Pascal Lienhard, Florent Tivet, ອານຸເດດ ພົມມະຈັນ,ທຳມະຄຳ ໂສສົມພຸ
ໃນຂົງເຂດບໍລິເວນ ໂພນສະຫວັນ (ເມືອງເທດສະບານແຂວງຊຽງຂວາງ, ເຂດທົ່ງໄຫຫີນ) ຊຶ່ງກໍ່ ເໝືອນກັນກັບເຂດອື່ນຂອງ ສປປ ລາວ, ການລ້ຽງສັດ ຍັງເປັນອົງປະກອບໜຶ່ງ ຂອງລະບົບການ ຜະລິດ ກະສິກ ຳ. ຢູ່ເມືອງແປກແຂວງຊຽງຂວາງ ການລ້ຽງສັດຍັງສ້າງລາຍຮັບ ໃຫ້ຄອບຄົວຊາວກະສິກອນ ຫຼາຍ ກວ່າ 50 ສ່ວນຮ້ອຍ. ການລ້ຽງງົວຂອງຊາວກະສິກອນ ຍັງປະຕິບັດຕາມແບບປະເພນີດັ່ງເດີມ ໂດຍ ບົນພື້ນຖານການລ້ຽງແບບປະປ່ອຍ ສັດຫາເລັມຫງ້າກິນເອງຕາມທ ຳມະຊາດ ແລະ ເສດພືດກະສິກ ຳ ພາຍຫຼັງເກັບກ່ຽວ. ສະພາບດິນບໍ່ສົມບູນ, ພືດອາຫານສັດບໍ່ພຽງພໍ ແລະ ສະພາບເສດຖະກິດຄອບຄົວ ທີ່ຂາດເຂີນ ຍັງເປັນອຸປະສັກຕົ້ນຕໍ ຕໍ່ການຂະຫຽາຍຕົວຂອງການລ້ຽງສັດ.
Topics:
ການເຂົ້າເຖິງຕະຫຼາດ ແລະ ມູນຄ່າເພີ່ມຂອງຜະລິດຕະພັນກະສິກຳ, ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
ການເຂົ້າເຖິງຕະຫຼາດ ແລະ ມູນຄ່າເພີ່ມຂອງຜະລິດຕະພັນກະສິກຳ, ຊະນິດພັນສັດລ້ຽງທີ່ຫຼາກຫຼາຍ ແລະ ແນວພັນພື້ນເມືອງ
Types:
ບົດລາຍງານ ແລະ ກໍລະນີສຶກສາ
published in 2016, ລາວ language



