່ວມກ່ຽວກັບສະພາບດ້ານສຸຂະອານາໄມໃນການລ້ຽງງົວ,ສັດປີກແລະໝູທີ່ພູພຽງບໍລິເວນສປປລາວ
ການສຶກສາຄົ້ນຄວ້ານີ້ໄດ້ດ ຳເນີນມາແຕ່ເດືອນພຶດສະພາ ຈົນຮອດ ເດືອນ ກໍລະກົດ 2007 ຢູ່ທີ່ພູພຽງບໍລິເວນ ທາງພາກໃຕ້ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເປັນປະເທດ ນ້ອຍປະເທດໜຶ່ງ ຂອງອາຊີຕາເວັນອອກສຽງໃຕ້. ທະນາລັດຖະບານ, ໂດຍໄດ້ຮັບການຊ່ວຍເຫຼືອດ້ານການເງິນຈາກອົງການຝຣັ່ງເພື່ອການພັດ (AFD), ໄດ້ຈັດຕັ້ງປະຕິບັດໂຄງການປັບປຸງສະພາບການເປັນຢູ່ຂອງຊາວຊົນນະບົດທີ່ ທຸກຍາກໃນເຂດດັ່ງກ່າວ. ໂຄງການ ນີ້ໄດ້ເລີ້ມດ ຳເນີນມາແຕ່ປີ 2005 ແລະ ກໍ່ໄດ້ແກ່ຍາວອອກໄປ ຮອດທ້າຍປີ 2009 (ໂຊເຟີຣໂກ, 2002) (ດູກູກຕີເອີ, 2003).
ຄູ່ມືແນະນໍາ ການປັບປຸງລະບົບລ້ຽງງົວພືື້ນເມືອງ ເພືື່ອຜະລິດເປັນສີນຄ້າ ຢູ່ເມືອງປາກຊ່ອງ
ຄູ່ມືນີື້ ໄດ້ພັດທະນາຂືື້ນມາໂດຍການຮ່ວມມືຂອງ ທີມງານ ອົງການຮ່ວມມືສາກົນ ປະທດຍີື່ປຸູ່ນ ໄຈກາ JICA ສໍາລັບໂຄງການສ້າງຄວາມເຂັ້ມແຂງໃຫ້ຕ່ອງໂສ້ມູນຄ່າອາຫານໃນ ສປປ ລາວ. ໃນຄະນະດຽວກັນ, ຄະນະທີມງານວິຊາການ ຍັງໄດ້ເຮັດວຽກຮ່ວມກັບອົງກອນພາກລັດທີມີບົດບາດສໍາຄັນ ຄື: ກົມສົົ່ງເສີມກະສິກໍາ ແລະ ສະຫະກອນ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, ຫ້ອງການກະສິກໍາ ປ່າໄມ້ ເມືອງປາກຊ່ອງ, ກົມລ້ຽງສັດ ການປະມົງ ແລະ ຄະນະອານຈານທີມີປະສົບການສູງຈາກມະຫາວິທະຍາໄລແຫ່ງຊາດ.
ໄມ້ດອກໄມ້ປະດັບ
ໄມ້ດອກ-ໄມ້ປະດັບ ກໍມີຄວາມສ ຳຄັນໃນການໃຫ້ຮົ່ມເງົາ ແລະ ອື່ນໆ ຈະເຫັນໄດ້ວ່າ ໃນປະເທດຕ່າງໆ ກໍ່ຍອມຮັບວ່າພືດເຫລົ່ານີ້ມີຄວາມສ ຳຄັນແທ້ ເພາະມັນຊ່ວຍເປັນອາຫານຕ ພັກ ຜ່ອນຢ່ອນໃຈ ຈົນເຖິງຂັ້ນຍອມລົງທຶນຈ ຳນວນມະຫາສານໃນການສ້າງສວນສາທາລະນະ ປູກໄມ້ ດອກ-ໄມ້ປະດັບນາໆຊະນິດໃຫ້ຄົນໄດ້ເບິ່ງໄດ້ຊົມ. ບ້ານເຮົາດິນຟ້າອາກາດທີ່ເໝາະສົມ ແກ່ການປູກ ໄມ້ດອກ-ໄມ້ປະດັບຫລາຍໆຊະນິດ.
ປະເມີນຄວາມສາມາດທາງດ້ານຜົນຜະລິດຂອງແນວພັນຖົ່ວເຫຼືອງ ເພື່ອເປັນສິນຄ້າ ທີ່ແຂວງຈຳປາສັກ
ຖົ່ວເຫຼືອງ (Glycine max (L.) Merr.) ແມ່ນພືດຕະກູນຖົ່ວຊະນິດໜຶ່ງ ທີ່ມີຄຸນຄ່າທາງດ້ານ ໂພຊະນະການສູງ ແລະ ເປັນແຫຼ່ງອາຫານທີ່ສໍາຄັນ. ແຂວງຈຳປາສັກ ແມ່ນແຂວງທີ່ຜະລິດຖົ່ວເຫຼືອງ ຫຼາຍທີ່ສຸດໃນປະເທດລາວ ໂດຍສະເພາະ ເມືອງບາຈຽງຈະເລີນສຸກ ແຕ່ຜົນຜະລິດຂອງຖົ່ວເຫຼືອງໃນເຂດ ນີ້ຍັງຖືວ່າຢູ່ໃນເກນທີ່ຕໍ່າ ດັ່ງນັ້ນ ເພື່ອເພີ້ມສະມັດຕະພາບຜົນຜະລິດ ການຄັດເລືອກພັນທີ່ເໝາະສົມ ກັບທ້ອງຖີ່ນຈື່ງມີຄວາມສໍາຄັນ. ຈາກການສະໜັບສະໜູນ ຂອງກອງທຶນຄົ້ນຄວ້າກະສິກ ຳ ແລະ ປ່າໄມ້ ລາວ (LARF-10) ຈື່ງໄດ້ນໍາສາຍພັນຖົ່ວເຫຼືອງ ຈຳນວນ 10 ສາຍພັນ ແລະ ແນວພັນການຄ້າ 8 ແນວພັນ ເພື່ອປຽບທຽບຜົນຜະລິດ ກັບພັນພື້ນເມືອງ ໂດຍມີຈຸດປະສົງເພື່ອ ສຶກສາຜົນຜະລິດ ແລະ ຄັດເລືອກ ແນວພັນທີ່ສາມາດປັບຕົວ ແລະ ໃຫ້ຜົນຜະລິດສູງ ໃນສະພາບແວດລ້ອມຂອງເມືອງບາຈຽງຈະເລີນສຸກ. ການທົດລອງໄດ້ເຮັດຢູ່ແປງຜະລິດຂອງຊາວກະສິກອນ ທີ່ບ້ານໜອງບົກໃຫຍ່ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໂດຍການປູກທົດລອງ 2 ຄັ້ງ ຄື: ຕົ້ນລະດູຝົນ […]
ຄູ່ມືການປູກຜັກກາດຊອມ
ຄູ່ມືການປູກຜັກກາດຊອມໄດ້ຂຽນຂຶ້ນບົນພື້ນຖານຄວາມຮູ້ ຄວາມສາມາດ ແລະ ປະສົບການຂອງ ທີມງານຜູ້ຂຽນເອງ, ທີ່ໄດ້ສັງລວມບົດຮຽນຂຶ້ນເພື່ອເປັນແນວທາງ ໃຫ້ກັບຜູ້ສົນໃຈໃນການປູກຜັກກາດຊອມ ເພື່ອເປັນແນວທາງໃນການອ້າງອີງ ແລະ ນໍາໄປຜັນຂະຫຍາຍເພື່ອໃຫ້ເກີດດອກອອກຜົນ; ເນື້ອໃນບົດນີ້ໄດ້ຂຽນ ຂຶ້ນ ໂດຍລວມເອົາວິທີການປູກ, ການດູແລຮັກສາຈົນເຖິງຂັ້ນຕອນການເກັບກ່ຽວ ແລະ ຫໍ່ຫຸ້ມ, ເຖິງຢ່າງໃດກໍດີ ເນື້ອໃນຂອງບົດຍັງມີເນື້ອໃນທີ່ເປັນລັກສະນະກວມລວມ, ຍັງບໍ່ໄດ້ເຈາະຈົງເຖິງເຕັກນິກການປູກວິທີໃດວິທີໜຶ່ງ, ນັ້ນກໍເພາະວ່າ ຜູ້ຂຽນຍັງເປີດໂອກາດ ແລະ ແນວທາງໃຫ້ຜູ້ສົນໃຈສາມາດນໍາໄປໃຊ້ ແລະ ສາມາດປະຍຸກໃຫ້ເຂົ້າ ກັບເງື່ອນໄຂຕົວຈິງ ໃນເມື່ອປະຕິບັດຕົວຈິງ
ການລ້ຽງປາເຂັງ
ປຶ້ມຄູ່ມືນີ້ແມ່ນເຈດຕະນາເຮັດໃຫ້ການນໍາໃຊ້ເຄື່ອງມືງ່າຍຂື້ນໃການຈັດຕັ້ງ ປະຕິບັດ ແລະ ນໍາສະເໜີຈຸດປະສົງຂໍ້ມູນເບື້ອງຕົ້ນຂອງການນໍາໃຊ້ປື້ມຄູ່ມື ກ່ຽວກັບການປັບຕົວທາງດ້ານເຕັກນິກການລ້ຽງປາເຂັງຢູ່ພື້ນທີ່ປູກຜັກສວນຄົວ ຢູ່ໃນບ້ານເປົ້າໝາຍ ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2. ປຶ້ມຄູ່ມືດັ່ງກ່າວໄດ້ຖືກພັດທະນາ ການຈັດຕັ້ງປະຕິບັດຂອງໂຄງການກະສິກຳເພື່ອ ໂພຊະນາການ ໄລຍະ 2 ໂດຍມີ ການຮ່ວມມືກັບນັກວິຊາການສະເພາະດ້ານ ແລະ ປັບປຸງໃຫ້ແທດເໝາະໃນ ແລະ ພະນັກງານປະສານຂອງໂຄງການ NAFRI ເພື່ອພັດທະນາມາເປັນເຄື່ອງມືໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ສາມາດຖ່າຍທອດໄປເຖິງຕາມຄວາມຕ້ອງການຂອງຊາວກະສິກອນໃນພື້ນ ທີເປົ້າໝາຍໂຄງການ.
ເຕັກນິກການກ້າ ແລະ ການປູກໝາກໃບ
ປື້ມຄູ່ມືສະບັບນີ້ແມ່ນການແນະນໍາທາງດ້ານເຕັກນິກການກ້າ ແລະ ການປູກທີ່ໄດ້ພັດທະນາ ແລະ ປັບປຸງມາຈາກປຶ້ມເຕັກນິກທີ່ທາງໂຄງການກະສິກຳເພື່ອ ໂພສະນາການໄລຍະ 1 ໄດ້ຈັດຕັ້ງປະຕິບັດຜ່ານມາ. ປຶ້ມຄູ່ມືນີ້ສາມາດເຮັດໃຫ້ຜູ້ອ່ານເຂົ້າໃຈໄດ້ງ່າຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດ. ຜູ້ຂຽນໄດ້ຄັດຈ້ອນເອົາເຕັກນິກທີ່ແທດເໝາະ ແລະ ງ່າຍດາຍສໍາລັບການຂະຫຍາຍພັນ ແລະ ການປູກໝາກໃບ. ຈຸດປະສົງຂອງປື້ມຄູ່ມືເຕັກນິກເຫຼັ້ມນີ້ແມ່ນ ເພື່ອຜັນຂະຫຍາຍເຕັກນິກອັນໃໝ່ກ່ຽວກັບການກ້າ ແລະ ການປູກລົງສູ່ທ້ອງງຖິ່ນ. ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການ ແລະ ໃຫ້ປະຊາຊົນໃນເຂດບ້ານເປົ້າໝາຍໂຄງການ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານການກ້າ ແລະ ການປູກໝາກໃບ. ເພື່ອເປັນການສົ່ງເສີມທາງດ້ານກະສິກຳເພື່ອໂພສະນາການ ທີ່ມີແຫຼ່ງອາຫານຈາກປ່າຢ່າງພຽງພໍ, ມີແຮ່ໄວ້ ແລະ ຂາຍສ້າງລາຍຮັບແກ່ຄອບຄົວ. ປະຊາຊົນເຫັນໄດ້ຄວາມສໍາຄັນຂອງພືດທີ່ເປັນອາຫານ ແລະ ທັງເປັນເສດຖະກິດແກ່ຄອບຄົວ ເຮັດໃຫ້ຄອບຄົວມີຄວາມອຸດົມສົມບູນຂຶ້ນ. ສໍາລັບຜູ້ຊົມໃຊ້ປຶ້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດ ນໍາໄປໃຊ້ໄດ້ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເປັນຜູ້ຂຽນຄູ່ມືແນະນໍາ ແລະ ນໍາໄປເຜີຍແຜ່ທາງດ້ານເຕັກນິກໃຫ້ແກ່ພະນັກງານຂະແໜງປ່າໄມ້ແຂວງ, ພະນັກງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ຜູ້ປະສານງານໂຄງການຂັ້ນເມືອງ ສາມາດນໍາໄປຖ່າຍທອດໃຫ້ແກ່ປະຊາຊົນບ້ານເປົ້າໝາຍໂຄງການ.
ຄູ່ມືແນະນຳເຕັກນິກການປູກໜໍ່ຫຼອຍ
ປຶ້ມຄູ່ມືສະບັບນີ້ແມ່ນໄດ້ຜ່ານການທົບທວນບັນດາເອກະສານກ່ຽວຂ້ອງຕ່າງໆ ຈາກບົດວາລະສານສາກົນ, ພາກພື້ນອາຊີປາຊິຟິກ, ປະເທດອ້ອມຂ້າງ, ຜັນຂະຫຍາຍມາຈາກກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງ 2019 ແລະ ເອກະສານຈາກບັນດາໂຄງການ ກ່ຽວຂ້ອງຕ່າງໆທີ່ໄດ້ດໍາເນີນຜ່ານມາໃນ ສປປ ລາວ ເຊັ່ນ: ບົດຮຽນຈາກໂຄງການຜະລິດ ແລະ ເກັບກູ້ຫວາຍ ແລະ ໄມ້ປ່ອງແບບຍືນຍົງ, ໂຄງການກະສິກຳເພື່ອໂພສະນາການໄລຍະ 1 ແລະ ບັນດາປື້ມຄູ່ມືເຕັກນິການປູກ, ການລ້ຽງ ແລະ ການອະນຸລັກ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງປ່າຂອງດົງແບບຍືນຍົງທີ່ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ຄົ້ນຄວ້າ ແລະ ຂຽນເປັນຄູ່ມືແນະນໍາດ້ານເຕັກນິກຕ່າງໆ. ຄູ່ມືແນະນໍາການວາງແຜນການຄຸ້ມຄອງປ່າໜໍ່ຫຼອຍແບບຍືນຍົງໄດ້ຖືກພັດທະນາ ແລະ ປັບປຸງໃຫ້ມີຄວາມແທດເໝາະ ເພື່ອຕອບສະໜອງຈຸດປະສົງໃຫ້ແກ່ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງໃຫ້ມີຄວາມເຂົ້າໃຈພ້ອມນໍາໄປໃຊ້ໃຫ້ຖືກກັບຈຸດປະສົງ ການວາງແຜນປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ໄມ້ຫຼອຍໃຫ້ມີຄວາມຍືນຍົງ ແລະ ເຊື່ອມໂຍງເຂົ້າກັບການວາງແຜນພັດທະນາເສດຖະກິດ-ສັງຄົມຂອງບ້ານ, ເມືອງ ແລະ ແຂວງ. ສໍາລັບຜູ້ຊົມໃຊ້ປື້ມຄູ່ມືເຫຼັ້ມນີ້ແມ່ນທຸກພາກສ່ວນທີ່ກ່ຽວຂ້ອງສາມາດນໍາໄປໃຊ້ ໄດ້ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນເຊັ່ນ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດເປັນຜູ້ຂຽນຄູ່ມືແນະນໍາ ແລະ […]
ຂໍ້ຕົກລົງ ວ່າດ້ວຍ ການກຳນົດບັນຊີໄມ້ I, II ແລະ III.
– ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ເລກທີ່ 46/ສພຊ, ລົງວັນທີ່ 13 ມິຖຸນາ 2019; – ອີງຕາມ ດຳລັດ ຂອງນາຍຍົກລັດທະມົນຕີ ເລກທີ່ 99/ນຍ, ລົງວັນທີ່ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກຳ ແລະ ປ່າໄມ້; – ອີງຕາມ ໜັງສືສະເໜີ ຂອງກົມປ່າໄມ້ ເລກທີ 1743/ກປມ, ລົງວັນທີ່ 18 ມີນາ 2021; – ອີງຕາມການຄົ້ນຄວ້າ ແລະ ການສະເໜີຂອງກົມນະໂຍບາຍ ແລະ ນິຕິກຳ ເລກທີ 0199/ກບນ, ລົງວັນທີ່ 25 ມີນາ 2021.
ແຜນທີ່ກະສິກຳ ສປປ ລາວ
ລັດຖະບານແຫ່ງ ສປປ ລາວ ຍາມໃດກໍ ຮັບຮູ້ເຖິງຄວາມສໍາຄັນທີ່ໃຫຍຫຼວງ ຂອງທາແຮງການພັດທະນາດານກະສິກໍາຂອງປະເທດຢູ່ສະເໝີ. ທັງນີ້ ກໍເນື່ອງຈາກວາ ຂະແໜງການກະສິກໍາ ໄດ້ປະກອບສ່ວນຢາງແຂງແຮງໃຫ້ແກ່ການເຕີບໂຕຂອງຊາດ, ແລະ ເປັນເສັ້ນທາງທີ່ເຕັມໄປດ້ວຍຄວາມຫວັງ ໃນການນໍາພາປະເທດຊາດ ໃຫ້ຫຼດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ເຊິ່ງເປັນຜົນງານທີ່ຢັ້ງຢືນເຖິງການຊີ້ນໍາອັນສະຫຼາດສອງໃສຂອງບັນດາຜູ່ນຳປະເທດ.


