ເປັນຫຍັງດິນຖ່ານຕົມຈຶ່ງຄວນໄດ້ຮັບການປົກປັກຮັກສາ?
ດິນຖ່ານຕົມແມ່ນໜຶ່ງໃນຊັບພະຍາກອນທຳມະຊາດທີ່ມີຄ່າ ແລະ ເປັນໜຶ່ງໃນປັດໃຈສຳຄັນທີ່ມີຜົນຕໍ່ການປ່ຽນແປງສະພາບດິນຟ້າອາກາດ.
ເປັນຫຍັງດິນຖ່ານຕົມຈຶ່ງມີຄວາມສໍາຄັນ?
ດິນຖ່ານຕົມມີຄວາມສຳຄັນທີ່ສຸດຕໍ່ໂລກຂອງພວກເຮົາໃນຫຼາຍໆດ້ານ. ມັນຊ່ວຍໃນການເກັບກັກທາດກາກບອນ, ເປັນບ່ອນຢູ່ອາໄສໃຫ້ແກ່ຊີວະນານາພັນ, ມີບົດບາດທີ່ສຳຄັນໃນການຄວບຄຸມປະລິມານນໍ້າ ແລະ ສະໜອງການດໍາລົງຊີວິດໃຫ້ແກ່ຊຸມຊົນ.
ດິນຖ່ານຕົມແມ່ນຫຍັງ?
ດິນຖ່ານຕົມແມ່ນລະບົບນິເວດເຂດດິນບໍລິເວນນໍ້າທີ່ເກີດຢູ່ໃນສະພາວະນໍ້າຖ້ວມຂັງເພື່ອປ້ອງກັນການຍ່ອຍສະຫຼາຍຂອງພືດ. ດັ່ງນັ້ນ, ການຜະລິດອິນຊີວັດຖຸຫຼາຍກ່ວາການຍ່ອຍສະຫຼາຍ, ເຊິ່ງສົ່ງຜົນເຮັດໃຫ້ມີການສະສົມຂອງດິນຖ່ານຕົມ.
ເປັນຫຍັງໄຟໄໝ້ທີ່ເກີດຈາກດິນຖ່ານຕົມຈຶ່ງດັບຍາກ?
ດິນຖ່ານຕົມປະກອບມີທາດກາກບອນສູງ ແລະ ລັກສະນະໂຄງສ້າງຜຸພຸນໂດຍທຳມະຊາດ. ດັ່ງນັ້ນ, ໃນສະພາວະທີ່ແຫ້ງ, ເຂດບໍລິເວນດິນຖ່ານຕົມ ມີຄວາມສ່ຽງສູງໃນການເກີດໄຟໄໝ້, ແລະ ສົ່ງຜົນໃຫ້ມີຄວາມເປັນໄປໄດ້ຍາກໃນການດັບໄຟ ໂດຍປາສະຈາກການ ກຳເນີດແຫຼ່ງນໍ້າບາດານຂຶ້ນມາໃໝ່
ເປັນຫຍັງການຄຸ້ມຄອງດິນຖ່ານຕົມແບບຍືນຍົງຈຶ່ງມີຄວາມສໍາຄັນຕໍ່ການດໍາລົງຊີວິດຂອງຊຸມຊົນ?
ດິນຖ່ານຕົມມີຜົນປະໂຫຍດຫຼາກຫຼາຍຕໍ່ການດຳລົງຊີວິດ ແລະ ສະໜອງລາຍຮັບທີ່ຍືນຍົງ. ຖ້າຫາກດິນຖ່ານຕົມຊຸດໂຊມລົງ, ຈະສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງຊຸມຊົນ
7 ຫຼັກການໃນການຄຸ້ມຄອງດິນຖ່ານຕົມທີ່ຍືນຍົງ
ດິນຖ່ານຕົມຖືເປັນວຽກງານສຳຄັນ ເຊິ່ງສາກົນມີຄວາມພະຍາຍາມສູງ ໃນການຮັບມືຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເສີມຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ. ການລຸກລ້ຳດິນຖ່ານຕົມໂດຍການຄຸ້ມຄອງນໍາໃຊ້ ດິນຖ່ານຕົມແບບບໍ່ຍືນຍົງ ສາມາດສົ່ງຜົນກະທົບຕໍ່ອຸທົກກະສາດ ຂອງລະບົບນິເວດທັງໝົດຂອງດິນຖ່ານຕົມ. ດັ່ງລຸ່ມນີ້ແມ່ນ 7 ຫຼັກການໃນການຄຸ້ມຄອງດິນຖ່ານຕົມທີ່ຍືນຍົງ:
ດິນ ແລະ ຄວາມອຸດົມສົມບູນຂອງດິນ Soil and soil fertility
ເນື້ອໃນປຶ້ມຄູ່ມືຫົວນີ້ ໄດ້ຈັດແບ່ງອອກເປັນ 9 ບົດຄື: ການກຳເນີດ ແລະ ອົງປະກອບຂອງດິນ, ຄຸນສົມບັດທາງກາງຍະພາບຂອງດິນ, ຄຸນສົມບັດທາງເຄມີຂອງດິນ, ທາດອາຫານທີ່ຈຳເປັນສຳລັບພືດ, ລົດລາດຂອງທາດອາຫານທີ່ຈຳເປັນຕໍ່ການຈະເລີນເຕີບໂຕຂອງພືດ, ອິນຊີວັດຖຸ ແລະ ຈຸລິນຊີດິນ, ຫຼັກການນຳໃຊ້ຝຸ່ນ, ການປ້ອງກັນການເຊາະເຈື່ອນ ແລະ ການອະນຸລັກດິນ ແລະ ນໍ້າ
ເອກະສານປະກອບການສອນວິຊາ: ອານຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນ
ປື້ມກ່ຽວກັບການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນເຫຼັ້ມນີ້ ຜູ້ຂຽນໄດ້ຂຽນຂຶ້ນ, ໂດຍມີຈຸດປະສົງເພື່ອແນ່ໃສ່ຮັບໃຊ້ການຮຽນ-ການສອນໃນລະບົບຊັ້ນສູງ ຂອງວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ, ຜູ້ຂຽນໄດ້ຮວບຮວມ ແລະ ຮຽບຮຽງຂຶ້ນມາຈາກເອກະສານ ແລະ ປື້ມຄູ່ມືທີ່ເປັນພາສາລາວ ແລະ ພາສາຕ່າງປະເທດ, ຜົນການທົດລອງທາງດ້ານການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນຂອງໂຄງການຕ່າງໆ ແລະ ຈາກການສອບຖາບນ້ຳຜູ້ສຳເລັດໃນການອະນຸລັກສັດນ້ຳ-ສັດປ່າ ແລະ ປ່າສະຫງວນໃນໄລຍະຜ່ານມາ.
ແຜນການດຳເນີນງານການອະນຸລັກທະນີໃນ ສປປ ລາວ 2011-2020
ໃນເຂດອາຊີຕາເວນອອກສ່ຽງໃຕ້ສປປລາວ ແມ່ນຫນຶ່ງໃນບໍ່ຫຼາຍປະເທດທີ່ມີຊື່ສຽງທາງດ້ານຄວາມອຸດົມສົມບູນ ຂອງ ຊັບພະຍາກອນປ່າໄມ້ ແລະ ສັດປ່ານາໆພັນ. ຄວາມລືຊື່ດັ່ງກ່າວນັ້ນອາດເປັນພຽງແຕ່ຕໍານານ ຖ້າຫາກວ່າພວກເຮົາບໍ່ເລີ່ມ ເອົາໃຈໃສ່ ໃນການອະນຸລັກຢ່າງຈິງຈັງ. ປ່າໄມ້ທີ່ບໍ່ມີສັດຈະເຮັດໃຫ້ນິເວດວິທະຍາປ່າໄມ້ຂາດຄວາມສົມດູນແລະອ່ອນແອໃນທີ່ສຸດ. ທະນີເປັນຫນື່ງໃນບັນດາສັດປ່າທີ່ສໍາຄັນທີ່ສຸດທັງເປັນສັດຕົວແທນສໍາລັບການອະນຸລັກ, ແລະບາງຕົວຊີ້ບອກ ຂອງປ່າໄມ້ທີ່ມີ ການລົບກວນຫນ້ອຍ. ແຕ່ເປັນທີ່ຫນ້າເສຍດາຍທະນີທີ່ເຄີຍມີຢ່າງຫຼວງຫຼາຍ ຢູ່ໃນສປປລາວໄດ້ຫຼຸດລົງຢ່າງຫນ້າເປັນຮ່ວງເຊິ່ງ ປັດຈຸບັນພວກເຮົາຫາຟັງສຽງຮ້ອງ ຂອງທະນີໃນທໍາມະຊາດໄດ້ຍາກຫຍິ່ງຂຶ້ນ.
ພາບລວມການຈັດຕັ້ງປະຕິບັດ ແລະ ຜົນສໍາເລັດໂຄງການພັດທະນາລະບົບນິເວດຊີວະນານາພັນເຂດພູດອຍແຕ່ 2009-2020
ພາບລວມການຈັດຕັ້ງປະຕິບັດ ແລະ ຜົນສໍາເລັດໂຄງການພັດທະນາລະບົບນິເວດຊີວະນານາພັນເຂດພູດອຍແຕ່ 2009-2020