ຄູ່ມືແນະນຳການປູກພືດຜັກສວນຄົວ(ຜັກປະເພດດປັນຫມາກ)
ການປູກພືດສວນຄົວ (ປະເພດຜັກ)
ຄູ່ມືແນະນຳການປູກພືດຜັກສວນຄົວ(ຜັກປະເພດດປັນໃບ ແລະ ລຳຕົ້ນ)
ການປູກພືດສວນຄົວ (ປະເພດເປັນໃບ ແລະ ລຳຕົ້ນ)
ເຮືອນຮົ່ມ
ໃນຊ້ວງປີທີ່ຜ່ນມາ, ຊາວສວນໄດ້ຮູ້ຈັກກັບເຮືອນຮົ່ມໃນ ນາມວ່າເປັນເຮືອນປູກຜັກໃນຊ່ວງລະດູຝົນ ເພາະມັນມຸງ ຫລັງຄາດ້ວຍຜ້າຢາງໃສ. ເຖິງຢ່າງໃດກໍ່ຕາມ, ການນ ຳໃຊ້ ຜ້າຢາງ ແມ່ນເຮັດໃຫ້ອຸນນະພູມພາຍໃນເຮືອນຮົ່ມສູງ, ເຊິ່ງຈ ບໍ່ແທດເໝາະກັບບາງພື້ນທີ່ຂອງປະເທດລາວ ທີ່ມີອາກາດ ຮ້ອນຕະຫຼອດປີ. ນອກຈາກນີ້, ການເຮັດເຮືອນຮົ່ມດ້ວຍຜ້າ ຢາງແມ່ນຂ້ອນຂ້າງແພງເມື່ອທຽບໃສ່ຈຸດປະສົງທີ່ນ ຳມາໃຊ້ ກັນຝົນພຽງຢ່າງດຽວ.
ລະດູການທີ່ເໝາະສົມໃນການປູກພືດຜັກໃນແຕ່ລະຊ່ວງເດືອນ
ເຕັກນິກການຂະຫຍາຍພັນໝາກນາວດ້ວຍການປ່ຽນຍອດ
1. ກຸປະກອນ 2. ການກຽມຕົ້ນຕໍ 3. ການເລືອກພັນດີ 4. ການປາດຕົ້ນຕໍ່ 5. ການປາດຍອດພັນ 6. ການເຄນສະກັອດ 7. ໃຊ້ຖົງຢາງຄຸມປາຍ 8. ການຮັກສາ
ເຕັກນິກການປູກສະຫຼັດລະດູຝົນ
1. ການກຽມດິນ 2. ການມຸງໜານ 3. ການປູກ 4. ການໃຫ້ນ້ຳ 5. ການໃສ່ຝຸ່ນ 6. ການເກັບກ່ຽວ
ເຕັກນິກການປູກໝາກເຜັດ
1. ການກຽມດິນ 2. ການປູກ 3. ການໃຫ້ນ້ຳ 4. ການໃສ່ຝຸ່ນ 5. ການເກັບກ່ຽວ
ເຕັກນິກການປູກໝາກລຳໄຍ
ເຕັກນິກການຂະຫຍາຍພັນໝາກກະທັນດ້ວຍການຕິດຕາ
1. ອຸປະກອນ, 2. ການກຽມຕົ້ນຕໍ່ 3. ການເລືອກຕາພັນ 4. ການປາດປາກບາດຕົ້ນ 5. ການປາດປາກພັນຕາ 6. ການແຄນສະກັອດ 7. ການຕັດງ່າຫຼັງຈາກຕິດຕາສຳເລັດ 8. ຕົ້ນກະທັນທີ່ຕິດຕາແລ້ວ
ປຶ້ມຄູ່ມືເຕັກນິກການປູກມັນຕົ້ນ
ມັນຕົ້ນເປັນພືດທີ່ຊາວກະສິກອນລາວບັນດາເຜົ່າໄດ້ປູກ ແລະ ນໍາໃຊ້ມາເປັນເວລາດົນນານ ເປັນພືດທີ່ມີຄວາມສໍາຄັນໃນການຄໍ້າປະກັນສະບຽງອາຫານໃຫ້ແກ່ຊາວກະສິກອນທີ່ອາໃສຢູ່ ຊົນນະບົດ, ພິເສດແມ່ນຊ່ວງເວລາທີ່ຂາດເຂົ້າກິນ. ນອກຈາກນັ້ນມັນຕົ້ນກໍຍັງເປັນສ່ວນປະກອບສໍາ ຄັນ ສໍາລັບອາຫານສັດຢູ່ໃນລະບົບການລ້ຽງສັດຂອງຊາວກະສິກອນນໍາ ແຕ່ແນວພັນທີ່ຊາວກະສິ ກອນປູກແມ່ນພັນພື້ນເມືອງຜົນຜະລິດຕໍ່າ. ໃນປະຈຸບັນ, ມັນຕົ້ນໄດ້ກາຍມາເປັນພືດເສດຖະກິດ ແລະ ມີຊາວກະສິກອນຫັນມາປູກເປັນສິນຄ້າ ເພື່ອສົ່ງຂາຍໃຫ້ຜູ້ປະກອບການທີ່ມີຢາຍຢູ່ທົ່ວປະເທດ ໂດຍ ນໍາໃຊ້ແນວພັນປັບປຸງໃໝ່ຈາກປະເທດໃກ້ຄຽງ. ການປູກມັນຕົ້ນຂອງຊາວກະສິກອນຢູ່ລາວຍັງມີທ່າ ອ່ຽງເພີ່ມຂຶ້ນໃນແຕ່ລະປີ. ໃນປີ 2010 ເນື້ອທີ່ປູກມັນຕົ້ນໃນທົ່ວປະເທດແມ່ນ 19,940 ເຮັກຕາ, ມາ ຮອດປີ 2017 ເນື້ອທີ່ປູກມັນຕົ້ນໃນທົ່ວປະເທດເພີ່ມຂຶ້ນເປັນ 75,010 ເຮັກຕາ. ເຖິງຢ່າງໃດກໍຕາມ ມັນຕົ້ນກໍຍັງຖືວ່າເປັນພືເສດຖະກິດຊະນິດໃໝ່ ແລະ ຊາວກະສິກອນຍັງຂາດຄວາມຮູ້ດ້ານເຕັກນິກ ກ່ຽວກັບລະບົບການປູກມັນຕົ້ນແບບຍືນຍົງ, ສ່ວນຫຼາຍຍັງປູກແບບອາໃສທຳມະຊາດ, ບໍ່ມີການຈັດ ການທີ່ເໝາະສົມກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນກັບມັນຕົ້ນ ແລະ ພື້ນທີ່ການຜະລິດ ເພື່ອໃຫ້ໄດ້ຮັບ ຜົນສູງສຸດ.


