ການປູກພືດອາຫານສັດເປັນທາງເລືອກໃໝ່ສຳລັບເຂດພູດອຍ

ການແນະນ ຳທາງເລືອກດ້ານພືດອາຫານສັດສາຍພັນໃໝ່ ໃຫ້ແກ່ຊາວກະສິກອນ ເປັນປັດໄຈສ ຳຄັນໃນການຫັນປ່ຽນ ລະບົບການລ້ຽງສັດຢູ່ເຂດພູດອຍ. ການຄົ້ນຄວ້າທົດລອງ ແລະ ການພັດທະນາພືດອາຫານສັດຢ່າງເປັນລະບົບ ຢູ່ ສປປ ລາວ ແມ່ນໄດ້ເລີ່ມຕົ້ນຂຶ້ນໃນປີ 1995, ຊຶ່ງໄດ້ເລີ່ມຈາກການທົດສອບບັນດາສາຍພັນ ພືດອາຫານສັດຕ່າງໆ. ການທົດສອບດັ່ງກ່າວ ແມ່ນໄດ້ດ ຳເນີນຢູ່ 5 ຈຸດໃນ 4 ແຂວງ (ກະລຸນາເບິ່ງຕາຕະລາງ). ຈຸດປະສົງໃນການທົດສອບ

ຄູ່ມືືການປຸງແຕ່ງ ແລະ ການຈັດປະເພດກາເຟ

ຄູ່ມືສະບັບນີ້ໄດ້ພັດທະນາຂື້ນບົນພື້ນຖານປະສົບການຈິງຂອງພວກເຮົາທີ່ເປັນຊາວສວນກາເຟຢູ່ໃນ ແຂວງຊຽງຂວາງ. ພວກເຮົາໄດ້ມີການປູກກາເຟຢູ່ຮົ່ມຂອງປ່າໄມ້ໃນເຂດກຸ່ມບ້ານແກ່ວແສດມາເກືອບ 20 ປີແລ້ວ. ໃນໄລຍະນັ້ນ ພວກເຮົາກໍ່ໄດ້ຮັບການແນະນໍາດ້ານເຕັກນິກ ແລະ ການສະໜັບສະໜູນ ຈາກພາກລັດ, ບັນດາໂຄງການ ແລະ ບໍລິສັດ ແຕ່ວ່າຄວາມຮູ້ທີ່ເປັນປະໂຫຍດ ແລະ ທັກສະຕ່າງໆແມ່ນ ລ້ວນແຕ່ເກີດຈາກການເຮັດຕົວຈິງຂອງພວກເຮົາ ຊຶ່ງລວມມີການປູກ, ການເຮັດຝຸ່ນບົ່ມ, ການ ບົວລະບັດ-ຄຸ້ມຄອງສວນ, ການແປຮູບ, ການຕາກ ແລະ ການຈໍາໜ່າຍກາເຟຂອງພວກເຮົາ. ພວກເຮົາມີຄວາມປະສົງຢາກແບ່ງປັນປະສົບການທີ່ມີໃຫ້ແກ່ຊາວສວນ, ຊາວກະສິກອນອື່ນໆ ແລະ ພວກເຮົາກໍໄດ້ຕ້ອນຮັບແຂກຫຼາຍຮ້ອຍຄົນທີ່ມາຢ້ຽມຢາມເບິ່ງສວນກາເຟ ແລະ ສູນແປຮູບຂອງພວກ ເຮົາ. ຄູ່ມືສະບັບນີ້ແມ່ນເປັນການສັງລວມບັນດາເຕັກນິກທີ່ພວກເຮົາໄດ້ນໍາໃຊ້ ແລະ ພວກເຮົາຂໍແນະ ນໍາໃຫ້ທ່ານຄັດເລືອກ ແລະ ດັດປັບເຕັກນິກນີ້ໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງທ່ານ. ພວກເຮົາ ຫວັງຢ່າງຍິ່ງວ່າຂໍ້ມູນນີ້ຈະເປັນປະໂຫຍດຫຼາຍໃຫ້ແກ່ຜູ້ຜະລິດກາເຟອີກຫຼາຍທ່ານ. ດ້ວຍຄວາມປາຖະໜາດີຂອງຊາວສວນກາເຟຈາກບ້ານປຽງ, ບ້ານຜາຣັ່ງ, ບ້ານປຸງ, ບ້ານຕັນໃຕ້ ແລະ ບ້ານຕັນເໜືອ

ຄູ່ມືການຕັດແຕ່ງ – ບົວລະບັດຮັກສາ ຕົ້ນຊາປູກ ແລະ ຕົ້ນຊາແນວພັນຊາປ່າ

ຈຸດປະສົງການຕັດແຕ່ງຕົ້ນຊາແມ່ນເພື່ອສ້າງຮູບຊົງ, ເຮັດໃຫ້ງ່າສະເໝີກັນ, ເຮັດໃຫ້ລວງສູງຕົ້ນຊາສະເໝີກັນ, ສະດວກໃນການເກັບ ແລະ ເພີ່ມປະລິມານຂອງຜົນຜະລິດຊາ. ໄລຍະຂອງການຕັດແຕ່ງຕົ້ນຊາ ແມ່ນຊ່ວງໄລຍະທີ່ຕົ້ນຊາພັກຕົວ: ເລີ່ມແຕ່ເດືອນ ພະຈິກ – ທັນວາ ຂອງທຸກປີ.

ຄູ່ມືການປູກຜັກກາດຊອມ

ຄູ່ມືການປູກຜັກກາດຊອມໄດ້ຂຽນຂຶ້ນບົນພື້ນຖານຄວາມຮູ້ ຄວາມສາມາດ ແລະ ປະສົບການຂອງ ທີມງານຜູ້ຂຽນເອງ, ທີ່ໄດ້ສັງລວມບົດຮຽນຂຶ້ນເພື່ອເປັນແນວທາງ ໃຫ້ກັບຜູ້ສົນໃຈໃນການປູກຜັກກາດຊອມ ເພື່ອເປັນແນວທາງໃນການອ້າງອີງ ແລະ ນໍາໄປຜັນຂະຫຍາຍເພື່ອໃຫ້ເກີດດອກອອກຜົນ; ເນື້ອໃນບົດນີ້ໄດ້ຂຽນ ຂຶ້ນ ໂດຍລວມເອົາວິທີການປູກ, ການດູແລຮັກສາຈົນເຖິງຂັ້ນຕອນການເກັບກ່ຽວ ແລະ ຫໍ່ຫຸ້ມ, ເຖິງຢ່າງໃດກໍດີ ເນື້ອໃນຂອງບົດຍັງມີເນື້ອໃນທີ່ເປັນລັກສະນະກວມລວມ, ຍັງບໍ່ໄດ້ເຈາະຈົງເຖິງເຕັກນິກການປູກວິທີໃດວິທີໜຶ່ງ, ນັ້ນກໍເພາະວ່າ ຜູ້ຂຽນຍັງເປີດໂອກາດ ແລະ ແນວທາງໃຫ້ຜູ້ສົນໃຈສາມາດນໍາໄປໃຊ້ ແລະ ສາມາດປະຍຸກໃຫ້ເຂົ້າ ກັບເງື່ອນໄຂຕົວຈິງ ໃນເມື່ອປະຕິບັດຕົວຈິງ

ການກ້າ ແລະ ການປູກຫວາຍ

ຕົນຫວາຍໂຕ່ນ ເປັນຫວາຍຊະນິດໜຶ່ງ, ຫວາຍຊະນີດມີລຳຕົ້ນທີ່ສາມາດຍາວຮອດ 35 ແມັດ ແລະ ມີເສັ້ນຜ່າສູນກາງ 0.5–1.5 ຊມ. ລຳຕົ້ນຖືກປົກຄຸມດ້ວຍກາບທີມີສີຂຽວອອ່ນ, ໃບຍາວ 1–1.5 ແມັດ, ແລະ ໝາກຫວາຍຈະມີຂະໜາດນ້ອຍ ປະມານ 0.8 ຊມ. ໜໍ່ອ່ອນຖືກ ນຳມາປຸງແຕ່ງເປັນອາຫານນິຍົມໃນລາວ, ໃນຂະນະທີລຳຕົນຖືກນຳໃຊ້ຢາງກວ້າງຂວາງສຳລັບການເຮັດກະຕ່າ, ເຟີນີເຈີ, ໃຊ້ເປັນຕອກມັດ, ແລະ ສານເສື່ອ. ຊະນິດນີ້ມີຖິ່ນກຳເນີດຢູໃນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ລວມທັງປະເທດລາວ ແລະ ເກີດຕາມພື້ນທີປ່າໄມ້ຫຼາຍ ປະເພດ. ເປັນພືດທີມີຄວາມສ່ຽງໜ້ອຍທີສຸດ ໃນສະຖານະພາບການອະນູຮັກຂອງ IUCN ແລະ ບໍ່ຖືວ່າເປັນພືດທີຮຸກຮານ

ເຫັດເຜາະ

ການເກັບກູ້ແບບຢືນຍົງ ແລະ ການຈັດການອາຫານປ່າ ແລະ ສັດນ້ຳ: ເຫັດເຜາະ