ຂໍ້ຕົກລົງ ວ່າດ້ວຍການກຳນົດບັນຊີພືດ ແລະ ຕົ້ນໄມ້ເປັນຢາ ບັນຊີ I, II ແລະ III
ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງສາທາລະນະສຸກ ສະບັບເລັກທີ່ 570/ນຍ, ລົງວັນທີ່ 16 ກັນຍາ 2021; ອີງຕາມ ດຳລັດ ວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ ສະບັບເລກທີ່ 155/ນຍ, ລົງວັນທີ່ 30 ກັນຍາ 2003; ອີງຕາມ ໜັງສືສະເໜີ ຂອງກົມອາຫານ ແລະ ຢາ ສະບັບເລກທີ່ 8755/ກອຢ, ລົງວັທີ່ 9 ສິງຫາ 2022. ລັດທະມົນຕີ ອອກຂໍ້ຕົກລົງ: ມາດຕາ 1 ພືດ ແລະ ຕົ້ນໄມ້ເປັນຢາ ບັນຊີ I, II ແລະ III ລວມມີ 266 ຊະນິດ
ຜະລິດຕະພັນເຄື່ອງປ່າຂອງດົງໃນ ສປປ ລາວ
ເຄື່ອງປາຂອງດົງ ມີບົດບາດສຳຄັນ ຕໍ່ຊີວິດການເປັນຢູ່, ວັດທະນາທຳ ແລະ ຮີດຄອງປະເພດນີ, ຂອງຄົນລາວ. ເຄື່ອງປ່າຂອງດົງເປັນແຫຼ່ງສະໜອງໂປຣຕີນ, ພະລັງງານ, ວັດສະດຸການປຸກສ້າງເຮືອນ, ເຄື່ອງຫັດທະກຳ ແລະ ເຄື່ອງໃຊ້ຕ່າງໆ, ຢາພື້ນເມືອງ ແລະ ລາຍຮັບ. ລາຍໄດ້ຈາກການຂາຍຜະລິດຕະພັນເຄື່ອງປ່າຂອງດົງເຫຼົ່ງນີ້ ອາດກວມເຖິ່ງ 1/3 ຂອງລາຍຮັບທັງໝົດ ຂອງບ້ານໃນທົ່ວປະເທດ ແລະ ໃນບ່ອນທີ່ມີປ່າອຸຸດົມສົມບູນ ອາດເກີນເຄິ່ງໜຶ່ງ. ການປະກອບສ່ວນຂອງເຄື່ອງປ່າຂອງດົງ ຕໍ່ເສດຖະກິດຄອບຄົວ ໃນເຂດຊົນນະບົດອາດມີມູນຄ່າເຖິ່ງ 325 ດອນລາສະຫະລັດຕໍ່ຄອບຄົວຕໍ່ປີ ໂດຍປະມານ.
ຂໍໍ້ຕົກລົງວ່າດ້ວຍ ການຮັບຮອງເອົາບັນຊີ ສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II. ສະບັບເລກທີ 08/ນຍ; ນະຄອນຫຼວງວຽງຈັນລົງວັນທີ 25/02/2021
ມາດຕາ 1: ຮັບຮອງເອົາບັນຊີ ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II ດັ່ງນີ້: ສັດນໍ້າ ແລະ ສັດປ່າ ປະເພດຫວງຫ້າມ ຫຼື ບັນຊີ I ປະກອບດ້ວຍ 165 ຊະນິດ, ໃນນີ້ ສັດລ້ຽງລູກ ດ້ວຍນໍ້ານົມ 79 ຊະນິດ, ສັດເລືອຄານ 22 ຊະນິດ, ສັດປີກ 52 ຊະນິດ, ສັດນໍ້າ 10 ຊະນິດ ແລະ ສັດເຄິ່ງບົກ-ເຄິ່ງນໍ້າ 02 ຊະນິດ ຊຶ່ງມີ ຊື່ເປັນພາສາລາວ, ຊື່ພາສາຕ່າງປະເທດ, ຊື່ວິທະຍາສາດ ແລະ ຮູບພາບ ສັດນໍ້າ ແລະ ສັດປ່າ ປະເພດຄຸ້ມຄອງ ຫຼື […]
ຕົ້ນກະຖີ່ນໝາມຈາກພືດຮຸກຮານສູ່ການນຳໃຊ້ປະໂຫຍດ: ກໍລະນີສຶກສາການຜະລິດຖ່ານອັດກ້ອນ
ຕົ້ນກະຖີນໜາມເປັນວັດສະພືດຊະນິດໜື່ງທີ່ມີການຈະເລີນເຕີບໂຕ ແລະ ແຜ່ກະຈາຍໃນເຂດດິນຊຸ່ມນ້ຳຢ່າງໄວວາ ເຊິ່ງເປັນຂໍ້ຈຳກັດ ເຮັດໃຫ້ພືດຊະນິດອື່ນບໍ່ຂະຫຍາຍຕົວໂຕໄດ້. ນອກຈາກນັ້ນ, ຍັງບໍ່ມີີສັດຕູທາງທຳມະຊາດຫຼາຍ ເຮັດໃຫ້ມີການຂະຫຍາຍຕົວ ແລະ ການກະຈາຍພັນເປັນບໍລິເວນກວ້າງ. ດັ່ງນັ້ນການນຳເອົາຕົ້ນກະຖີ່ນໜາມມາໃຊ້ປະໂຫຍດໃນດ້ານພະລັງງານ ຊີວະພາບເປັນວິທີການໜື່ງໃນການກຳຈັດ, ໃຊ້ປະໂຫຍດ ພ້ອມທັງຫຼຸດຜ່ອນບັນຫາດັ່ງກ່າວ. ເຊິ່ງການສຶກສາຄັ້ງນີ້ ແມ່ນການສີກສາຕໍ່ຍອດຈາກການສຶກສາຜ່ານມາທີ່ມີການສົມທຽບຖ່ານອັດກ້ອນຈາກສິ່ງເສດເຫຼືອທາງກະສິກຳ ໂດຍມີຈຸດປະສົມເພື່ອສຶກສາອັດຕາສ່ວນທີ່ເໝາະສົມໃນການຜະລິດເປັນຖ່ານອັດກ້ອນຈາກຕົ້ນກະຖິນໝາມ, ປ່ຽບທຽບປະສິດທິພາບໃນແຕ່ລະອັດຕາສ່ວນ ເຊິ່ງໄດ້ມີການທົດລອງທັງໝົດ 4 ອັດຕາສ່ວນ (ກະຖີນໝາກ:ແປ້ງ)ຄື: 500:50, 500:75, 500:100 ແລະ ຖ່ານກະຖິນໜາມບໍ່ໄດ້ແປຮູບ ພ້ອມທັງປຽບທຽບກັບຖ່ານໄມ້ວິກອິກດ້ວຍ. ໃນການປຽບທຽບປະສິດທິພາບ ແມ່ນນຳໃຊ້ການຕົ້ມນ້ຳ (Water boiling test, WBT) ໂດຍນຳໃຊ້ຖ່ານ 500 ກຣາມ ໃນການທົດລອງໃນແຕ່ລະອັດຕາສ່ວນ. ຈາກຜົນການສຶກສາເຫັນວ່າຖ່ານອັດກ້ອນອັດຕາສ່ວນ 500:75 ມີຄ່າປະສິດທິພາບດີທີ່ສຸດ ເຊິ່ງໃຫ້ອຸນຫະພູມທີ່ຄົ້ງທີສະໜໍ່າສະເໜີ, ມີໄລຍະເວລາໃນການເຜົາໄໝ້ສູງ ແລະ ມີປະລິມານຂີ້ເຖ້າໜ້ອຍ. ດັ່ງນັ້ນສາມາດສະຫຼຸບໄດ້ວ່າຖ່າຍອັດກ້ອຍຈາກະຖິນໝາມມີປະສິດທິພາບ ແລະ ຍັງສາມາດເປັນທາງເລືອກທົດແທນຖ່ານຈາກໄມ້ທຳມະຊາດອື່ນໆ.