ຍຸດທະສາດການເຕິບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ເຖິງປີ 2030

ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ສະບັບນີ້ ແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ວິໄສທັດ 2030, ຍຸດທະສາດໄລຍະ 10 ປີ (2016-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ໃຫ້ເປັນອັນລະອຽດ. ຈຸດປະສົງ ແລະ ເປົ້າໝາຍຕົ້ນຕໍຂອງການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດສະບັບນີ້ ແມ່ນເພື່ອເສີມສ້າງຄວາມອາດສາມາດໃນການເຊື່ອມສານການເຕີບໂຕສີຂຽວເຂົ້າໃນການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນການຂອງຂະແໜງການ ແລະ ທ້ອງຖິ່ນໃນແຕ່ລະໄລຍະ ເພື່ອຮັບປະກັນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະຍາວທີ່ພັກ ແລະ ລັດຖະບານຂອງ ສປປ ລາວ ໄດ້ກຳນົດໄວ້ ເປັນຕົ້ນແມ່ນ: ການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນຕໍ່ໜ້າ ແລະ ກ້າວໄປເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງຕາມທິດສີຂຽວ-ຍືນຍົງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃນປີ 2030 ຢ່າງມີຄຸນນະພາບ.

ເອກະສານປະກອບການສອນ: ວິຊາການປູກເຫັດນາງລົມ, ນາງຟ້າ

ປະຈຸບັນເຮົາເຫັນວ່າເຫັດນາງລົມ-ນາງຟ້າມີຄວາມຕ້ອງການຂອງຕະຫຼາດເພີ່ມຂຶ້ນຫຼາຍ ຜູ້ບໍລິໂພກມີຄວາມນິຍົມມາເຮັດອາຫານຫຼາຍທີ່ຈຳເປັນຕໍ່ຮ່າງກາຍ ຊາວກະສິກອນຈິງນິຍົມໃນການປູກເຫັດນາງຟ້າເພື່ອໃຫ້ເປັນອາຊິບເສີມ

ທ່ານແນ່ໃຈແລ້ວບໍວ່າອາຫານທີ່ກິນແຕ່ລະມື້ມີຄວາມປອດໄພ

ປະເພດການເປັນພິດຂອງອາຫານ ສາເຫດໃນການນຳໃຊ້ຢາປາບສັດຕູພືດຂອງຊາວກະສິກອນ ສານຕົກຄ້າງຈາກຢາປາບສັດຕູພືດ ການເຈືອປົນຂອງຢາປາບສັດຕູພືດໃນກະແສເລືອດ ການຫຼີກລ່ຽງ ແລະ ຫຼຸດຄວາມສ່ຽງຂອງຢາປາບສັດຕູພືດ

ສະຖິຕິກະສິກຳປະຈຳປີ 2019

ຂໍ້ມູນສະຖິຕິໃນປື້ມວາລະສານສະບັບນີ້ສ່ວນໃຫຍ່ໄດ້ສັງລວມມາຈາກການເກັບກໍາຂອງກົມວິຊໍາກໍານອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ບາງຂໍ້ມູນໄດ້ມາຈາກສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ກໍານລົງທືນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທາມະຊາດ ແລະ ສິ່ງແວດລ້ອມ ແລະ ຈາກພາກສ່ວນອື່ນໆທີ່ກ່ຽວຂ້ອງ.

ແມງແຄງພິຄາດ

ແມງງແຄງພິຄາດ ຫຼື ໂຕຫໍ້າ ທີ່ມີບົດບາດສຳຄັນໃນການຄວບຄຸມ ແລະ ຈຳກັດບົ້ງຝູງສາລີທີ່ເປັນສສັດຕູຮ້າຍແຮງຂອງສາລີ

ແຜນການດຳເນີນງານການອະນຸລັກທະນີໃນ ສປປ ລາວ 2011-2020

ໃນເຂດອາຊີຕາເວນອອກສ່ຽງໃຕ້ສປປລາວ ແມ່ນຫນຶ່ງໃນບໍ່ຫຼາຍປະເທດທີ່ມີຊື່ສຽງທາງດ້ານຄວາມອຸດົມສົມບູນ ຂອງ ຊັບພະຍາກອນປ່າໄມ້ ແລະ ສັດປ່ານາໆພັນ. ຄວາມລືຊື່ດັ່ງກ່າວນັ້ນອາດເປັນພຽງແຕ່ຕໍານານ ຖ້າຫາກວ່າພວກເຮົາບໍ່ເລີ່ມ ເອົາໃຈໃສ່ ໃນການອະນຸລັກຢ່າງຈິງຈັງ. ປ່າໄມ້ທີ່ບໍ່ມີສັດຈະເຮັດໃຫ້ນິເວດວິທະຍາປ່າໄມ້ຂາດຄວາມສົມດູນແລະອ່ອນແອໃນທີ່ສຸດ. ທະນີເປັນຫນື່ງໃນບັນດາສັດປ່າທີ່ສໍາຄັນທີ່ສຸດທັງເປັນສັດຕົວແທນສໍາລັບການອະນຸລັກ, ແລະບາງຕົວຊີ້ບອກ ຂອງປ່າໄມ້ທີ່ມີ ການລົບກວນຫນ້ອຍ. ແຕ່ເປັນທີ່ຫນ້າເສຍດາຍທະນີທີ່ເຄີຍມີຢ່າງຫຼວງຫຼາຍ ຢູ່ໃນສປປລາວໄດ້ຫຼຸດລົງຢ່າງຫນ້າເປັນຮ່ວງເຊິ່ງ ປັດຈຸບັນພວກເຮົາຫາຟັງສຽງຮ້ອງ ຂອງທະນີໃນທໍາມະຊາດໄດ້ຍາກຫຍິ່ງຂຶ້ນ.

ຄູ່ມືການວາງແຜນຈັດສັນ ແລະ ຄຸ້ມຄອງ ການນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ແບບມີສ່ວນຮ່ວມ

ປຶ້ມຄູ່ມືສະບັບນີ້ແນະນຳວິທີຈັດຕັ້ງປະຕິບັດວຽກ P-FALUPAM ຢູ່ຂັ້ນກຸ່ມບ້ານ ແລະ ບ້ານແບບມີສ່ວນຮ່ວມໂດຍແບ່ງອອກເປັນ 5 ບາດກ້າວໃນນີ້ລວມມີວຽກຢູ່ຫ້ອງການ ແລະ ວຽກພາກສະໜາມ. ບາດກ້າວທີ1 ແມ່ນການກະກຽມແຜ່ນວຽກ, ບຸກຄະລາກອນ, ງົບປະມານ ແລະ ອຸປະກອນເຄື່ອງມືຮັບໃຊ້. ບາດກ້າວທີ2 ແມ່ນການເກັບກຳຂໍ້ມູນລະດັບບ້ານ ແລະ ສ້າງແຜ່ນທີ່ພື້ນຖານ ຂອງບ້ານ ບາດກ້າວທີ3 ແມ່ນ ການສ້າງແຜ່ນທີ່ນຳໃຊ້ທີ່ດິນໃນປະຈຸບັນ ເກັບກຳຂໍ້ມູນເສດຖະກິດສັງຄົມ ແລະ ປະເມີນຄວາມອຸດົມສົມບູນຂອງດິນ, ບາດກ້າວທີ4 ແມ່ນການກຳນົດຂອບເຂດຈັດສັນ ຄຸ້ມຄອງນຳໃຊ້ທີ່ດິນປະຈຸບັນ ແລະ ປ່າໄມ້ຂອງບ້ານ, ບາດກ້າວທີ5 ແມ່ນການກວດກາຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັັດຕາມແຜນຈັດສັນເຂດຄຸ້ມຄອງກະສິກຳ ແລະ ປ່າໄມ້ ເພື່ອເປັນບ່ອນອີງໃຫ້ແກ່ວຽກຂຶ້ນສຳມະໂນທີ່ດິນ ອອກໃບຢັ້ງຢືນການນຳໃຊ້ທີ່ດິນ ແລະ ໃບຕາດິນໃຫ້ປະຊາຊົນຂັ້ນບ້ານ

ລະບົບຖານຂໍ້ມູນອອນໄລນ໌ ພາເຂົ້າລາວ

ພາເຂົ້າ ເປັນໂຕະທີ່ໃຊ້ຮັບປະທານອາຫານໃນປະເທດລາວ ແລະ ເປັນສັນຍາລັກຂອງປະຊາຊົນລາວ ທີ່ກ້ຽວຂ້ອງກັບຄວາມຫຼາກຫຼາຍທາງຊີວະນາໆພັນ (ABD) ໂຕະດັ່ງກ່າວມັກຈະເຮັດດ້ວຍຫວາຍ ແລະ ໄມ້ໄຜ່ທີ່ຜະລິດພາຍໃນປະເທດ, ຄອບຄົວໝູ່ເພື່ອນຈະຮ່ວມກັນເພື່ອຮ່ວມແບ່ງປັນອາຫານຕ່າງໆແມ່ນມາຈາກທຳມະຊາດເຊັ່ນ: ເຂົ້າໜຽວ, ປາປີ້ງ, ເອາະ, ຜັກລວກ ຫຼື ແຈ່ວທີ່ຕໍາເປັນສູດພິເສດຂອງແຕ່ລະທ້ອງຖິ່ນ.

ການສົມທຽບປະສິດທິພາບຂອງນ້ຳເປື່ອຍ 5 ຊະນິດໃນການທຳຄວາມສະອາດຜັກສົດ ເພື່ອຫຼຸດຜ່ອນການປົນເປື້ອນຂອງເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນລາ

ໃນການສຶກສາຄັ້ງນີ້ ມີຈຸດປະສົງເພື່ອສຶກສາວິທີການ ແລະ ຄວາມເໝາະສົມຂອງນ້ຳເປື່ອຍ 5 ຊະນິດ ຊຶ່ງປະກອບມີ: CH3COOH, C6H10O8, KMnO4, NaHCO3 ແລະ NaCl ທີ່ຄວາມເຂັ້ມຂຸ້ນ 3 ລະດັບຄື: 0.1%, 0.5%, 1% ໃນການຫຼຸດຜ່ອນການປົນເປື້ອນຂອງເຊື້ອຈຸລະຊີບທັງໝົດ ແລະ ເຊື້ອຊາໂມເນລາໃນຕົວຢ່າງຜັກສົດ 5 ຊະນິດຄື: ຜັັກຫອມປ້ອມ, ຜັກຫອມລາບ, ຜັກຫອມເປ, ຜັກຄາວທອງ ແລະ ຜັກສະຫຼັດ. ຜັກສົດຖືກທຳຄວາມສະອາດດ້ວຍ 2 ວິທີຄື: ວິທີປາສະຈາກການແຊ່ ແລະ ແຊ່ໄວ້ 15 ນາທີ ແລ້ວກວດສອບຫາປະລິມານເຊື້ອແບັກທີເຣຍໂດຍໃຊ້ວິທີກະຈາຍເຊື້ອ. ຈາກຜົນການທົດລອງພົບວ່າ ການປົນເປື້ອນເຊື້ອຂອງຈຸລະຊີບທັງໝົດຫຼາຍທີ່ສຸດ ແມ່ນໃນຜັກຫອມປ້ອມ ແລະ ຜັກຄາວທອງຕົວຢ່າງລະ 21%, ຮອງລົງມາແມ່ນຜັກຫອມເປ ແລະ ຜັກສະຫຼັດຕົວຢ່າງລະ 20% ແລະ ຜັກຫອມລາບ 18% ຂອງຈຳນວນຜັກທີ່ນຳມາສຶກສາ.  ຜັກທີ່ມີການປົນເປື້ອນຂອງເຊື້ອຊາໂມເນລາຫຼາຍທີ່ສຸດແມ່ນຜັກຫອມເປ 37%, […]