ການປູກເຫັດບົດ

ຂັ້ນຕອນການປູກເຫັດບົດ: – ລັກສະນະເຮືອນເຫັດ – ການຜະລິດຖົງເຊື້ອເຫັດ – ການບົ່ມກ້ອນເຊື້ອເຫັດ – ການຜະລິດດອກເຫັດ – ການເກັບຜົນຜະລິດ

ຄູ່ມືແນະນຳກ່ຽວກັບການປູກໝາກເຍົາ

ສທພ ແມ່ນສະຖາບັນຄົ້ນຄວ້າທີ່ເຮັດໜ້າທີ່ໃນການຄົ້ນຄວ້າທົດລອງທາງດ້ານ ພະລັງງານ ທົດແທນ ໂດຍໄດ້ດໍາເນີນການຄົ້ນຄວ້າທົດລອງທາງດ້ານການປູກ ໝາກເຍົາ ເພື່ອທຳ ຄວາມເຂົ້າໃຈ ແລະ ເກັບກຳຂໍ້ມູນທີ່ເປັນປະໂຫຍດ ເພື່ອເຜີຍແຜ່ອອກສູ່ຊາວກະສິກອນໃນ ຊຸມຊົນທີ່ສົນໃຈປູກພືດຊະນິດນີ້

ເຕັກນິກການປູກໝາກເຍົາເພື່ອຜະລິດເປັນນ້ຳມັນກາຊວນຊີວະພາບ

ສູນຄົ້ນຄວ້າທົດລອງກ່ຽວກັບພະລັງງານທົດແທນ (LIRE) ເປັນອົງການທີ່ບໍ່ຫວັງຜົນກ ຳໄລ ເຊິ່ງອຸທິດຕົນ ເອງເພື່ອການພັດທະນາຂະແໜງການພະລັງງານທົດແທນທີ່ສາມາດກຸ່ມຕົນເອງໄດ້ຢ່າງຍືນຍົງໃນ ສປປ ລາວ. ສູນດັ່ງ ກ່າວ ຕອບສະໜອງການບໍລິການການຄົ້ນຄວ້າທາງດ້ານເຕັກນິກກະສິກ ຳ, ເຕັກໂນໂລຊີ ແລະ ເສດຖະກິດສັງຄົມ ພ້ອມກັນນັ້ນກໍ່ຍັງໄດ້ເຮັດວຽກເພື່ອຕອບສະໜອງຂໍ້ມູນ ແລະ ຄ ຳປຶກສາກ່ຽວກັບ ການນ ຳໃຊ້ເຕັກໂນໂລຊີພະລັງ ງານທົດແທນໃຫ້ແກ່ລັດໂດຍບໍ່ໄດ້ເສຍຄ່າໃດໆໃນປະເທດລາວ. LIRE ມຸ້ງໝັ້ນທີ່ຈະຊຸກຍູ້ການພັດທະນາຂອງປະເທດລາວດ້ວຍການຊອກຫາຫົນທາງ ເພື່ອທີ່ຈະສ້າງເຕັກໂນ ໂລຊີພະລັງງານທົດແທນໃນພາກຕ່າງໆຂອງປະເທດ ໂດຍສະເພາະແມ່ນບັນດາເຂດທີ່ຍັງບໍ່ທັນໄດ້ຮັບ ຕາຂ່າຍໄຟຟ້າແຫ່ງຊາດ ແລະ ໃນເຂດທີ່ບໍ່ມີຄວາມຮູ້ທາງດ້ານວິຊາການ.

ການສ້າງສວນກ້າ ແລະ ປູກຫວາຍບາງຊະນິດທີ່ເປັນສິນຄ້າໃນລາວ

ການຜະລິດປຶ້ມຄູ່ມີສະບັບນີ້ຂຶ້ນແມ່ນມີຄວາມຕັ້ງໃຈຢາກຊ່ວຍຊຸກຍູ້, ສະຫນັບສະຫນູນ ແລະ ເສີມສ້າງທາງດ້ານເຕັກນິກເຂົ້າໃນການສ້າງສວນກ້າເບ້ຍ ແລະ ການປູກຫວາຍ ໂດຍຈະໃຊ້ເວລາ ສັ້ນໃນການແຕກງອກໄດ້ປະລິມານຫລາຍ, ຄຸນນະພາບດີ ແລະ ປະຢັດຄ່າໃຊ້ຈ່າຍໃນການລົງທຶນ ພ້ອມທັງສາມາດປະຕິບັດກິດຈະກຳທີ່ກ່າວມານີ້ໄດ້ດ້ວຍຕົນ ເອງ, ຊຸມຊົນ ແລະ ກຸ່ມທຸລະກິດທີ່ຢາກ ພັດທະນາການປູກຫວາຍໃຫ້ເປັນເສດຖະກິດ, ສິນຄ້າຢູ່ໃນສປປ ລາວ ໃຫ້ນັບ ມື້ນັບເພີ່ມຂຶ້ນເລື້ອຍໆ, ບໍ່ວ່າຈະເປັນການປູກຫວາຍເພື່ອນນໍາໃຊ້ຍອດ ແລະ ການປູກຫວາຍເພື່ອນໍາໃຊ້ເສັ້ນກໍຕາມ. ປັດຈຸບັນ ຈາກການເກັບກຳຂໍ້ມູນການຕະຫລາດທັງພາຍໃນ ແລະ ຕ່າງປເທດ ເຫັນວ່າຄວາມຕ້ອງການຂອງ ຕະຫລາດ ງປສຸເທດ ເຫັນວາຄວາມຕອງການຂອງ ມີຄວາມຕ້ອງການຫລາຍໂດຍສະເພາະເສັ້ນຫວາຍ. ສິ່ງດັ່ງກ່າວນີ້ເຫັນວ່າການຜະລິດ ຫວາຍໃນອະນາ ຄິດຍັງມີແນວໂນ້ມສູງ ທີ່ເປັນການສ້າງລາຍຮັບໃຫ້ແກ່ຊາວບ້ານໃນໄລຍະຍາວ ທັງເປັນການຮັກສາ ແລະ ຟື້ນຟູປ່າໃຫ້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍການນໍາໃຊ້ຕົ້ມທຶນຕ່າ ໃນການພັດທະນາ.

ພຶ້ນຖານການປູກເຂົ້າອິນຊີ

ປຶ້ມຄູ່ມີນີ້ແມ່ນຜະລິດຂຶ້ນສໍາລັບນັກສົ່ງເສີມຂັ້ນເມືອງ ແລະ ຊາວກະສິກອນ ເພື່ອໃຫ້ຮູ້ບາງເຕັກນິກພື້ນຖານວິທີການປູກເຂົ້າອິນຊີ. ປື້ມຄູ່ມີນີ້ຍັງຊ່ວຍໃນການຝຶກອົບຮົມຊາວກະສິກອນເພື່ອອະທິບາຍຂັ້ນຕອນ ໃນການປູກເຂົ້າອິນຊີທີ່ມີຄວາມຫຼາກຫຼາຍ, ທີ່ມີການຈັດການກັບສີ່ງແວດລ້ອມ ໃຫ້ ມີຄວາມສຳພັນກັບລະບົບນິເວດກະສິກຳ ໂດຍບໍ່ນໍາໃຊ້ຝຸ່ນເຄມີ ຫຼື ຢາປາບສັດຕູພືດ ເພື່ອເພີ້ມຄວາມອຸດົມສົມບູນຂອງດິນ, ປ້ອງກັນແມງໄມ້ມາທໍາລາຍໂດຍຈະໝູນໃຊ້ ແຫຼ່ງວັດຖຸທີ່ມີໃນທ້ອງຖິ່ນ (ເຊັ່ນ: ເຟືອງ, ຫຍ້າ, ຝຸ່ນຄອກ, ຂີ້ແກບ, ແລະ ອື່ນໆ). ປຶ້ມຄູມີນີ້ຖືກສ້າງຂຶ້ນໂດຍ ທ່ານ ຄາຍຄໍາ ຊຶ່ງເປັນຊາວກະສິກອນຢູ່ບ້ານ ໂພນໝີ ແຂວງວຽງຈັນ, ຮ່ວມກັບກອງສົ່ງເສີມກະສິກຳ ແລະ ປ່າໄມ້ (NAFES), ໂດຍການສະໜັບ ສະໜູນ ຂອງໂຄງການ ສົ່ງເສີມກະສິກຳ (LEAP).

ວິທີການເຮັດ ແລະ ນຳໃຊ້ຝຸ່ນບົ່ມໃນນາເຂົ້າ

– ຊ່ວຍປັບປຸງບຳລຸງດິນເພີ້ມປະລິມານອີຊີວັດຖຸໃດ້ ແລະເພີ້ມ ທາດອາຫານໃຫ້ແກ່ພືດ, ເຮັດໃຫ້ໂຄງສ້າງຂອງດິນດີຂຶ້ນສະ ດວກໃນການລະບາຍນໍ້າ ແລະອາກາດໃນດິນໜຽວມີຫຼາຍຂຶ້ນ, ສະເພາະ ດິນຊາຍແມ່ນເຮັດໃຫ້ການອຸ້ມນໍ້າດີຂຶ້ນເລື້ອຍໆ – ຊ່ວຍຫຼຸດຜ່ອນການນໍາໃຊ້ຝຸ່ນເຄມີ, ຝຸ່ນບົນສາມາດເຮັດໄດ້ໂດຍ ນໍາໃຊ້ສິ່ງເສດເຫຼືອກັບຄືນມາເປັນປະໂຫຍດອີກໃໝ່, ຫຼີກລ້ຽງ ໄດ້ການຈູດເຜົາເຟືອງຫຍ້າແຫ້ງ ແລະອື່ນໆ – ຊ່ວຍກຳຈັດເມັດຫຍ້າ ຫຼືວັດສະພຶດໄດ້ ໂດຍຜ່ານການບົ່ມເມັດ ຫຍ້າຈະຕາຍໄປໃນຕົວ – ໃນກໍລະນີໃຊ້ຝຸ່ນບົ່ມທີ່ເປັນດີແລ້ວ ພິດຈະແຂງແຮງດີສ່ວນໜຶ່ງ ກໍ່ສາມາດປ້ອງກັນໄດ້ການທຳລາຍຂອງໂລກພະຍາດ ແມງໄມ້ສັດຕູພືດ ແລະ – ຮັກສາໄດ້ສະພາບແວດລ້ອມອັນສວຍສົດງົດງາມປາສະຈາກ ໄດ້ບັນດາມົນລະພິດທັງຫຼາຍ.

ເຕັກນິກການເຮັດນາວ່ານດິນຕົມ

ປະຈຸບັນຊາວໜຸ່ມຊົນນະບົດຫຼັ່ງໄຫຼເຂົ້າສູ່ຕົວເມືອງ ເພື່ອໄປເຮັດ ວຽກຕາມໂຮງຈັກໂຮງງານຕ່າງໆ ດັ່ງນັ້ນ, ຈຶ່ງພາໃຫ້ ຂາດແຮງ ງານຫຼົກກ້າ ແລະປັກດໍາຄ່າແຮງງານປັກດໍາສູງຂBນເລື້ອຍໆ. ການເຮັດນາຫວ່ານກໍ່ແມ່ນວິທີ່ຈະແກ້ໄຂບັນຫາບ່ອນທີ່ບໍ່ມີແຮງ ງານຫຼົກກ້າ ແລະປັກດໍາ, ການເຮັດນາຫວ່ານເຮັດໄດ້ແຕ່ ບ່ອນທີ່ ມີນ ໍ້າຊົນລະປະທານສະດວກສະບາຍ.

ເຕັກນິກການປູກຖົ່ວດິນ

ຖົ່ວດິນເປັນພືດລົ້ມລຸກ ມີໝາກເກີດຢູ່ໃນພື້ນດິນ.ເປັນ ພືດຕະກຸນຖົ່ວທີ່ມີຄຸນຄ່າທາງອາຫານສູງ.ເຊິ່ງປະຊາຊົນມັກ ໃຊ້ໃນການກິນ ແລະປຸງແຕ່ງອາຫານ,ນ ໍ້າມັນພືດ, ຢາປົວພະ ຍາດ. ເປັນພືດປະກອບດ້ວຍນໍ້າມັນ 40 – 60% ອຸດົມສົມບູນ ດ້ວຍທາດໂປຼຕິນ 25 – 35%, ມີວິຕະມິນ B ແລະ ວິຕະມິນ E. ລໍາຕົ້ນຍັງໃຊ້ເປັນອາຫານສັດແລະ ເປັນຜິດປັບປຸງ