ສາດສະດາຈານ ປອ ວິຈິດ ລຳໄຊ
ໃນປີ 2016 ແລະ 2020, ສາດສະດາຈານ ປອ ວິຈິດ ລຳໄຊ ໄດ້ຮັບລາງວັນນັກຄົ້ນຄວ້າດີເດັ່ນ ຈາກມະຫາວິທະຍາໄລແຫ່ງຊາດ ແລະ ຄະນະວິທະຍາສາດທຳມະຊາດ ໄດ້ກາຍເປັນແບບຢ່າງໃຫ້ກັບຫຼາຍໆທ່ານໃນສາຂາອະນຸກົມວິຖານພືດ ແລະ ຊີວະນາໆພັນ. ທ່ານ ສາດສະດາຈານ ປອ ວິຈິດ ລໍາໄຊ ເປັນນັກຄົ້ນຄ້ວາທີ່ມີຊື່ສຽງທາງດ້ານຊີວະນາໆພັນ ແລະ ໄດ້ຮັບການຍອມຮັບຈາກການຜົນງານການປະກອບສ່ວນເຂົ້າໃນວຽກງານການກະສິກຳປ່າໄມ້, ການຄຸ້ມຄອງລະບົບນິເວດ ແລະ ຊີວະນາໆພັນກະສິກຳ ໂດຍໄດ້ສຸມໃສ່ການອະນຸລັກຄວາມຫຼາກຫຼາຍຂອງຊະນິດພັນພືດ, ການຈັດຕັ້ງປະຕິບັດທີ່ກ່ຽວຂ້ອງກັບລະບົບນິເວດແບບດັ້ງເດີມ, ແລະ ການພັດທະນາຍຸດທະສາດຂອງຊຸມຊົນໃນການຄຸ້ມຄອງແນວພັນທ້ອງຖິ່ນ. ຫນຶ່ງໃນຂົງເຂດການຄົ້ນຄວ້າທີ່ໂດດເດັ່ນ ແມ່ນການເຊື່ອມສານລະຫວ່າງຄວາມຫຼາກຫຼາຍຂອງຊະນິດພັນພືດ ແລະ ລະບົບນິເວດກະສິກໍາ, ເນັ້ນຫນັກໃສ່ບົດບາດຂອງຄວາມຫຼາກຫຼາຍທາງພັນທຸກໍາເພື່ອການປັບຕົວ ແລະ ຄວາມອ່ອນໄຫວຂອງຊະນິດ. ນອກນັ້ນ,ຍັງໄດ້ປະກອບສ່ວນເຂົ້າໃນທະນາຄານແນວພັນຂອງຊຸມຊົນ ເພື່ອເກັບຮັກສາແນວພັນພືດໃນທ້ອງຖິ່ນ ແລະ ຄໍ້າປະກັນສະບຽງອາຫານ. ຫຼາຍໆຜົນງານການສຶກສາຄົ້ນຄ້ວາຂອງ ສາດສະດາຈານ ປອ ວິຈິດ ລຳໄຊ https://www.researchgate.net/profile/Vichith-Lamxay ໄດ້ຊີ້ໃຫ້ເຫັນຄວາມສໍາຄັນຂອງພູມປັນຍາທ້ອງຖິ່ນໃນການນໍາໃຊ້ຊັບພະຍາກອນທໍາມະຊາດແບບຍືນຍົງ, ການເຊື່ອມໂຍງລະຫວ່າງພູມປັນຍາພື້ນບ້ານ ແລະ ຂໍ້ມູນວິທະຍາສາດເພື່ອຄຸ້ມຄອງຊີວະນາໆພັນໃຫ້ເກີດປະສິດທິຜົນ. ເພື່ອທີ່ແກ້ໄຂບັນຫາ ແລະ ສິ່ງທ້າທາຍທາງດ້ານຊີວະນາໆພັນ ອາຈານວິຈິດໄດ້ຊີ້ໃຫ້ເຫັນເຖິງບົດບາດຄວາມສຳຄັນ […]
ພອນໄພລິນ (ນ້ອຍ) ແກ້ວດວງດີ, ເຈົ້າຂອງຮ້ານ ແລະ ນັກສິລະປະທາງດ້ານການປຸງແຕ່ງອາຫານ ທີ່ຮ້ານອາຫານໂດຍຂະນ້ອຍ
ພອນໄພລິນ ແກ້ວດວງດີ ຫຼື ເຈົ້າຂອງຮ້ານອາຫານໂດຍຂະນ້ອຍ ທີ່ນະຄອນຫຼວງວຽງຈັນ ປະເທດລາວ ຖືໄດ້ວ່າເປັນນັກສິລະປະທາງດ້ານການປຸງແຕ່ງອາຫານ ທີ່ອຸທິດຕົນເພື່ອອະນຸລັກ ແລະ ສົ່ງເສີມອາຫານລາວ. ນ້ອຍ ມາຈາກຊຸມຊົນທີ່ເຮັດການກະເສດທີ່ແຂວງຄໍາມ່ວນ ສະຖານທີ່ ທີ່ເຮັດໃຫ້ມີໂອກາດໄດ້ສຶກສາວິທີການປຸງແຕ່ງ ແລະ ຄວາມສຳຄັນຂອງວັດຖຸດິບທີ່ສົດໃໝ່ ແລະ ມີຄຸນນະພາບນໍາແມ່ຕູ້ ທີ່ຮ້ານອາຫານ ໂດຍຂະນ້ອຍ ໄດ້ເອົາໃຈໃສ່ເຖິງການນຳໃຊ້ວັດຖຸດິບທີ່ສົດໃໝ່ ແລະ ມາຈາກທ້ອງຖິ່ນ ເຊິ່ງເປັນການສະໜັບສະໜູນຊາວກະສິກອນທ້ອງຖິ່ນ ແລະ ຍັງສົ່ງເສີມການປຸງແຕ່ງອາຫານແບບຍືນຍົງອີກດ້ວຍ ເຊິ່ງລາຍການອາຫານຂອງຮ້ານອາຫານໂດຍຂະນ້ອຍຈະມີການປ່ຽນແປງເປັນປະຈໍາທຸກໆອາທິດ ໂດຍຈະເນັ້ນໃສ່ວັດຖຸດິບຕາມລະດູການ ແລະ ລົດຊາດແບບດັ່ງເດີມ. ວິທີການປຸງແຕ່ງນີ້ ບໍ່ພຽງແຕ່ເປັນການສົ່ງເສີມເສດຖະກິດທ້ອງຖິ່ນເທົ່ານັ້ນ ແຕ່ເປັນການຮັບປະກັນວ່າອາຫານທຸກຢ່າງຄວນມີລົດຊາດທີ່ໂດດເດັ່ນເປັນເອກະລັກ ແລະ ສົດໃໝ່ສະເໝີ. ນ້ອຍໄດ້ນໍາສະເໜີ ຕໍ່ກັບການອະນຸລັກທາງດ້ານການປຸງແຕ່ງອາຫານ ແລະ ວິທີສ້າງສັນຂອງລາວ ຈົນເຮັດໃຫ້ຮ້ານອາຫານໂດຍຂະນ້ອຍ ກາຍເປັນໜຶ່ງໃນຮ້ານອາຫານທີ່ໜ້າຊື່ນຊົມທີ່ສຸດອີກໜຶ່ງຮ້ານໃນນະຄອນຫຼວງວຽງຈັນ ແລະ ຍັງໄດ້ເປັນໜຶ່ງໃນ 50 ຮ້ານອາຫານທີ່ດີທີ່ສຸດໃນອາຊີ ໂດຍໄດ້ຮັບລາວງວັນ “Essence of Asia”. ໜ້າເສຍດາຍ, ນ້ອຍໄດ້ເສຍຊີວິດຢ່າງກະທັນຫັນໃນປີ 2025. ເພື່ອເປັນກຽດແກ່ຄວາມຊົງຈຳຂອງລາວ, ພວກເຮົາຈຶ່ງໄດ້ຕັດສິນໃຈທີ່ຈະບໍ່ລຶບໜ້ານີ້ອອກ.


